ເຂດເອເຊຍ ລະນຶກເຖິງ ຂີດໝາຍ ຄົບຮອບ 10 ປີ ທີ່ສຸນາມິ ຖະຫລົ່ມ

ບັນດາຮູບພາບ ຂອງຜູ້ເຄາະຮ້າຍ ຈາກຟອງຍັກສຸນາມິ ໃນພິທີ ທີ່ຈັດຂຶ້ນ ຢູ່ບ້ານນ້ຳເຄັມ ຈັງຫວັດພັງງາ ປະເທດໄທ.

ພິທີ​ໄວ້ອາ​ໄລ​ຢູ່​ຕາມ​ຊາຍ​ຫາດ ການຢືນສະຫງົບສະຕິອາລົມ ​
ແລະ​ພິທີທາງ​ສາສະໜາ ກຳລັງ​ຈັດຂຶ້ນ ໃນທົ່ວເຂດ​ເອ​ເຊຍ ​
ໃນ​ວັນ​ສຸກ​ມື້​ນີ້ ​ເພື່ອເປັນ​ຂີດໝາຍຄົບ ຮອບ 10 ປີ ໃນການ
ຖະຫຼົ່ມຂອງ​ຄື້ນຟອງ​ຍັກ​ສຸ​ນາ​ມິ ຈາກ​ມະຫາ​ສະມຸດ​ອິນ​ເດຍ
ທີ່ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 220,000 ຄົນ​ ໃນ​ປີ 2004.

ຄື້ນຟອງ​ຍັກ ໄດ້​ພັດ​ເຂົ້າຖະຫຼົ່ມ ສິບກວ່າ​ປະ​ເທດ ທີ່ຢູ່​ອ້ອມ
ແອ້ມແຄມມະຫາ​ສະ ມຸດອິນ​ເດຍ ຊຶ່ງມັນໄດ້​ທຳລາຍ​ປະຊາ​
ຄົມທີ່ຢູ່​ຕາມ​ຊາຍ​ຝັ່ງ​ທັງ​ໝົດ ກວດ​ລ້າງ​ບັນດາ​ຄອບຄົວ​ແລະ
​ຫາດ​ຊາຍ​ທີ່​ເຕັມ​ໄປ​ດ້ວຍ​ນັກ​ທ່ອງ​ທ່ຽວໃນ​ຕອນ​ເຊົ້າ​ຫຼັງ​ຈາກ
ວັນບຸນ​ຄຣິສມັສ.

ໄພພິບັດດັ່ງກ່າວ ​ໄດ້​ເກີດ​ຈາກແຜ່ນດິນ​ໄ​ຫວ ທີ່​ມີຄວາມ​ແຮງ​ເຖິງ 9.1 ຣິກເຕີ້ ຊຶ່ງເປັນ
ແຜ່ນດິນໄຫວທີ່ແຮງ​ສຸດ​ໃນຮອບ 40 ປີ ຢູ່ໃນຂົງເຂດ ຊຶ່ງໄດ້ສົ່ງ ​ຄື້ນຟອງ​ຍັກຂອງມະຫາ​
ສະມຸດ​ອິນ​ເດຍເຂົ້າຖະຫຼົ່ມ ທີ່​ຄວາມ​ໄວເທົ່າ​ກັບ​ເຮືອບິນ​ອາຍ​ພົ່ນ ໄປ​ໄກ​ເຖິງຮອດເຂດ
ອາຟຣິກາ​ຕາ​ເວັນ​ອອກ. ມັນ​ມີ​ຄວາມ​ແຮ​ງ​ຫຼາຍ​ຈົນ​ເຮັດ​ໃຫ້ແກນຂອງໂລກເຄື່ອນທີ່ໄປ
ຫລາຍ​ຊັງ​ຕີ​ແມັດ.

ເອເຊຍ ໄວ້ອາໄລ ໃຫ້ຜູ້ເຄາະຮ້າຍ ສຸນາມິ ປີ 2004

ນຶ່ງໃນ​ຈຳນວນຂົງ​ເຂດ ທີ່ໄດ້​ຮັບ​ຄວາມເສຍຫາຍ​ຮ້າ​ຍ​ແຮງ​ທີ່​ສຸດໄດ້ ກໍແກ່່​ແຂວງ Aceh
ຂອງ​ອິນ​ໂດ​ເນ​ເຊຍ ບ່ອນ​ທີ່ໄດ້ມີ​ການຈັດພິທີ​ໃນ​ວັນ​ສຸກ​ມື້​ນີ້. ຮອງ​ປະທານາທິບໍດີ ອິນ​ໂດ
​ເນ​ເຊຍ ທ່ານ Jusuf Kalla ໄດ້ຈົດຈຳກ່ຽວກັບ​ວ່າ​ ຊາວ​ໂລກໄດ້ພາກັນມາ​ໃຫ້ການ​ຊ່ວຍ
​ເຫລືອ​ຢ່າງ​ໃດ ​ຫລັງ​ຈາກ​ໄດ້ເກີດໂສກ​ນາດຕະກຳດັ່ງ ກ່າວນີ້.

ທ່ານ​ກ່າວ​ວ່າ “ພິທີ​ໄວ້ອາ​ໄລ ບໍ່​ພຽງ​ແຕ່​ເປັນ​ການ​ສູດມົນພາວະນາໃຫ້ແກ່ບັນດາ​ຜູ້​ເຄາະ
​ຮ້າຍ ​ແລະ​ຂອບ​ໃຈ​ປະຊາຊົນ​ຢູ່ໃນ​ທົ່ວ​ໂລກເທົ່ານັ້ນ ​ແຕ່​ຍັງ​ເປັນ​ເວລາ​ທີ່​ພວກ​ເຮົາ​ຮຽນ​ຮູ້​
ກ່ຽວກັບການແກ້​ໄຂບັນຫາໃນ​ນາມ​ວ່າ​ເປັນ​ບົດຮຽນ​ຈາກຄື້ນຟອງ ​ສຸນ​າມິ ທີ່​ໄດ້​ສອນໃຫ້
​ພວກ​ເຮົາວ່າ ​ເຮົາຄວນ​ແກ້​ໃຂບັນຫາ​ອັນສັບສົນ ​ໂດຍການ​ເຕົ້າ​ໂຮມ​ເປັນນໍ້າ​ນຶ່ງ​ໃຈ​ດຽວ​ກັນ.”

ຫລາຍ​ໆ​ຂົງ​ເຂດ​ທີ່​ຖືກ​ຖະຫຼົ່ມໂດຍຟອງ​ຍັກ​ສຸນາ​ມິທຳລາຍ​ນັ້ນ ​ເປັນ​ບ່ອນ​ທີ່ດ້ອຍ ​ພັດທະ
ນາ ​ແລະ​ໄດ້​ດີ້ນ​ລົນ​ຟື້ນໂຕຄືນ​ຈາກໄພພິບັດດັ່ງກ່າວ. ​ແຕ່​ໃນທີ່ສຸດກໍໄດ້ ​ມີການເກັບກຳ
ເງິນ​ກວ່າ 13 ພັນ​ລ້ານ​ໂດ​ລາ ໄປໃຫ້ການຊ່ວຍເຫລືອບັນ​ເທົາ​ທຸກ ແລະ​ບູລະນະສ້າງສາ
ຄືນໃໝ່.

ຟອງ​ຍັກ​ສຸນາ​ມິໄດ້​ພາ​ໃຫ້​ພວກ​ກະບົດ​ແບ່ງ​ແຍກ​ດິນ​ແດນໃນແຂວງ Aceh ວາງ​ອາວຸດ
​ຂອງ​ເຂົາ​ເຈົ້າ ​ເພື່ອ​ກໍ່ຕັ້ງ​ຊີວິດ​ຂອງ​ເຂົາ​ເຈົ້າຄືນໃໝ່. ການ​ກໍ່ກະບົດທີ່​ມີມາ​ເປັນ​ເວລາ​ສາມ​
ທົດ​ສະ​ວັດ ເພື່ອຕໍ່ຕ້ານ​ອິນ​ໂດ​ເນ​ເຊຍ ​ໄດ້​ສີ້​ນສຸດ​ລົງ​ໃນ​ປີ 2005 ຫລັງ​ຈາກ​ໄດ້​ເອົາຊີວິດ
ຜູ້ຄົນໄປແລ້ວ 15,000 ຄົນ.

ອິນ​ໂດ​ເນ​ເຊຍ ​ໄດ້​ຮັບຄວາມເສຍຫາຍຮ້າຍ​ແຮງ​ສຸດ​ຈາກຟອງ​ຍັກ​ສຸ​ນາ​ມິ ໂດຍມີຜູ້​ເສຍ​
ຊິວິດ​ຫລາຍກວ່າ 160,000 ຄົນ​ ແລະຍັງມີອີີກ​ຫລາຍ​ພັນ​ຄົນ​ໄດ້​ເສຍ​ຊີ ວິດ​ຢູ່​ທີ່ປະ​ເທດ​
ໄທ ​ແລະ​ສຣີລັງກາ.

Your browser doesn’t support HTML5

ASIA TSUNAMI ANNIVERSARY CNPK