ໄພນໍ້າຖ້ວມໃນເອເຊຍ

  • ໄພສານ ວໍຣະຈັກ

ໄພນໍ້າຖ້ວມໃນເອເຊຍ

ທະຫານອິນໂດເນເຊຍ ຊ່ອຍຊາວບ້ານ ທີ່ຖືກນໍ້າຖ້ວມ

ຈຳນວນຜູ້ເສຍຊີວິດຈາກຝົນຕົກໜັກ​ແລະໄພ ນໍ້າຖ້ວມເປັນ​ເວລາ​ຫຼາຍໆມື້ ໃນຫວຽດນາມ ແລະອິນໂດເນເຊຍ ປັດຈຸບັນນີ້ ມີຢ່າງນ້ອຍ 140 ຄົນແລ້ວ.

ມີຜູ້ເສຍຊີວິດບໍ່ຕໍ່າກວ່າ 48 ຄົນ ຢູ່ໃນເຂດພາກກາງຂອງຫວຽດນາມ ບ່ອນທີ່ປະຊາຊົນຈຳ ນວນຫຼາຍພັນຄົນ ໄດ້ຖືກຕັດຂາດຍ້ອນໄພນໍ້າຖ້ວມ. ຫວຽດນາມໄດ້ສົ່ງເຮືອບິນເຮຣີຄອບເຕີ້ ໄປຢ່ອນອາຫານແລະປັດໄຈທີ່ຈຳເປັນຕ່າງໆໃຫ້ແກ່ພວກທີ່ຕົກຄ້າງໃນເຂດດັ່ງກ່າວ. ເຈົ້າໜ້າ ທີ່ຄຸ້ມຄອງໄພພິບັດ ຂອງຫວຽດນາມເວົ້າວ່າ ມີຜູ້ຫາຍສາບສູນ 10 ກວ່າຄົນ.

ສ່ວນຢູ່ໃນພາກຕາເວັນອອກ ຂອງອິນໂດເນເຊຍນັ້ນ ມີຢ່າງນ້ອຍ 90 ຄົນໄດ້ເສຍຊີວິດຫຼັງ ຈາກໄດ້ເກີດ ດິນຖະຫຼົ່ມຂະໜາດໃຫຍ່ ລົງມາ​ຖົມບ້ານ Wasior ທີ່ຕັ້ງຢູ່ແຄມຝັ່ງທະເລໃນ ແຂວງປາປົວຕາເວັນຕົກ. ໃນມື້ວານນີ້ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ໄດ້ອອກຖະແຫຼງຂ່າວ ສະບັບນຶ່ງ ສະແດງຄວາມເສົ້າເສຍໃຈ ກ່ຽວກັບ ເຫດຮ້າຍທີ່ວ່ານີ້.

ຂະນະດຽວກັນ ອົງການຂ່າວຊິນຫົວ ຂອງທາງການຈີນ ລາຍງານວ່າ ມີການຍົກຍ້າຍປະຊາ ຊົນ 130,000 ຄົນ ອອກຈາກເກາະໄຮນັງ ໃນພາກໃຕ້ຂອງຈີນ ຫຼັງຈາກຝົນຕົກໜັກເປັນເວ ລາຫຼາຍໆມື້ ໄດ້ພາໃຫ້ເກີດໄພນໍ້າຖ້ວມ ໝູ່ບ້ານຕ່າງໆຫຼາຍກວ່າ 550 ບ້ານ.