ສປປ ລາວ ລວມຢູ່ໃນ ກຸ່ມປະເທດທີ່ບໍ່ກ້າວໜ້າ ໃນການຕ້ານໂຣກເອດສ໌ ຢູ່ເອເຊຍ ຕາເວັນອອກສຽງໃຕ້

  • Robert Carmichael

ທ້າວ Pham Huu Khoi ຄົນເຈັບ ເປັນໂຣກເອດສ໌ ນອນປົວຢູ່ສູນກາງປິ່ນປົວ ເຊື້ອ HIV ແລະໂຣກເອດສ໌ ຢູ່ບ້ານ An Nhon ພາກຕາເວັນອອກສຽງເໜືອ ຂອງນະຄອນ ໂຮຈີມິນ ຂອງຫວຽດນາມ ໃນເດືອນ ຕຸລາ 2009.

ການສຶກສາຄົ້ນຄວ້າທົ່ວ​ໂລກ ທີ່ນໍາອອກເຜີຍແຜ່​ເມື່ອວັນ
ອັງຄານ ທີ 20 ​ເດືອນສິງຫານີ້ ສະແດງໃຫ້ເຫັນຜົນຮັບ​ທີ່​ດີ​
ແດ່​ບໍ່​ດີ​ແດ່ຂອງການດໍາເນີນຄວາມພະຍາຍາມໂດຍປະເທດ
ຕ່າງໆ ໃນການຮັບມືກັບການແຜ່ລະບາດຂອງເຊື້ອໄວຣັສ
HIV ທີ່​ພາ​ໃຫ້​ເປັນ​ໂຮ​ກ​ເອດ​ສ໌ນັ້ນ. ໃນຂະນະທີ່ບາງປະເທດ
ຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ໄດ້ມີຄວາມກ້າວ
ໜ້າໃນການຕໍ່ສູ້ກັບພະຍາດນີ້ ສະພາບການຢູ່ບ່ອນອື່ນ ຊຶ່ງ
ລວມທັງ ອິນໂດເນເຊຍ, ຫວຽດນາມ, ແລະຟີລິບປິນ ແມ່ນບໍ່
ຄ່ອຍມີຄວາມກ້າວໜ້າປານໃດ. Robert Carmichael ຜູ້ສື່
ຂ່າວວີໂອເອ ລາຍງານມາຈາກນະຄອນຫລວງພະນົມເປັນ
ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ:

Your browser doesn’t support HTML5

ຟັງລາຍງານຜົນການສໍາຫລວດ ໂຣກເອດສ໌


ບົດລາຍງານທີ່ນໍາອອກເຜີຍແຜ່ໃນວັນອັງຄານອາທິດ​ນີ້ ທີ 20 ສິງຫາ ໂດຍສະຖາບັນວັດ
ແທກແລະປະເມີນຜົນດ້ານສຸຂະພາບຫລື IHME ທີ່ມະຫາວິທະຍາໄລ Washington
ໃນສະຫະລັດ ພົບວ່າ ຈໍານວນ ຄົນເສຍຊີວິດຍ້ອນເຊື້ອ HIV ກໍາລັງເພີ້ມຂຶ້ນຢູ່ໃນຫລາຍ
ກວ່າເຄິ່ງນຶ່ງ ຂອງຈໍານວນ 187 ປະເທດທີ່ຖືກສໍາຫລວດ.

ທ່ານນາງ Katrina Ortblad ຫົວໜ້າຄະນະຂຽນລາຍງານ ໄດ້​ໂອ້​ລົມ​ກັບ VOA ຜ່ານ ທາງ Skype. ທ່ານນາງ Ortblad ເວົ້າວ່າ:

“ອັດຕາການຕາຍຍ້ອນເຊື້ອ HIV ກໍາ ລັງເພີ້ມຂຶ້ນຢູ່ໃນ 98 ປະເທດ. ສະ
ນັ້ນໃນຂະນະທີ່ມີ​ຫລາຍໆປະເທດ
ທີ່ໄດ້ແບກພາລະສູງໃນດ້ານນີ້ ໄດ້​ທໍາ
ຄວາມກ້າວໜ້າຢ່າງໃຫຍ່ຫລວງ
ໃນການຫລຸດຜ່ອນການລະບາດລົງ ໃນສິບ
ປີທີ່ຜ່ານມາ ແຕ່ວ່າເຊື້ອ HIV ກໍກໍາລັງໂຜ່ຕົວຂຶ້ນມາ ຢູ່ໃນກຸ່ມພົນລະເມືອງ
ບ່ອນທີ່ເຊື້ອໂຣກນີ້ບໍ່ ໄດ້ເປັນບັນຫາໃຫຍ່ໃນເມື່ອກ່ອນ. ​ໂດຍສະເພາະ ຢູ່
ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ບັນດາປະເທດທີ່ມີອັດຕາການ
ເສຍຊີວິດ​ເພີ້​ມຂຶ້ນນັບມື້ ກໍຄື ອິນໂດເນເຊຍ, ລາວ, ຟີລິບປິນ, ສີລັງກາ ແລະຫວຽດນາມ.”


ນັບແຕ່ເຊື້ອ HIV ໂຜ່ຕົວຂຶ້ນມາທໍາອິດໃນຊຸມປີ 1980 ມັນໄດ້ກາຍມາເປັນນຶ່ງ ໃນບັນຫາ
ທາງສຸຂະພາບ ທີ່ມີຄວາມກົດດັນໜັກທີ່​ສຸດຂອງໂລກ ຊຶ່ງໄດ້ມີຜົນກະທົບສ່ວນໃຫຍ່ຕໍ່
ຄົນໜຸ່ມ ແລະພວກມີຄວາມຫ້າວຫັນທາງດ້ານເສດຖະກິດ.

ເຊື້ອໄວຣັສນີ້ມີຢ່າງແຜ່ຫລາຍທີ່ສຸດຢູ່ໃນເຂດໃຕ້ທະເລຊາຍຊາຮາຣາ ໃນທະວີບອາຟຣິ
ກາ ບ່ອນທີ່ຖືກັນວ່າ ມີການລະບາດຢູ່ທົ່ວໄປ ທີ່ໄດ້ສົ່ງຜົນກະທົບຕໍ່ພົນລະເມືອງ ​ໃນ​ຂອບ​ເຂດ​ທີ່​ກ້ວາງ​ຂວາງຂຶ້ນ.

ຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ກໍຄືກັນກັບ​ເຂດອື່ນໆສ່ວນຫລາຍຂອງໂລກ
ເຊື້ອ HIV/AIDS ​ແມ່ນ​ເປັນ​ອັນທີ່ພວກນັກ​ຊ່ຽວຊານເອີ້ນກັນວ່າ ໂຣກລະບາດທີ່ລວມ
ຈຸດ​ຢູ່​ໃນ​ກຸ່ມ​ປະຊາຊົນ​ສະ​ເພາະ​ໃດ​ນຶ່ງ ກໍ​ຄືກະທົບຕໍ່ກຸ່ມສະເພາະ ເຊັ່ນ ພວກຄ້າປະເວນີ,
ພວກທີ່ສັກຢາເສບຕິດ, ຫລືຜູ້ຊາຍທີ່ມີເພດສໍາພັນກັບຜູ້ຊາຍ.

ລາຍງານຂອງສະ​ຖາ​ບັນ IHME ໄດ້ປະເມີນຜົນກະທົບຂອງເຊື້ອໂຣກ HIV/AIDS ທີ່​
ພົວພັນ​ກັບພະຍາດອື່ນໆ​ຫລາຍ​ຢ່າງ ຊຶ່ງ​ໂຮມ​ທັງໂຣກມະເຮັງ, ໂຣກຫົວໃຈ, ໄຂ້ມາເລ
ເຣຍ ແລະ ພະຍາດຖອກທ້ອງ ຕະຫລອດທັງອຸປະຕິເຫດຕ່າງໆ ເຊັ່ນການຕາຍຍ້ອນ
ອຸປະຕິເຫດທ້ອງຖະໜົນ ຊຶ່ງ​ລວມມີ​ທັງ​ໝົດເກືອບຮອດ 300 ກໍລະນີ​ການ​ຕາຍ​ຍ້ອນ​
ພະຍາດ​ເຫລົ່ານັ້ນ​ແລະອຸປະຕິເຫດ. ຂໍ້ມູນທີ່ຢືນຢັນການສຶກສາຄົ້ນຄວ້າບັ້ນນີ້ ແມ່ນເອົາ
ມາຈາກອົງການ UNAIDS ແລະອົງການອະນາໄມໂລກ.

ບົດລາຍງານດັ່ງກ່າວໄດ້ຄິດ​ໄລ່ສິ່ງທີ່ຕົນເອີ້ນວ່າ ພາລະແບກຫາບດ້ານສຸຂະພາບ ໂດຍ
ການເອົາຈໍານວນປີທີ່ເສຍໄປຍ້ອນການເສຍຊີວິດກ່ອນ ເວລາອັນຄວນຍ້ອນພະຍາດ
ຫລືອຸປະຕິເຫດແຕ່ລະອັນ ຕະຫລອດທັງ ເວລາທີ່ເສຍໄປຍ້ອນການເຈັບປ່ວຍ ກ່ອນ
ເສຍຊີວິດໄປ.

ການຄິດ​ໄລ່​ດັ່ງກ່າວໄດ້ອໍານວຍ ໃຫ້ພວກນັກຄົ້ນຄວ້າ ສົມທຽບພາລະແບກຫາບດ້ານ
ສຸຂະພາບທີ່ກ່ຽວຂ້ອງກັບເຊື້ອ HIV/AIDS ສໍາລັບແຕ່ລະປະເທດ ແລະສົມທຽບປະ
ເທດເຫລົ່ານັ້ນໃສ່ກັນ.

ເມື່ອ 20 ປີກ່ອນ ເຊື້ອ HIV/AIDS ແມ່ນຢູ່ໃນອັນດັບທີ 33 ໃນບັນຊີ​ລໍາດັບພາລະ
ແບກຫາບດ້ານສຸຂພາບຂອງໂລກ. ທ່ານນາງ Ortblad ເວົ້າວ່າ ບັດນີ້ ໂຣກດັ່ງກ່າວ
ແມ່ນຢູ່ໃນອັນດັບທີ 5 ລອງຈາກໂຣກຫົວໃຈ, ການຕິດເຊື້ອໂຣກທາງລະບົບຫາຍໃຈ,
ໂຣກລົມສາລະບາດ ຫລື strokes ແລະໂຣກຖອກທ້ອງ. ທ່ານນາງ Ortblad ເວົ້າ
ອີກວ່າ:

“ເຊື້ອ HIV ຍັງບໍ່ທັນ ໄດ້ໝົດໄປເທື່ອ. ຍັງມີ 21 ປະເທດ ບ່ອນ​ທີ່ເຊື້ອ HIV ເປັນສາເຫດອັນດັບນຶ່ງ ຂອງພາລະທາງສຸຂະພາບ ແລະໃນຂະນະທີ່ສ່ວນ
ໃຫຍ່ ຂອງປະເທດເຫລົ່ານີ້ ແມ່ນຢູ່ໃນເຂດໃຕ້ທະເລຊາຍຊາຮາຣາ ແຕ່ມັນ
ກໍມີ​ຢູ່​ໃນ​ອີກ​ຫລາຍໆ​ປະ​ເທດນັບແຕ່ຂົງເຂດອາຟຣິກາໄປຮອດຂົງເຂດ
ອາເມ
ຣິກາລາຕິນ
ຄາຣິບຽນ ​ໄປ​ຮອດຂົງເຂດຕາເວັນອອກສຽງໃຕ້.”


ບົດລາຍງານຂອງ IHME ຍັງໄດ້ເນັ້ນໃຫ້ເຫັນບັນດາປະເທດ ທີ່ການດໍາເນີນຄວາມ
ພະຍາຍາມຕໍ່ສູ້ກັບພະຍາດດັ່ງກ່າວ ເບິ່ງຄືວ່າໃຊ້ການໄດ້ລວມທັງຫລາຍປະເທດ
ໃນຂົງເຂດເອເຊຍຕາເວັນອອກ. ທ່ານນາງ Ortblad ເວົ້າອີກວ່າ:

“ເຮົາເຫັນວ່າ ບາງປະເທດ ເຊັ່ນກໍາປູ ເຈຍ, ໄທ ແລະເກາະ Maldives ​ໄດ້​
ທໍາຄວາມກ້າວໜ້າຢ່າງຫລວງຫລາຍ. ກໍາປູເຈຍສາມາດຫລຸດການແຜ່ລະ
ບາດຂອງ​ໂຮ​ກນີ້ລົງ​ໄດ້ 86 ເປີເຊັນ ນັບແຕ່ມັນຂຶ້ນສູ່ຈຸດສູງສຸດໃນປີ 2003.”


ແຕ່ວ່າປະເທດອື່ນໆຢູ່ໃນຂົງເຂດ ຊຶ່ງລວມມີ ອິນໂດເນເຊຍ, ລາວ, ຟີລິບປິນ ແລະ
ຫວຽດນາມນໍາ​ນັ້ນ ແມ່ນກໍາລັງ​ເຫັນການເສຍຊີວິດຍ້ອນພະຍາດນີ້ ມີ​ຈໍາ​ນວນສູງຂຶ້ນ.
ແລະເຖິງແມ່ນວ່າ ອັດຕາການຕາຍຢູ່ໃນປະເທດເຫລົ່ານີ້ ປັດຈຸບັນນີ້ ຈະຍັງຕໍ່າຢູ່ກໍ
ຕາມ ແຕ່ມັນກໍກໍາລັງເພີ້ມຂຶ້ນນັບມື້.

ໄທເປັນແບບຢ່າງທີ່ດີ ສໍາລັບປະເທດທີ່ເຮັດໄດ້ດີໃນການແກ້ໄຂບັນຫາ ເຊື້ອ HIV ແຕ່ກໍຍັງຈະຕ້ອງໄດ້ທໍາຄວາມພະຍາຍາມເພີ້ມຂຶ້ນອີກຢູ່. ເຖິງແມ່ນວ່າ ຈໍານວນການ
ເສຍຊີວິດຍ້ອນເຊື້ອ HIV/AIDS ໄດ້ຫລຸດ ລົງເຄິ່ງນຶ່ງ ນັບແຕ່ປີ 2000 ເປັນຕົ້ນມາ
ກໍ​ຕາມ ​ແຕ່ເຊື້ອ HIV ກໍຍັງ ເປັນພາລະຫລັກທາງດ້ານສຸຂະພາບຂອງປະເທດນີ້ຢູ່ ແລະຍັງກວມເອົາ 4.4 ເປີເຊັນ ຂອງສາເຫດການຕາຍທັງໝົດ.

ມຽນມາກໍເປັນອີກປະເທດນຶ່ງ ທີ່ມີຈໍານວນຄົນເສຍຊີວິດຫລຸດລົງແຕ່ວ່າ ເຊື້ອ HIV/
AIDS ກໍສືບຕໍ່ສ້າງພາລະໜັກໃຫ້ແກ່ປະເທດ ໂດຍມີອັດຕາການຕາຍ ທີ່​ປະກ​ອບ​ເປັນ
ປະມານ 5 ເປີເຊັນ ຂອງສາເຫດການຕາຍ ທັງໝົດ.

ສະຫລູບ​ແລ້ວແມ່ນຫຍັງທີ່ໄດ້ຊ່ວຍ​ໃຫ້​ເປັນ​ເຊັ່ນນັ້ນ? ການຮັບປະກັນໃຫ້ມີຢາຕ້ານໄວ ຣັສ ໄດ້ເຮັດໃຫ້ມີການປ່ຽນແປງຢ່າງໃຫຍ່ - ປະມານ 8 ລ້ານຄົນໄດ້ຮັບຢາເຫລົ່ານີ້ໃນປີ
2011 ຊຶ່ງ​ເປັນການເພີ້ມຂຶ້ນ 20 ເທົ່າ ໃນເວລາໜ້ອຍກວ່າ 10 ປີ. ລາຍງານ​ເວົ້າ​ວ່າ ເຊື່ອ
ກັນວ່າ ການບໍ່ມີຢາດັ່ງກ່າວ ໄດ້ມີສ່ວນເຮັດໃຫ້ການເສຍຊີວິດ ທີ່ກ່ຽວຂ້ອງກັບເຊື້ອ HIV
ຖີບຕົວຂຶ້ນສູງສຸດ ຮອດປະມານ 1 ລ້ານ 750 ພັນຄົນ ໃນປີ 2006. ແຕ່ນັ້ນມາ ຈໍານວນ
ການເສຍຊີວິດ​ໄດ້ຫລຸດລົງ ປະມານ 4 ເປີເຊັນ ໃນແຕ່ລະປີ.

ພວກນັກຄົນຄວ້າເວົ້າວ່າ ການສຶກສາໃຫ້ຄວາມ​ຮູ້​ກ່ຽວ​ກັບ​ເລື້ອງການຮ່ວມເພດທີ່ປອດ
ໄພ ​ແກ່​ພວກຄົນຢູ່ໃນກຸ່ມທີ່ມີຄວາມສ່ຽງ ກໍສໍາຄັນເຊັ່ນກັນ, ຕະຫລອດທັງການດໍາເນີນ
ຄວາມພະຍາຍາມປ້ອງກັນການຕິດພະຍາດ ຈາກແມ່ໄປຫາລູກ. ​ເງິນ​ທຶນສ່ວນໃຫຍ່ທີ່​
ນໍາ​ໃຊ້​ໃນ​ການ​ດໍາ​ເນີນຄວາມ​ພະຍາຍາມ​ເຫລົ່ານັ້ນ ແມ່ນ​ໄດ້​ມາ​ຈາກ ກອງທຶນໂລກ, ອົງການ UNAIDS ແລະປະເທດທີ່ຮັ່ງມີ. ແຕ່ວ່າ ​ເງິນທຶນດັ່ງກ່າວ ບໍ່ໄດ້​ເພີ້​ມຂຶ້ນເລີຍ
ນັບແຕ່ປີ 2010 ມາ ຍ້ອນວິກິດການເສດຖະກິດຢູ່​ໃນ​ທົ່ວ​ໂລກ. ທ່ານນາງ Ortblad ເວົ້າ
ວ່າ ຢ່າງໜ້ອຍທີ່ສຸດ​ ເງິນຊ່ວຍເຫລືອ​ດັ່ງກ່າວກໍຕ້ອງຮັກສາ​ໄວ້ ໃນລະດັບຂອງປັດຈຸບັນ.