ໃນວັນອາທິດມື້ນີ້ ພວກເຈົ້າໜ້າທີ່ໄທກໍາລັງດີ້ນຮົນຕໍ່ສູ້ໃນທຸກວິທີທາງ ເພື່ອປ້ອງກັນບໍ່ໃຫ້
ນໍ້າຖ້ວມເມືອງຫລວງບາງກອກ ໃນຂະນະທີ່ ຢູ່ທີ່ມຽນມາ ປະເທດເພື່ອນບ້ານຂອງໄທນັ້ນ
ເຈົ້າໜ້າທີ່ກ່າວວ່າໄພນໍ້າຖ້ວມໄດ້ເອົາ ຊີວິດຜູ້ຄົນໃນມຽນມາໄປແລ້ວຢ່າງໜ້ອຍ 100 ຄົນ.
ພວກເຈົ້າໜ້າທີ່ທີ່ເມືອງຫລວງບາງກອກຂອງໄທ ໄດ້ລະດົມເສີມການປ້ອງກັນຢູ່ໃນເຂດທີ່
ອ່ອນແອ ໃນແນວປ້ອງກັນຂອງບາງກອກແລະພະຍາຍາມ ປ້ອງກັນໂຄງລ່າງພື້ນຖານເອົາ
ໄວ້ໃຫ້ໄດ້.
ໄພນໍ້າຖ້ວມຄັ້ງນີ້ນັບວ່າຮ້າຍແຮງທີ່ສຸດທີ່ປະທະປະເທດໄທໃນຮອບຫລາຍສິບປີ ໂດຍໄດ້
ເອົາຊີວິດຜູ້ຄົນໄປແລ້ວຢ່າງໜ້ອຍ 356 ຄົນ ແລະຍັງຜົນໃຫ້ປະຊາຊົນອີກຫລາຍກວ່າ
110,000 ຕ້ອງພັດພາກບ້ານຢູ່ອາໃສ ແລະ ສ້າງຄວາມເສຍຫາຍອັນໃຫຍ່ຫລວງແກ່ເສດ
ຖະກິດ.
ພະນັກງານຍິງມຽນມາສອງຄົນ ຍ່າງລຸຍ ນໍ້າຖ້ວມທີ່ເມືອງ Mandalay, ມຽນມາ. (AP Photo)
ສ່ວນທີ່ມຽນມາ ເພື່ອນບ້ານຂອງໄທນັ້ນ
ເຈົ້າໜ້າທີ່ຄົນນຶ່ງກ່າວວ່າ ໄພນໍ້າຖ້ວມໄດ້
ເອົາຊີວິດຜູ້ຄົນໄປແລ້ວຢ່າງໜ້ອຍ 100
ຄົນເມື່ອອາທິດຜ່ານມາ. ໜັງສືພິມ New
Light of Myanmar ໄດ້ລາຍງານຂ່າວ
ກ່ຽວກັບນໍ້າຖ້ວມໃນວັນອາທິດມື້ນີ້ ແຕ່
ກໍໄດ້ສະເໜີໂຕເລກຜູ້ເສຍຊີວິດວ່າ ມີ
3 ຄົນ ແລະ 80 ຄົນຫາຍສາບສູນ.
ຝົນຕົກໜັກທີ່ເລີ່ມມາຕັ້ງແຕ່ເດືອນກໍລະກົດ
ໄດ້ໄຫລຖ້ວມພື້ນທີ່ອັນກ້ວາງຂວາງຂອງຂົງ
ເຂດເອເຊຍຕາເວັນອອກສຽງໃຕ້ ແລະບັງ
ຄັບໃຫ້ຫລາຍລ້ານຄົນຕ້ອງໜີຈາກບ້ານຢູ່
ອາໃສໄປ. ມີປະຊາຊົນອີກ 336 ຄົນເສຍຊີວິດ ໃນກໍາປູເຈຍ ລາວ ແລະຫວຽດນາມ.
ມີຫລາຍປະເທດເພີ່ມຂຶ້ນ ທີ່ຮັບປາກວ່າຈະໃຫ້ການຊ່ວຍເຫລືອແກ່ຂົງເຂດ ທີ່ຖືກທໍາລາຍ
ໂດຍໄພນໍ້າຖ້ວມແຫ່ງນີ້.