ເຂດເອເຊຍ ສ່ຽງຕໍ່ ການເກີດ ເງິນເຟີ້

  • ໄພສານ ວໍຣະຈັກ

ເຂດເອເຊຍ ສ່ຽງຕໍ່ ການເກີດ ເງິນເຟີ້

ອົງການກອງທຶນສາກົນ IMF ກ່າວວ່າ ບັນດາປະເທດ ໃນເຂດເອເຊຍ ຈຳເປັນຕ້ອງ ໄດ້ທຳການ ປະຕິຮູບຢ່າງໃຫຍ່ ເພື່ອປົກປ້ອງ ເສດຖະກິດ ທີ່ຂັບດັນ ດ້ວຍການສົ່ງອອກ ຂອງພວກເຂົາເຈົ້າ ຈາກຄວາມຕ້ອງການສິນຄ້າ ທີ່ມີໜ້ອຍ​ລົງ​ ຢູ່ໃນໂລກ ແລະເສີມຂະຫຍາຍ ການອຸບປະໂພກ ບໍລິໂພກ ພາຍໃນປະເທດ. ອົງການ IMF ໄດ້ເພີ້ມ ການທຳນາຍ ກ່ຽວກັບ ການຂະຫຍາຍໂຕ ຂອງເສດຖະກິດ​ເອ​ເຊຍ ສຳລັບ​ປີ 2010 ນີ້ ຂຶ້ນເປັນ 7.1% ໃນລາຍງານ ທີ່ນຳອອກເຜີຍແຜ່ ທີ່ນະຄອນຊຽງໄຮ້ ໃນວັນພະຫັດມື້ນີ້. ແຕ່ຂະນະດຽວກັນ ອົງການ IMF ກໍເຕືອນວ່າ ການຟື້ນໂຕຄືນ ຢ່າງເຂັ້ມແຂງ ຂອງຂົງເຂດເອເຊຍ ຈາກວິກິດການ ທາງດ້ານເສດຖະກິດນັ້ນ ຈະດຶງດູດເອົາ ການລົງທຶນຢ່າງ​ໃຫຍ່​ຫລວງ ຊຶ່ງຈະພາ​ໃຫ້ ເສດຖະກິດ ຂະຫຍາຍໂຕ ແຮງໂພດ ​ແລະພາໃຫ້ ມີການສ່ຽງ ຕໍ່ການທີ່ຈະເກີດ ສະພາບເງິນເຟີ້ ແລະຊັບສິນ ຟອງສະບູ່ຂຶ້ນ. ລາຍງານສະບັບນີ້ ຮຽກຮ້ອງໃຫ້ ບັນດາປະເທດ ໃນເອເຊຍ ຊຸກຍູ້ການຄ້າ ພາຍໃນຂົງເຂດ ໃນກໍລະນີ ທີ່ການຟື້ນໂຕຄືນ ທີ່ບໍ່ແຂງ​ແຮງ ຂອງເສດຖະກິດ ຢູ່ໃນບັນດາ ປະເທດຕາເວັນຕົກ ຫາກມີ ອັນເປັນໄປ. ມາດຕະການນຶ່ງ ທີ່ທາງອົງການ IMF ໄດ້ແນະນຳ ກໍຄືໃຫ້ປະເທດຕ່າງໆ ນຳໃຊ້ອັດຕາແລກປ່ຽນ ທີ່ບໍ່ຕາຍໂຕຫລາຍ​ຂຶ້ນ ຊຶ່ງ​ເຫັນ​ໄດ້ຈະແຈ້ງວ່າ ເປັນ​ການອ້າງອີງ ເຖິງການຕັດສິນ​ໃຈ ຂອງປັກກິ່ງ ທີ່ຕັ້ງອັດຕາແລກປ່ຽນ ແບບ​ຕາຍ​ໂຕ ຂອງເງິນຢວນ​ ໃສ່ກັບເງິນໂດລາ ຂອງສະຫະລັດ ນັບແຕ່ປີ 2008 ເປັນຕົ້ນມາ.