WHO ກ່າວວ່າ ສິ່ງທ້າທາຍທີ່ກໍາລັງເຕີບໃຫຍ່ ໃນການປາບປາມໂຣກໄຂ້ຍຸງ ກໍຄືຫຼັກຖານທີ່ສະແດງໃຫ້ເຫັນເພີ່ມຂຶ້ນນັບມື້ ຂອງສາຍພັນທີ່ດື້ຕໍ່ຢາ.
ບັນດາເຈົ້າໜ້າທີ່ອົງການອະນາໄມໂລກຫຼື WHO ແລະອົງການສະຫະປະ ຊາຊາດກ່າວວ່າ ສິ່ງທ້າທາຍທີ່ກໍາລັງເຕີບໃຫຍ່ຂະຫຍາຍຕົວ ໃນການປາບປາມໂຣກໄຂ້ຍຸງຫຼືໄຂ້ມາເລເຣຍ ນັ້ນກໍຄືຫຼັກຖານທີ່ສະແດງໃຫ້ເຫັນເພີ່ມຂຶ້ນນັບມື້ ຂອງສາຍພັນທີ່ດື້ຕໍ່ຢາໃນຂົງເຂດເອເຊຍຕາເວັນອອກສຽງໃຕ້. ຕາມທີ່ Ron Corben ຜູ້ສື່ຂ່າວວີໂອເອລາຍງານຈາກບາງ ກອກນັ້ນວ່າ ບັນດາ ເຈົ້າໜ້າທີ່ສາທາລະນະສຸກ ກໍາລັງພົບປະກັນ ຢູ່ປະເທດອອສເຕຣເລຍ ໃນ ທ້າຍເດືອນຕຸລາຜ່ານມານີ້ ເພື່ອຈັດຕັ້ງວິທີການປາບປາມພະຍາດດັ່ງກ່າວໃນລະດັບຂົງເຂດໃຫ້ດີຂຶ້ນ. ຊຶ່ງທອງປານ ມີເລຶ່ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ
ພາຄີລະດັບໂລກກຸ່ມນຶ່ງ ທີ່ນໍາພາໂດຍອົງການອະນາໄມໂລກເວົ້າວ່າ ເຖິງ ແມ່ນມີຜົນຮັບດີຂຶ້ນ ຈາກອັດຕາຄົນເສຍຊີວິດທີ່ຕໍ່າລົງໄປໃນໄລຍະນຶ່ງທົດ ສະວັດມານີ້ກໍຕາມ ແຕ່ໂຣກໄຂ້ຍຸງຫຼືໄຂ້ມາເລເຣຍນັ້ນ ຍັງເປັນບັນຫາສຸຂະ ພາບໜັກໜ່ວງຂອງໂລກຢູ່ຕໍ່ມາ ທີ່ໄດ້ເອົາຊີວິດຂອງຜູ້ຄົນໄປຫຼາຍກວ່າ 650,000 ຄົນ ໃນແຕ່ລະປີ ຊຶ່ງສ່ວນໃຫຍ່ແມ່ນຢູ່ໃນຂົງເຂດອາຟຣິກາ.
ສ່ວນໃນຂົງເຂດເອເຊຍ ບັນດາປະເທດທີ່ຖືກພະຍາດດັ່ງກ່າວຄຸກຄາມຫຼາຍທີ່ສຸດນັ້ນ ກໍມີອິນເດຍ ອິນໂດເນເຊຍ ປາກີສຖານ ແລະມຽນມາ. ຢູ່ທົົ່ວຂົງ ເຂດດັ່ງກ່າວ ໃນປີ 2010 ຜ່ານມານີ້ ອົງການອະນາໄມໂລກເວົ້າວ່າ ໂຣກໄຂ້ຍຸງແມ່ນໄດ້ເຮັດໃຫ້ມີຄົນເຈັບປ່ວຍ 30 ລ້ານຄົນແລະໃນຈໍານວນນັ້ນໄດ້ ເສຍຊີວິດໄປ 42,000 ຄົນ.
ມາບັດນີ້ ພົບເຫັນຫຼັກຖານເພີ່ມຫຼາຍຂຶ້ນຈາກສາຍພັນນຶ່ງຂອງໂຣກໄຂ້ຍຸງ ທີ່ດື້ຕໍ່ຢາ ຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ນັ້ນ ທີ່ກໍາລັງກໍ່ໃຫ້ເກີດຄວາມຢ້ານກົວວ່າມັນຈະແຜ່ລາມອອກໄປ ບາງທີອາດເພີ່ມຈໍານວນ ຄົນເສຍຊີວິດຢູ່ໃນທົ່ວໂລກຫຼາຍຂຶ້ນເປັນ 200,000 ຄົນໄດ້.
ທ່ານນາງ Fatoumata Nafo-Traore ເປັນຜູ້ອໍານວຍການບໍລິຫານພາຄີ ຕີໂຕ້ໂຣກໄຂ້ຍຸງ ຫຼື Roll Back Malaria Partnership ຊຶ່ງເປັນໂຄງ ການຮ່ວມຢູ່ໃນເຄືອຂອງ ອົງການອະນາໄມໂລກ, ອົງການສະຫະປະຊາຊາດ ເພື່ອການພັດທະນາຫຼື UNDP ທະນາຄານໂລກແລະອົງການອື່ນໆ. ທ່ານ ນາງກ່າວວ່າ ບັນດາເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໄດ້ສຸມຄວາມພະຍາຍາມໃສ່ໃນການສ້າງຄວາມເຂົ້າໃຈກ່ຽວກັບເລຶ່ອງໄຂ້ຍຸງສາຍພັນໃໝ່ທີ່ດື້ຕໍ່ຢາໃຫ້ດີຂຶ້ນ.
ທ່ານນາງ Dr. Fatoumata Nafo-Traore
ທ່ານນາງ ນາໂຟ ທຣາໂອເຣ ກ່າວວ່າ: “ການພັດທະນາການຂອງເຊື້ອທີ່ດື້ຕໍ່ການ ບໍາບັດດ້ວຍສູດຢາທີ່ເປັນສານເຄມີປະສົມຕໍ່ຕ້ານໄຂ້ຍຸງນັ້ນ ຖືວ່າເປັນສິ່ງທ້າທາຍທີ່ໃຫຍ່ຫຼວງທີ່ສຸດ ແລະມັນກໍໄດ້ເລີ່ມເກີດຂຶ້ນ ຢູ່ໃນເຂດຊາຍແດນຂອງກໍາປູເຈຍແລະໄທ ແຕ່ພວກເຮົາກໍເລີ່ມລົງມືປະຕິບັດການຢ່າງເດັດຂາດກັບເລຶ່ອງນີ້ແລ້ວ.”
ອົງການອະນາໄມໂລກກ່າວຕື່ີມວ່າ ຮ່ອງຮອຍອື່ນຂອງໄຂ້ຍຸງສາຍພັນທີ່ດື້ຢາດັ່ງກ່າວຍັງ ໄດ້ພົບເຫັນຢູ່ໃນເຂດຊາຍແດນໄທຕິດກັບມຽນມາ ພ້ອມທັງຢູ່ໃນຫວຽດນາມ ນັ້ນນໍາ.
ແຕ່ທ່ານນາງ ນາໂຟ ທຣາໂອເຣ ກ່າວວ່າ ສິ່ງທ້າທາຍປະການນຶ່ງກໍແມ່ນ ການຂາດເຂີນງົບປະມານ ຊຶ່ງຂະນະນີ້ທ່ານນາງກໍາລັງສຶກສາເບິ່ງຢູ່ໃນວົງ ການເອກກະຊົນ ເພື່ອຈະໄດ້ເງິນມາຕື່ມໃສ່ສ່ວນທີ່ຂາດເຂີນໄປນັ້ນ.
ທ່ານນາງ ກ່າວວ່າ: “ນັບວ່າມັນລໍາບາກຫຼາຍທີ່ຈະຮັກສາລະດັບເງິນງົບປະ ມານໃຫ້ທຸ່ນທ່ຽງພຽງພໍໄວ້ໄດ້ແລະກໍຄືຫາວິທີໃຫ້ໄດ້ເງິນມາເພີ່ມອີກ ໂດຍຜ່ານແຫຼ່ງງົບປະມານອື່ນໆ ດ້ວຍເຫດນີ້ ພວກເຮົາຈຶ່ງກໍາລັງສຶກສາເບິ່ງການປັບປຸງດ້ານ ຊັບພະຍາກອນພາຍໃນປະເທດຢູ່ໃນເວລານີ້ ແລະເຂົ້າ ພົວພັນກັບພາກສ່ວນເອກກະຊົນ ເພື່ອຈະໄດ້ຊັບພະ ຍາກອນເພີ່ມຕື່ມ ສໍາ ລັບຄວບຄຸມໂຣກໄຂ້ຍຸງດັ່ງກ່າວນີ້ ຍ້ອນວ່າໂຣກໄຂ້ຍຸງ ແມ່ນຍັງມີສ່ວນພົວພັນກັບການຂາດງານ ລະ ດັບນັກຮຽນໄປໂຮງຮຽນຕໍ່າລົງ ພ້ອມກັບຂາດເຂີນການລົງທຶນເປັນຕົ້ນ”
ໃນຄວາມພະຍາຍາມເພື່ອສ້າງຄວາມສາມະຄີການຮ່ວມມືລະດັບຂົງເຂດເອ ເຊຍ-ປາຊິຟິກ ນັ້ນ ອອສເຕຣເລຍກໍກໍາລັງໃຫ້ຄວາມອຸບປະຖໍາຈັດກອງປະຊຸມບັ້ນນຶ່ງຂຶ້ນເມື່ອທ້າຍເດືອນຜ່ານມານີ້ ອັນເປັນການສ້າງຂີດໝາຍ ກອງປະຊຸມການເມືອງລະດັບຂົງເຂດເທື່ອ ທໍາອິດກ່ຽວກັບໂຣກໄຂ້ຍຸງດັ່ງ ກ່າວ.
ທ່ານນາງ ນາໂຟ ທຣາໂອເຣ ກ່າວມ້ວນທ້າຍວ່າ ເຖິງແມ່ນໃນປັດຈຸບັນນີ້ ອອສເຕຣເລຍຖືວ່າເປັນປະເທດທີ່ປອດໂຣກໄຂ້ຍຸງກໍຈິງຢູ່ ແຕ່ລັດຖະບານອອສເຕຣເລຍກໍຖືເອົາເລຶ່ອງນີ້ເປັນບູລິມະສິດນຶ່ງເພື່ອສະໜັບສະໜຸນປະເທດຕ່າງໆ ໃນການກໍາຈັດຖອນຮາກໂຣກໄຂ້ ຍຸງ ຊຶ່ງທ່ານນາງກໍຫວັງວ່າອອສເຕຣເລຍຈະໃຫ້ເງິນຊ່ວຍເຫຼືອເພີ່ມຕື່ມແກ່ປະເທດທີ່ດ້ອຍພັດທະນາໃນຂົງເຂດເພື່ອໃຫ້ພວກເຂົາເຈົ້າມີຄວາມສາມາດກໍາຈັດໂຣກໄຂ້ຍຸງໃຫ້ໄດ້ຕະຫຼອດໄປ.