ຈີນ​​ເຂົ້າຮ່ວມ ​ເຄືອ​ຂ່າຍຕໍ່ຕ້ານ ການຄ້າສັດປ່າ ASEAN WEN

  • ທອງປານ ເທບວົງສາ

ຊະນີແກ້ມຂາວ ອາຍຸ 3 ເດືອນໂຕນຶ່ງ ທີ່ເຈົ້າໜ້າທີ່ໄທຍຶດໄດ້ ຢູ່ສະໜາມບິນສຸວັນນະພູມ ຈາກຜູ້ຊາຍສັນຊາດ ສະຫະລັດອາຫຣັບເອມີເຣດສ໌ຄົນນຶ່ງ ທີ່ກໍາລັງຈະລັກລອບເອົາອອກນອກປະເທດໄທດ ວັນທີ 13 ພຶດສະພາ 2011.

ຈີນໄດ້ເຂົ້າຮ່ວມເຄືອຂ່າຍຂອງບັນດາປະຊາຊາດເອເຊຍຕາເວັນອອກສຽງໃຕ້ ເພື່ອຊ່ວຍກໍາ ຈັດການລັກລອບຄ້າສັດປ່າຢ່າງຜິດກົດໝາຍ. ຄວາມພະຍາຍາມທາງດ້ານປະຕິບັດກົດໝາຍ ໃນລະດັບພູມິພາກແລະລະດັບສາກົນ ເພື່ອປາບປາມການລັກລອບຄ້າສັດປ່າ ແມ່ນໄດ້ເພີ່ມ ຫລາຍຂຶ້ນ ທ່າມກາງການຕັກເຕືອນກ່ຽວກັບສະພາບການ ທີ່ມືດມົນສໍາລັບພວກສັດປ່າບາງ ຊະນິດທີ່ໃກ້ຈະສູນພັນ ແລະທ່າມກາງການຮຽກຮ້ອງໃຫ້ທໍາການຈັບກຸມພວກຜູ້ນໍາການລັກ ລອບຄ້າສັດປ່ານັ້ນ ໃຫ້ໄດ້. ທອງປານມີເລຶ່ອງນີ້ ມາສະເໜີທ່ານ.

ກຸ່ມ​ຕໍ່ຕ້ານ​ການ​ລັກລອບຄ້າ​ສັດປ່າ ກ່າວ​ວ່າ ການ​ຕິດ​ສິນ​ໃຈຂອງ​ຈີນ​ ທີ່​ເຂົ້າມາ​ຮ່ວມ​ເຄືອ​ຂ່າຍ​ການ​ບັງຄັບ​ກົດໝາຍ​ສັດ​ປ່າ​ແຫ່ງ​ຂົງ​ເຂດເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫລື ASEAN WEN ນັ້ນ ເປັນ​ການ​ເພີ່ມ​ທະວີຄວາມ​ຮ່ວມ​ໄມ້​ຮ່ວມ​ມື​ແຫ່ງ​ຂົງ​ເຂດ​ ​ໃນ​ການ​ຕໍ່ຕ້ານ​ແລະປາບ​ປາມ ​ການ​ຄ້າຂາຍ​ສັດປ່າ​ຢ່າງຜິດ​ກົດໝາຍ​ນັ້ນ.

ຈີນ​ຖື​ວ່າ​ເປັນ​ຈຸດໝາຍປາຍທາງທີ່​ສໍາຄັນ​ ຫລືຕະຫລາດ​ໃຫຍ່ ສໍາລັບ​ພວກ​ສັດປ່າ​ຜິດ​ກົດໝາຍ ທີ່​ໃຊ້​ເປັນ​ຢາ​ພື້ນ​ບ້ານ​ແລະ​ເປັນອາຫານ. ພວກ​ນັກ​ວິເຄາະກ່າວວ່າ ການ​ຄ້າ​ສັດປ່າ​ໃນ​ທົ່ວ ໂລກມີ​ມູນ​ຄ່າ​ວຫລາຍ​ພັນ​ລ້ານ​ໂດລາ​ ຕໍ່​ປີ.

ນາຍ ​ໄກຣສັກ ຊຸນ​ຫະວັນ ປະທານ​ Freeland Foundation ຫລືມູນ​ນິທີ ດິນ​ແດນ​ເສລີ ຊຶ່ງ​ເປັນກຸ່ມ​ຕໍ່ຕ້ານ​ການ​ລັກ​ລອບ​ຄ້າ​ສັດປ່າ ກ່າ​ວວ່າ ຈີນ​ໄດ້​ເຂົ້າຮ່ວມ​ເຄືອ​ຂ່າຍ ASEAN WEN ​ກໍ​ເພາະ​ຈີນສະໜັບສະ​ໜຸນອະນຸ​ສັນຍາ​ການ​ຄ້າ​ສາກົນ​ວ່າ​ດ້ວຍ​ສັດປ່າ​ທີ່​ໃກ້​ຈະ​ສູນພັນ ຫລື CITES ​ນັ້ນ. ນາຍ ​ໄກຣສັກ ​ເວົ້າ​ວ່າ:

“So finally China recognizes...ໃນ​ທີ່​ສຸດ​ ຈີນ​ກໍ​ຮັບ​ຮູ້​ອະ​ນຸສັນຍາ CITES ​ໃນລະ
ດັບ​ໃດ​ລະດັບ
ນຶ່ງ. ດັ່ງ​ນັ້ນ ຕໍ່​ໄປ​ນີ້ ຈີນກໍ​ຈະ​ຕ້ອງ​ໄດ້ເລີ່​ມປາບ​ປາມ​ການ​ລັກ​ລອບຄ້າເສືອ
ຊິ້ນ​ສ່ວນ​ຂອງ​ຊ້າງ ຂອງ​ໝີ
ກໍ​ຄື​ຈີນຈະ​ຕ້ອງໄດ້ເລີ່​ມທໍາ​ການປັບປ່ຽນ​ປະ​ເພນີໃນ​ການປຸງ
​ແຕ່ງອາຫານ
ສັດປ່າ ທີ່ຖື​ວ່າເປັນອັນ​ຕະລາຍ​ຢ່າງ​ຮ້າຍ​ແຮງຕໍ່ສິ່ງແວດ​ລ້ອມ​ນັ້ນ.”

ມູນ​ນິທິ Freeland Foundation ຊຶ່ງ​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ​ລັດຖະບານ​ສະຫະລັດ ໄດ້​ຈັດ​ຕັ້ງ​ການຮ່ວມ​ໄມ້​ຮ່ວມ​ມື​ກັນຂຶ້ນ​ໃນ​ລະຫວ່າງບັນ​ດາລັດຖະບານ​ແຫ່ງ​ຂົງ​ເຂດ ຕໍາຫລວດ​ທ້ອງ​ຖິ່ນ ​ແລະອົງການຕໍາຫລວດ​ສາກົນ ​ເຊັ່ນ INTERPOL ນັ້ນ.

ມູນ​ນິທິ Freeland ກ່າ​ວວ່າ ການ​ຕິດຕາມ​ເລື່ອງນີ້​ເພີ່ມ​ຂຶ້ນ​ຂອງ​ຕໍາຫລວດ ໄດ້​ພາ​ໃຫ້ມີການ​ປະຕິບັດ​ງານດ້ານ​ບັງຄັບ​ກົດໝາຍ ​ເພີ່ມຂຶ້ນ​ເຖິງ 10 ​ເທົ່າ​ໂຕ ​ໃນ​ຂົງ​ເຂດເອ​ເຊຍ ຕະຫລອດ​ໄລຍະ 5 ປີຜ່ານມາ.

ລິງອໍຣັງອູຕັງນ້ອຍໂຕນຶ່ງ ທີ່ຖືກລັກລອບມາຈາກ ອິນໂອເນເຊຍ ແລະເຈົ້າໜ້າທີ່ໄທຈັບໄດ້ ເວລານີ້ ກໍາລັງຖືກລ້ຽງໄວ້ ຢູ່ສູນປະສົມພັນສັດປ່າຂອງໄທ ທີ່ຈັງຫວັດຣາດຊະບູຣີ.

ອີງ​ຕາມ​ຂໍ້​ມູນ​ທີ່ລວບ​ລວມ​ໂດຍ​ມູນ​ນິທິ
Freeland ​ເມື່ອ​ໝໍ່ໆ​ມາ​ນີ້ ປາກົດວ່າ​ມີ
​ການ​ປະຕິບັດ​ງານ​ບັງຄັບ​ກົດໝາຍ​ຫລາຍ​
ກວ່າ 190 ຄັ້ງໃນລະຫວ່າງ​ເດືອນ​ເມສາ
ແລະ​ເດືອນກັນຍາ​ ປີ 2010 ຊຶ່ງຍັງ​ຜົນ​
ໃຫ້​ສາມາດ​ກອບ​ກູ້​ສັດປ່າ​ທີ່​ຍັງ​ມີ​ຊີວິດ​ຢູ່​
ໄດ້​ປະມານ 16,000 ​ໂຕ​ແລະ​ພ້ອມ​ທັງ
ຊິ້ນ​ສ່ວນ​ຕ່າງໆ​ຂອງ​ສັດປ່າໃນ​ປະລິມານ
14 ​ຕັນ ທີ່​ມີ​ມູນ​ຄ່າ​ເຖິງ 6 ລ້ານ​ໂດ​ລາ
​ໃນ​ຕະຫລາດ​ມື​ດ. ນອກ​ນີ້ ​ຕໍາຫລວດ​ຍັງ
​ໄດ້ທໍາ​ການຈັບ​ກຸມ​ອີກ 100 ກວ່າ​ລາຍ.

ແຕ່ ທ່ານ Steve Galster, ຜູ້​ອໍ​ານວຍ
ການ​ຄົນ​ນຶ່ງ​ຂອງມູນ​ນິທິ Freeland ກ່າວ
​ວ່າ ​ເຖິງ​ແມ່ນໄດ້ມີ​ການ​ຈັບ​ກຸມ​ຫລາຍໆ​ຄັ້ງ​
ກໍ​ຕາມ ​ແຕ່​ພວກ​ຫົວໜ້າ​ແກ໊ງກໍ​ຍັງຫລົບໜີ​ການ​ຖືກ​ຈັບ​ກຸມ​ນັ້ນ ​ຢູ່​ຕໍ່​ມາ. ທ່ານ Galster ກ່າວຕຶ່ມ​ວ່າ:

“The biggest challene ahead of us... ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫລວງ​ຕໍ່ໜ້າ​ພວກ​ເຮົາຢູ່​ໃນຂະນະ​ນີ້ ກໍ​ຄື​ເກນ​ເອົາ​ພວກ​ອົງການ​ຕ່າງໆ​ຂອງ​ລັດຖະບານ​ເຂົ້າມາ​ຮ່ວມ ​ໃນ​ການ​ປາປປາມ​ນີ້​ນໍາ​ກັນ ໂດຍ​ໃຫ້​ເຫັນ​ພ້ອມ​ນໍາ​ຄວາມ​ຄິດ​ທີ່​ວ່າ ຄວນຈັບ​ກຸມ​ພວກ​ຄົນ​ທີ່​ມີອິດ​ທິ ພົນ​ນັ້ນ. ​ເມື່ອ​ໃດ​ທີ່ສິ່ງ​ນີ້ເກີດ​ຂຶ້ນໄດ້​ແລ້ວ ຂ້າພະ​ເຈົ້າຄິດ​ວ່າ ພວກ​ເຮົາ​ກໍຈະ​ເຫັນ​ການ​ລົດ​ລົງ​ຢ່າງ​ວ່ອງ​ໄວ ​ໃນການ​ລັກລອບ ດັກ​ຈັບ​ແລະ​ຂ້າສັດັປ່າ ການ​ຄ້າແລະ​ການ​ກິນສັດປ່າ​ ທີ່​ໃກ້​ຈະ​ສູນພັນນັ້ນ”

ຫວຽດນາມ​ໄດ້ຕົກ​ເປັນ​ເປົ້າໝາຍຂອງພວກ​ລັກລອບ​ຄ້າ​ສັດປ່​າເພີ່ມ​ຂຶ້ນນັບ​ມື້. ​ໃນ​ເດືອນ​ກັນຍາ ປີ 2010 ຕໍາຫລວດ​ໃນ​ນະຄອນຫລວງ​ຮ່າ​ໂນ​ຍ ​ໄດ້​ຄົ້ນ​ພົບ​ຊາກ​ກະດູກ​ເສື​ອ ຈໍານວນ 10 ຊາກ ພ້ອມ​ທັງຖົງ​ບີ​ປອມ​ອີກ​ຫລາຍ​ຮ້ອຍ​ຖົງ ​ແລະ​ກະດູກ​ຊ້າງ​ 600 ກິ​ໂລ. ນອກ​ນີ້​ແລ້ວ ​ພວກ​ຕໍາຫລວດ​ຮາ​ໂນ​ຍ ຍັງ​ໄດ້​ກວດ​ເຫັນ ກະ​ໂຫລ​ກຫົວ​ໝີ ​ງາ​ຊ້າງ ກະ​ໂຫລ​ກເສືອດາວ ​ແລະ​ຊິ້ນ​ສ່ວນ​ສັດປ່າ​ອື່ນໆ​ນັ້ນ​ນໍາ.

ທ່ານ Douglas Hendrie ປະ​ຈໍາ​ອົງການ​ສຶກສາ​ທໍາ​ມະ​ຊາດ​ຫວຽດນາມ ທີ່​ມີ​ສໍານັກ​ງານ​ຢູ່
​ນະຄອນຫລວງ​ຮາ​ໂນ​ຍ ກ່າວ​ວ່າ ຄວາມ​ກ້າວໜ້າໃນດ້ານ​ເສດຖະກິດ​ຢູໃນ​ຫວຽດນາມ ​ແມ່ນ​
ໄດ້​ກໍ່​ໃຫ້​ເກີດ​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ພວກ​ສັດປ່າ​ເພື່ອ​ເອົາ​ມາ​ບໍ​ລິ​ໂພ​ກນັ້ນ ​ເພີ່ມ​ຫລາຍ​ຂຶ້ນ. ທ່ານ ​ເຮັນ​ດຣີ ກ່າວ​ວ່າ:

“The trend is towards Vietnam...ທ່າ​ອຽງ​ນີ້​ແມ່ນ​ສະ​ແດງ​ວ່າ ​ຫວຽດນາມ​ກໍາລັງ​ຈະກາຍ​ເປັນ​ປະ​ເທດທີ່​ບໍລິ​ໂພ​ກສັດປ່າລາຍ​ໃຫຍ່​ປະ​ເທດນຶ່ງ. ຍັງ​ມີ​ການ​ຄ້າສັດປ່າ ທີ່ສົ່ງ​ຜ່ານ​ຫວຽດນາມໄປ​ຍັງ​ປະ​ເທດຈີນນັ້ນ​ຢູ່ ແຕ່​ຂ້າພະ​ເຈົ້າ ຢາກ​ຈະ​ເວົ້າວ່າ ບັດ​ນີ້ ພາກສ່ວນ​ໃຫຍ່​ສ່ວນ​ນຶ່ງ​ຂອງ​ການ​ຄ້າສັດປ່ານັ້ນ ​ແມ່ນ​ມີ​ຈຸດໝາຍ​ປາຍ​ທາງ​ຢູ່​ທີ່​ຫວຽດນາມ ແລະ​ໂດຍ​ສະ​ເພາະ ສໍາລັບ​ສັດປ່າ​ບາງ​ຊະນິດ ​ເຊັ່ນ ​ເສືອ ​ນໍ​ແຮດ ຈາກ​ຂົງ​ເຂດ​ອາ​ຟຣິກາ ຊຶ່ງຖື​ວ່າ​ເປັນ​ພວກ​ສັດປ່າ​ທີ່​ບໍລິ​ໂພ​ກກັນ​ຢູ່​ຕາມ​ຮ້ານ​ອາຫານ​ຢູ່​ເປັນ​ປະ​ຈໍາ​ນັ້ນ.”

ທ່ານ ​ເຮ​ນດຣີ ກ່າວ​ຕໍ່​ໄປ​ວ່າ ຢ່າງ​ໃດ​ກໍ​ຕາມ ​ແຕ່​ກໍ​ປາກົດ​ເຫັນ​ວ່າ ພວກ​ຊາວ​ໜຸ່ມ​ທີ່​ມີການ​ສຶກສາທັງຫລາຍ​ໃນ​ຫວຽດນາມ​ ກໍາລັງ​ພາກັນ​ຫັນ​ຫລັງ​ໃຫ້ການ​ບໍລິ​ໂພ​ກສັດປ່າ ​ແລະ​ວ່າ ຄວາມ​ພະຍາຍາມໃນ​ການບັງຄັບ​ກົດ​ໝາຍ​ເພື່ອພິທັກ​ປົກ​ປ້ອງ​ສັດປ່າ​ນັ້ນ​ ກໍພາ​ໃຫ້​ມີກໍາລັງ​ໃຈ​ເຊ່ນ​ກັນ.

ແຕ່​ວ່າ ​ໃນ​ຂະນະ​ທີ່​ມີ​ຄວາມ​ກ້າວໜ້າ​ໃນ​ບາງ​ລະດັບ​ຢູ່​ໃນ​ຂົງ​ເຂດ​ເອ​ເຊຍ ນັ້ນ ການ​ຄ້າຂາຍພວກ​ສັດ​ປ່າຕ່າງໆ​ຢ່າ​ງຜິດ​ກົດໝາຍ​ນັ້ນ ກັບ​ກໍ​າລັງ​ລະ ບາດ​ໄປ​ສູ່​ພາກສ່ວນ​ອື່ນໆຂອງ​ໂລກ​.

ພວກ​ກຸ່ມ​ຕໍ່ຕ້ານ​ການ​ລັກລອບ​ຄ້າສັດປ່າ ​ໄດ້​ຊີ້​ໄປ​ໃສ່​ຄວາມ​ຮຽກຮ້ອງຕ້ອງການ​ທີ່​ກໍາລັງ​ມີ​ຂຶ້ນ​
ຢູ່​ໃນ​ຂະນະ​ນີ້ ຈາກ​ປະ​ເທດ​ຕ່າງໆ​ໃນ​ຂົງ​ເຂດຕາ​ເວັນ​ອອກ​ກາງ ສໍາລັບ​ສັດ​ທີ່​ຍັງ​ມີ​ຊີວິດຢູ່
ສ່ວນ​ໃຫຍ່​ແມ່ນ​ສັດລ້ຽງ​ຊະນິດ​ແປກໆ. ພວກ​ກຸ່ມ​ຕໍ່ຕ້ານ​ກ່າວ​ສະ​ຫລຸູບວ່າ ​ເທົ່າ​ເຖິງ​ປັດຈຸບັນ​ນີ້ ພວກລັກລອບ​ຄ້າ ສັດປ່າ​ນັ້ນ ແມ່ນຍັງ​ສາມາດ​ຫລົບ​ຫລີກພວກ​ເຈົ້າໜ້າ​ທີ່​ບັງຄັບ​ກົດໝາຍ​ໃນ​ຂົງ​ເຂດ​ເອ​ເຊຍ​ນັ້ນ​ ຢູ່​ຕໍ່​ມາ.