ທ້າວ ທຸມມີ ສີລຳພັນ ມີອາຍຸໄດ້ພຽງ 8 ປີ ໃນປີ 1996 ເວລາຜູ້ກ່ຽວໄປຊອກຂຸດໝໍ່ໄມ້ ຢູ່ໄກ້ໆກັບບ້ານ ທີ່ແຂວງຊຽງຂວາງທາງພາກເໜືອຂອງລາວ ແລະສຽມຂອງລາວໄດ້ຂຸດໄປຖືກລະເບີດນ້ອຍໆທີ່ກະຈາຍອອກມາຈາກລະເບີດ cluster ນັ້ນ. ລາວເວົ້າວ່າ
"ຂ້ອຍບໍ່ຮູ້ເມື່ອຄີງເລີຍ ເວລາຊາວບ້ານມາພໍ້ຂ້ອຍ. ພໍ່ແມ່ຂ້ອຍຕົກໃຈແລະຮ້ອນໃຈຫລາຍ. ຂ້ອຍຖືກສົ່ງໄປຍັງໂຮງໝໍປະຈຳແຂວງແຫ່ງນຶ່ງ. ເວລາຂ້ອຍຮູ້ເມື່ອຄີງຄືນມາໃນມື້ຕໍ່ມາ ຂ້ອຍກໍພົບວ່າຂ້ອນໄດ້ເສຍມື ເບື້ອງຊາຍໄປແລ້ວ."
ປັດຈຸບັນນີ້ ທ້າວທຸມມີໃຫຍ່ເປັນບ່າວແລ້ວ ແລະເປັນຜູ້ສົ່ງເສີມຮຽກຮ້ອງໃຫ້ສະໜັບສະໜຸນ ການຫ້າມລະເບີດຄລັສເຕີນັ້ນ. ຄຳຮຽກຮ້ອງຂອງທ້າວທຸມມີ ໄດ້ມີຂື້ນໃນເວລາທີ່ສົນທິສັນຍາສາກົນສະບັບນຶ່ງ ທີ່ຫ້າມການໃຊ້ ຜະລິດ ເກັບມ້ຽນ ແລະຍົກຍ້າຍລະເບີດຄລັສເຕີນັ້ນ ໄດ້ມີ ຜົນບັງຄັບໃຊ້ເມື່ອວັນທີ່ 1 ເດືອນສິງຫານີ້. ມີຫລາຍກວ່າ 30 ປະເທດໄດ້ຮ່ວມລົງນາມ ໃຫ້ສັດຕະຍາບັນແກ່ສົນທິສັນຍາສະບັບນີ້ ຊຶ່ງມີ ໂຮມທັງ ອັງກິດ ຝລັ່ງ ເຢຍລະມັນ ສປປ ລາວ ນີວຊີແລນ ແລະ ເມັກຊິໂກ.
ແຕ່ກໍມີຫລາຍໆປະເທດທີ່ຖືກບົ່ງວ່າເປັນຜູ້ຜະລິດແລະຊົມໃຊ້ລາຍໃຫຍ່ຂອງລະເບີດຊະນິດນີ້ ເຊັ່ນປະເທດ ບຣາຊິລ ຈີນ ອິນເດຍ ອີສຣາແອລ ຣັດເຊຍ ປາກີສຖານ ແລະສະຫະລັດ ທີ່ຍັງບໍ່ໄດ້ເຂົ້າຮ່ວມໃນການເຈລະຈາ ເພື່ອຮັບຮອງເອົາສັນຍາສະບັບນີ້ເທື່ອ.
ການຫ້າມໃຊ້ລະເບີດ cluster ທີ່ວ່ານີ້ ແມ່ນໄດ້ເລິ່ມຍົກຂື້ນມາໂອ້ລົມກັນໃນກຸງອອສໂລ ປະເທດນໍຣ໌ເວ ໃນປີ 2007 ຫລັງຈາກອີສຣາແອລ ໄດ້ນໍາໃຊ້ລະເບີດຊະນິດນີ້ຢ່າງແຜ່ ຫລາຍໃນລະຫວ່າງການສູ້ລົບກັນກັບເລບານອນ ໃນປີ 2006 ນັ້ນ.
ລະເບີດຊະນິດທີ່ເອີ້ນວ່າ cluster bomb ນີ້ ເປັນລະເບີດບັ້ງຍາວໆ ທີ່ບັນຈຸລະເບີດນ້ອຍໆ ຫລາຍຮ້ອຍລູກຢູ່ທາງໃນ ເອີ້ນວ່າບອມບີ ທີ່ກະຈາຍອອກໄປທົ່ວບໍລິເວນ ອັນກ້ວາງໃຫຍ່ ເວລາທີ່ລະເບີດຄລັສເຕີແຕກຂຶ້ນກາງອາກາດ. ຖ້າຫາກວ່າລະເບີດລູກນ້ອຍໆທີ່ວ່ານີ້ ບໍ່ ແຕກຫລັງຈາກຕົກລົງໄປຮອດພື້ນດິນແລ້ວ ມັນກໍກາຍເປັນລະເບີດຝັງດິນທີ່ອາດແຕກ ຂື້ນໄດ້ ຖ້າຫາກຖືກແຕະຕ້ອງ ຊຶ່ງເປັນໄພຂົ່ມຂູ່ຕໍ່ປະຊາຊົນ ເປັນເວລາອີກດົນນານໄດ້ ເຖິງແມ່ນວ່າສົງຄາມໄດ້ຍຸຕິລົງແລ້ວກໍຕາມ.
ທ່ານສະເຫລີມໄຊ ກົມມະສິດ ເອກອະທິບໍດີກົມຈັດຕັ້ງສາກົນປະຈໍາກະຊວງຕ່າງປະ ເທດລາວ ກ່າວວ່າ ກອງປະຊຸມທີ່ກຸງອອສໂລນັ້ນ ໄດ້ເປັນພະລັງຊຸກຍູ້ໃຫ້ມີການປຸກ ລະດົມໂດຍປະຊາຄົມນານາຊາດ ຊຶ່ງ ທ່ານກ່າວດັ່ງນີ້.
"ສິ່ງນຶ່ງທີ່ພວກເຮົາພາກັນສະເຫລີມສະຫລອງກໍແມ່ນຄວາມສຳເລັດຂອງ ຂັ້ນຕອນກຸງ Oslo ນີ້ເພາະວ່າມັນເປັນຄວາມພະຍາຍາມຮ່ວມກັນຂອງປະຊາຄົມນາໆຊາດ ເພື່ອຫ້າມການໃຊ້ລະເບີດ cluster ຍ້ອນຜົນກະ ທົບຂອງມັນຕໍ່ພວກພົນລະເຮືອນ ແລະສົນທິສັນຍານີ້ໄດ້ຮັບການ ສະໜັບສະຮຸນຢ່າງຫລວງຫລາຍ ແລະຢ່າງຖ້ວມລົ້ນຈາກປະຊາຄົມ ນາໆຊາດ."
ອີງຕາມລັດຖະບານລາວນັ້ນ ກໍແມ່ນວ່າ ໃນລະຫວ່າງປາງສົງຄາມຫວຽດນາມເມື່ອ 40 ປີຜ່ານມາແລ້ວນັ້ນ ປະມານ 80% ຂອງລະເບີດ cluster ທີ່ກອງທັບສະຫະລັດໄດ້ ຖີ້ມລົງໃສ່ດິນລາວນັ້ນ ບໍ່ໄດ້ແຕກເວລາຕົກເຖິງດິນ. ປັດຈຸບັນນີ້ ລາວຍັງເປັນປະເທດທີ່ ມີລະເບີດທີ່ຍັງບໍ່ແຕກ ຢາຍຊະຊາຍຢູ່ຫລາຍທີ່ສຸດ ປະເທດນຶ່ງຂອງໂລກ ຊຶ່ງໃນແຕ່ລະປີ ຈະມີຄົນລາວເສຍຊີວິດ ຫລືບາດເຈັບ ປະມານ 300 ຄົນ ຍ້ອນລະເບີດດັ່ງກ່າວນັ້ນ.
ຢ່າງໃດກໍຕາມ ປະຊາຄົມນາໆຊາດ ອັນມີໂຮມທັງສະຫະລັດ ຫລາຍໆປະເທດໃນພາກ ພື້ນຢູໂຣບ ຕະຫລອດທັງຍີ່ປຸ່ນ ແລະອອສເຕຣເລຍ ກໍກໍາລັງໃຊ້ຈ່າຍເງິນ ຈຳນວນຫລາຍ ລ້ານໂດລາ ເພື່ອປະຕິບັດວຽກງານອັນລະອິດລະອ້ຽວ ໃນການເກັບກູ້ລະເບີດ cluster ນີ້ ຊຶ່ງອາດຈະ ໃຊ້ເວລາອີກຫລາຍສິບປີ ຈຶ່ງຈະສຳເລັດໄດ້.
ທ່ານ Lou Maresca ທີ່ປຶກສາດ້ານກົດ ໝາຍປະຈໍາຄະນະກໍາມະການສາກົນ ຂອງສະພາກາແດງ ແລະສະພາ Red Crescent ຫລື ICRC ກ່າວວ່າ ແມ່ນຜົນກະທົບອັນຮ້າຍແຮງຕໍ່ປະຊາຊົນ ທີ່ຍັງມີສືບຕໍ່ມາຂອງລະເບີດ cluster ນີ້ເອງ ທີ່ໄດ້ກະຕຸ້ນໃຫ້ປະຊາຄົມນາໆ ຊາດ ຊ່ວຍກັນປຸກລະດົມ ຈົນເຮັດໃຫ້ສົນທິ ສັນຍາສະບັບນີ້ມີຜົນບັງຄັບໃຊ້ ຊຶ່ງທ່ານອະທິບາຍຕື່ມວ່າ:
"ລະເບີດ cluster ມີຜົນກະທົບຢ່າງຫລວງຫລາຍ ຕໍ່ພວກພັນລະເຮືອນ ທັງໃນຂົງເຂດນີ້ແລະໃນຂົງເຂດອື່ນໆນໍາ. ມັນໄດ້ສ້າງຄວາມທຸກທໍລະມານຢ່າງແສນສາຫັດ ທັງໃນເວລາທີ່ມີການໃຊ້ມັນ ແລະເວລາອື່ນໆ ຊຶ່ງໃນບາງກໍລະນີ ດົນມາເປັນເວລາຫລາຍທົດສວັດ ຫລັງຈາກສົງຄາມຍຸຕິລົງໄປແລ້ວກໍມີ. ອັນນີ້ແຫລະທີ່ເປັນສິ່ງທ່ີບັນດົນຈິດໃຈຂອງອົງ ການ ICRC ຕລອດທັງພວກລັດຖະບານປະເທດຕ່າງໆ ແລະສັງຄົມພັນລະເຮືອນໃຫ້ດຳເນີນງານຮ່ວມກັນເພື່ອພັດທະນາສົນທິສັນຍາທີ່ສຳຄັນສະບັບນີ້"
ບາດກ້າວຂັ້ນຕອນຕໍ່ໄປ ສຳລັບສົນທິສັນຍາສະບັບນີ້ແລະພວກທີ່ສະໜັບສະໜູນ ກໍແມ່ນຊັກຊວນເກ້ຍກ່ອມໃຫ້ຫລາຍໆປະເທດຕື່ມອີກເຂົ້າ ຮ່ວມລົງນາມຮັບຮອງເອົາ ແລະເປັນພາຄີໃນສົນທິສັນຍາການຫ້າມລະເບີດດັ່ງກ່າວໃນເດືອນພະຈິກປີນີ້ ເວລາບັນດາຜູ້ຮ່ວມລົງນາມ ແລະຜູ້ຕາງໜ້າຈາກປະເທດອື່ນໆ ໄປຮ່ວມໃນກອງປະຊຸມທີ່ຈະຈັດຂື້ນທີ່ນະຄອນຫລວງ ວຽງຈັນ ຂອງ ສປປ ລາວ.