ພວກແຟນໆທີ່ນິຍົມໃຊ້ອິນເຕີເນັດ ພວກທຳອິດພຸ້ນ ພາກັນສົງໄສວ່າ ມັນຈະເປັນເທັກໂນ
ໂລຈີທີ່ຈະເຮັດໃຫ້ເກີດປະຊາທິປະໄຕ ໄດ້ຫຼືບໍ່ ເມື່ອວ່າ ໝົດທຸກຄົນສາມາດເຂົ້າເຖິງຂໍ້ມູນ
ໄດ້ ໂດຍບໍ່ຄຳນຶງເຖິງ ລາຍຮັບຂອງພວກເຂົາເຈົ້າ ຖານະດ້ານສັງຄົມຫຼືແມ່ນກະທັງລະດັບ
ໃນການມີເສລີພາຍໃຕ້ລັດຖະບານຂອງພວກເຂົາເຈົ້າ. ໃນປັດຈຸບັນນີ້ ເທັກໂນໂລຈີ ຄອມ
ພິວເຕີ ອີກອັນນຶ່ງ ກໍຄື ປັນຍາປະດິດ ຫຼື AI ກໍໄດ້ຕັ້ງຄຳຖາມທີ່ຄ້າຍຄືກັນກັບຄຳຖາມທີ່ກ່າວ
ມານັ້ນ ໂດຍຂຶ້ນຢູ່ກັບວ່າ ມັນຈະນຳຜົນປະໂຫຍດມາໃຫ້ໝົດທຸກຄົນ ໄດ້ຫຼືບໍ່ ຫຼືວ່າ ເຮັດໃຫ້
ຄວາມບໍ່ສະເໝີພາບ ທີ່ມີຢູ່ໃນປັດຈຸບັນນີ້ ມີແຜ່ຫຼາຍຕື່ມອີກຊຶ່ງໄຊຈະເລີນສຸກ ຈະນຳເອົາ
ລາຍງານ ຂອງວີໂອເອ ກ່ຽວກັບເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ບົດລາຍງານສະບັບໃໝ່ ທີ່ໄດ້ຖືກເປີດເຜີຍຮ່ວມກັນ ໂດຍບໍລິສັດ Google, ໂຮງຮຽນ
ທຸລະກິດ INSEAD ແລະ ບໍລິສັດຈັດຫາພະນັກງານ Adecco ໄດ້ພາກັນສຸມໃສ່ໃນຄຳ
ຖາມຕ່າງໆ ເຫຼົ່ານັ້ນ ດ້ວຍການຈັດອັນ ດັບບັນດາປະເທດ ແລະຫົວເມືອງຕ່າງໆ ບົນພື້ນ
ຖານທີ່ວ່າ ພວກເຂົາດຶງ ດູດເອົາຄົນເຂົ້າມາຮ່ວມໃນ ກຳລັງແຮງງານຂອງພວກເຂົາເຈົ້າ
ໄດ້ດີປານໃດ ໂດຍການລົງທຶນເຂົ້າໃນ ເທັກໂນໂລຈີ ເຊັ່ນ AI ນັ້ນ. ປະເທດໃນເຂດ
ເອເຊຍທັງຫຼາຍ ພາກັນຂຶ້ນໄປຢູ່ ໃນແຖວໜ້າ ຂອງດັດຊະນີ ການແຂ່ງຂັນດ້ານຄວາມ ສາມາດ ໃນທົ່ວໂລກ ປະຈຳປີ 2020 ເມື່ອທຽບໃສ່ປີ 2019 ໂດຍສະເພາະແລ້ວ ແມ່ນ
ບັນດາປະເທດທີ່ກຳລັງພັດທະນາ. ອັນນັ້ນ ໄດ້ນຳພາບັນດາຜູ້ສັງເກດການ ໃຫ້ສະຫລຸບ
ອອກມາແບບສອງແງ່ສອງມູມ ທີ່ ມີຄວາມຫວັງໄປໃນແງ່ດີ ແຕ່ຍັງຄົງລະມັດລະວັງ ເຊັ່ນ
ວ່າ: ໃນດ້ານນຶ່ງ ປະເທດທີ່ດ້ອຍພັດທະນາທັງຫຼາຍ ສາມາດນຳໃຊ້ເທັກໂນໂລຈີນີ້ ເພື່ອ
ຈະໄດ້ກ້າວໜ້າ ແລະ ໃນອີກດ້ານນຶ່ງ ຖ້າຫາກຜູ້ຄົນເພິ່ງພໍໃຈແລ້ວ ການໄດ້ປຽບດ້ານ
ເທັກໂນໂລຈີ ກໍອາດຈະຢູ່ໃນພວກປະເທດທີ່ຮັງມີ.
ທ່ານບຣູໂນ ແລນວິນ ຜູ້ອຳນວຍການບໍລິຫານ ຮັບຜິດຊອບດ້ານການວັດແທກ ໃນທົ່ວ
ໂລກຢູ່ທີ່ ບໍລິສັດ INSEAD ໄດ້ກ່າວວ່າ “ໃນຂະນະທີ່ຄວາມສາມາດ ກາຍມາເປັນເລື້ອງ
ທີ່ບໍ່ຄົງທີ່ແລະປ່ຽນແປງຢູ່ສະເໝີ ພວກຄົນບາງສ່່ວນທີ່ໄດ້ຮັບ ເອົາ AI ຕັ້ງແຕ່ຫົວທີສາ
ມາດ ໃຊ້ເຫດຜົນອັນນີ້ ໃຫ້ກາຍມາເປັນການແຂ່ງຂັນ ກັນ ໃນດ້ານຄວາມສາມາດຫຼາຍ
ຂຶ້ນ ເຖິງຢ່າງໃດກໍຕາມ ຍັງມີຮ່ອງຮອຍຂອງ AI ທີ່ມີຢູ່ຢ່າງແຜ່ຫຼາຍໃນທຸກແຫ່ງ ຊຶ່ງໄດ້ ເຮັດໃຫ້ເກີດຄວາມບໍ່ກ້ຳເກິ່ງ ແລະ ຄວາມບໍ່ເທົ່າທຽມກັນ ໃນປັດຈຸບັນນີ້ ຂະຫຍາຍວົງ
ກວ້າງອອກ.”
ພວກປະເທດໃຫຍ່ໆຢູ່ໃນເອເຊຍ ສ່ວນຫຼາຍກໍໄດ້ປັບປຸງອັນດັບຂອງພວກເຂົາເຈົ້າ ໃນ
ປີນີ້ ທີ່ປະກອບດ້ວຍ ປະເທດຈີນ ມາເລເຊຍ ຟີລິບປິນ ແລະອິນໂດເນເຊຍ. ດັດຊະນີ
ດັ່ງກ່າວ ໃຫ້ຄະແນນແຕ່ລະປະເທດ ສຳລັບຕົວຊີ້ວັດ ຫຼາຍ ກວ່າ 12 ຢ່າງ ເຊັ່ນວ່າ ພວກ
ເຂົາສະໜອງການສຶກສາດ້ານວິຊາການ ແລະ ການຝຶກຫັດ ໃຫ້ແກ່ຜູ້ຄົນຫຼາຍຊ່ຳໃດ, ຈຳນວນການໂອນເທັກໂນໂລຈີໃຫ້ແກ່ຜູ້ຄົນ ທີ່ພວກເຂົາສາມາດເຮັດໄດ້ ແລະລະດັບ
ຂອງການປຸກລະດົມ ທາງດ້ານສັງຄົມ.
ເຫດຜົນທີ່ບັນດາຜູ້ສັງເກດການ ໄດ້ໃຫ້ຂໍ້ສະຫລຸບແບບປະສົມປະສານຈາກດັດຊະນີ
ດັ່ງກ່າວນັ້ນ ກໍແມ່ນວ່າ ຍັງມີໂອກາດສຳລັບບັນດາປະເທດ ກຳລັງພັດທະນາ ທີ່ຈະປັບ
ປຸງໄດ້ ແຕ່ມັນກໍມີຂີດຈຳກັດ. ຍົກຕົວຢ່າງເຊັ່ນ ປະເທດມາເລເຊຍ ໄດ້ຮັບຄະແນນສູງ
ຂຶ້ນກວ່າເກົ່າໃນປີນີ້ ຍ້ອນວ່າ ປະເທດນີ້ ປະຕິບັດໄດ້ດີ ໃນການຕອບສະໜອງແຮງງານ
ໃຫ້ເຂົ້າກັບຄວາມສາມາດ. ເຖິງຢ່າງໃດກໍຕາມ ບັນດານັກຂຽນບົດລາຍງານນີ້ ກ່າວວ່າ
ມັນ “ຈະໄດ້ຮັບຜົນປະໂຫຍດ ຈາກຄວາມ ອົດທົນທີ່ສູງໆ ແລະໂອກາດທີ່ຍິ່ງໃຫຍ່ກວ່າ
ເກົ່າ ສຳລັບພວກຊົນກຸ່ມນ້ອຍ ແລະ ພວກຄົນເຂົ້າເມືອງ.”
ຫາກແຕ່ ບັນດານັກຂຽນ ເອີ້ນສິ່ງທີ່ “ໜ້າເປັນຫ່ວງ” ທີ່ສຸດກໍແມ່ນຄວາມສ່ຽງຂອງການ
ຂະຫຍາຍອອກເລື້ອຍໆ ຊ່ອງຫວ່າງລະຫວ່າງຄົນທຸກແລະຄົນຮັ່ງມີ ໃນແງ່ຂອງປະເທດ
ໃດ ທີ່ມີຄວາມພ້ອມດີທີ່ສຸດ ທີ່ຈະນຳໃຊ້ປັນຍາປະດິດ. ສິງກະໂປ ຊຶ່ງເປັນຫົວເມືອງຮັ່ງມີ
ແມ່ນເປັນພຽງປະເທດດຽວຂອງເອເຊຍ ທີ່ສາມາດຕິດ 10 ອັນດັບທຳອິດ ຂອງດັດຊະນີ
ທີ່ໄດ້ຖືກເປີດເຜີຍ ເມື່ອເດືອນແລ້ວ ນີ້. ໃນພາກສ່ວນຂອງການສຶກສາ ທີ່ໄດ້ເພັ່ງເລັງໃສ່
ບັນດາເມືອງຕ່າງໆ ທີ່ມີລາຍ ຮັບສູງ ເຊັ່ນ ໂຕກຽວ ແລະຮົງກົງ ແມ່ນປະຕິບັດໄດ້ດີທີ່ສຸດ
ຢູ່ໃນພາກພື້ນ ດັ່ງ ກ່າວນັ້ນ.
ພວກປະເທດກຳລັງພັດທະນາ ສາມາດທີ່ຈະທຳຄວາມກ້າວໜ້າໃນບາງສ່ວນ ເພາະວ່າ ຢູ່ໃນຂັ້ນພື້ນຖານ, ເທັກໂນໂລຈີ ແມ່ນສາມາດເຂົ້າຫາໄດ້ ແລະມີ ລາຄາຖືກ. ຍົກຕົວຢ່າງ ອິນເດຍ ແລະຟີລິບປິນ ໄດ້ກາຍເປັນສູນກາງບໍລິການດ້ານການໂທເຂົ້າມາສອບຖາມ
ຂອງໂລກ ແລະສູນກາງແຫຼ່ງແຮງງານຕ່າງຊາດດ້ານ IT ແລະມັນກໍເປັນທີ່ງ່າຍດາຍສຳ
ລັບພວກພົນລະເມືອງຂອງສອງປະເທດ ນີ້ ທີ່ຈະຮຽນຮູ້ທັກສະໃນການຂຽນໂປແກຣມ ຂັ້ນພື້ນຖານ ໂດຍບໍ່ຄຳນຶງເຖິງລາຍຮັບຂອງພວກເຂົາເຈົ້າ.
ເຖິງຢ່າງໃດກໍຕາມ ເມື່ອເທັກໂນໂລຈີ ກ້າວໜ້າກາຍທັກສະການຂຽນໂປແກຣມໄປແລ້ວ
ການລົງທຶນ ແລະການຊ່ອຍເຫຼືອດ້ານຊັບພະຍາກອນ ຕ້ອງມີຫຼາຍຂຶ້ນ. ປັນຍາປະດິດ
ໂດຍສະເພາະແລ້ວ ແມ່ນກາງຕໍ່ ຈຳນວນຂໍ້ມູນທີ່ຖືກສົ່ງເຂົ້າຄອມພິວເຕີແລະພະລັງໃນ
ການຄິດໄລ່ຂໍ້ມູນນັ້ນ. ບັນດາປະເທດຕ່າງໆ ແລະບໍລິສັດ ທັງຫຼາຍ ທີ່ສະສົມຂໍ້ມູນໄວ້
ແລະພວກຜູ້ຊ່ຽວຊານທີ່ໄດ້ຮັບຄ່າຈ້າງສູງ ຜູ້ທີ່ສາມາດເຂົ້າໃຈມັນ ກໍຈະໄດ້ປຽບໃນຈຸດນີ້
ຊຶ່ງມັນອາດເປັນເລື້ອງຍາກສຳລັບຄົນອື່ນໆ ທີ່ຈະຕິດຕາມທັນອະນາຄົດໄດ້.
ທ່ານເຄັນ ວອກເກີ ຮອງປະທານອະວຸໂສ ຂອງບໍລິສັດ Google ໄດ້ກ່າວວ່າ “AI ຍັງຈະ
ມີຜົນກະທົບຕໍ່ວຽກງານຂອງຄົນ ແລະຈະປ່ຽນສະພາບຂອງການເຮັດວຽກ. ພວກເຮົາ
ຕ້ອງຄາດການໄວ້ລ່ວງໜ້າ ການປ່ຽນແປງເຫຼົ່ານີ້ ແລະເອົາບາດກ້າວຕ່າງໆ ເພື່ອກຽມ
ພ້ອມສຳລັບພວກມັນ.”
ບໍລິສັດ Google ກໍໄດ້ປຽບທາງດ້ານ AI ຢ່າງຊັດເຈນ. ກູໂກລ ສາມາດເກັບກຳຮູບພາບ
ໄດ້ຢ່າງຫຼວງຫຼາຍ ເພື່ອສົ່ງເຂົ້າ ແລະປັບປຸງຂັ້ນຕອນວິທີຈື່ຈຳພາບ ຍົກຕົວຢ່າງ ໃນລະດັບ
ທີ່ຫຍຸ້ງຍາກສຳລັບບໍລິສັດອື່ນໆທັງລາຍທີ່ຈະສາມາດເຮັດໄດ້ຄືກັບກູໂກລ.
ບັນດາຜູ້ຂຽນບົດລາຍງານ ໄດ້ເປີດເຜີຍ ດັດຊະນີຄວາມສາມາດໃນທົ່ວໂລກ ໃນຄວາມ
ຫວັງທີ່ຢາກຈະເນັ້ນໃຫ້ເຫັນຄວາມແຕກແຍກ ໃນດ້ານດີຈີໂຕລ ພ້ອມກັນນັ້ນ ເປັນການ
ສະໜອງຂໍ້ແນະນຳຕ່າງໆ ວິທີການແກ້ໄຂມັນນັ້ນ. ພວກເພິ່ນ ກ່າວວ່າ ເພື່ອປ້ອງກັນບໍ່
ໃຫ້ພວກຄົນທົ່ວໄປ ຖືກປ່ອຍປະລະເລີຍ ເພື່ອໃຫ້ປະເທດກຳລັງພັດທະນາທັງຫຼາຍ ສາມາດເພັ່ງເລັງໃສ່ການອົບຮົມດ້ານວິຊາສະເພາະ ແລະການຮຽນຮູ້ຕະຫຼອດຊີວິດ ແລະບໍ່
ພຽງແຕ່ສຳລັບວຽກງານວິຊາການທີ່ໃຊ້ຄວາມສາມາດຕ່ຳເທົ່ານັ້ນ ເຊັ່ນວ່າ ການຂຽນໂປ
ແກຣມ. ພວກຄົນ ສາມາດຮຽນຮູ້ໃນການເຮັດວຽກ ທີ່ເປັນສ່ວນປະກອບ -- ບໍ່ແມ່ນການ
ສັບປ່ຽນ--ດ້ວຍພວກຫຸ່ນຍົນ, ພວກເຄື່ອງຈັກ ອາດສາມາດກຽມເຂັມສັກຢາ ໃຫ້ເຂົ້າໄປ
ສູ່ຕຳແໜ່ງໄດ້ ແຕ່ພວກຄົນປ່ວຍ ກໍຍັງຄົງຢາກໃຫ້ພວກແພດ ທີ່ເປັນມະນຸດ ມາກຳກັບ
ນຳການສັກຢາ ໃນກໍລະນີນີ້.
ທ່ານນາງ ອາເລນ ດີຮາຊີ ຜູ້ອຳນວຍການບໍລິຫານ ຂອງ ກຸ່ມບໍລິສັດ ອາເດັກໂກ
(Adecco Group) ໄດ້ກ່າວວ່າ “ບົດບາດຂອງມະນຸດ ໃນດ້ານວຽກງານຢູ່ໃນໂລກ
ແມ່ນກຳລັງຖືກເພີ້ມພູນໂດຍເທັກໂນໂລຈີ ແທນທີ່ຈະເປັນການສັບປ່ຽນໂດຍມັນ.”
ລາຍງານນີ້ ໄດ້ກ່າວວ່າ ໃນລະດັບຂັ້ນລັດຖະບານ ປະເທດຕ່າງໆ ຄວນຕົກລົງກັນ ກ່ຽວ
ກັບກົດລະບຽບ ແລະຫຼັກການ ທີ່ຈະເປັນແນວທາງຊີ້ນຳໃນດ້ານການຄົ້ນຄວ້າ ແລະການ
ນຳໃຊ້ ເຊັ່ນວ່າ ຄວາມຈຳເປັນໃນການປົກປ້ອງຂໍ້ມູນ. ອັນນັ້ນ ຈະເພີ້ມຄວາມເປັນໄປໄດ້
ວ່າ ເທັກໂນໂລຈີໃໝ່ຕ່າງໆແມ່ນຈະກ້າວໜ້າໄປໃນທາງທີ່ເປັນປະໂຫຍດຂອງມວນມະນຸດ.