ທ່ານ Carter ກ່າວວ່າ ການໃຫ້ຄວາມເຫັນ ຂອງ ປ. ຟີລິບປິນ ເປັນທີ່ໜັກໃຈ

ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Ash Carter ກ່າວໃນລະຫວ່າງ ການຖະແຫຼງຂ່າວ ກ່ຽວກັບກອງປະຊຸມ ລມຕ ປ້ອງກັນປະເທດອາຊ່ຽນ ທີ່ລັດຮາວາຍ. (30 ກັນຍາ 2016)

ລັດຖະມົນ​ຕີ​ກະຊວງ​ປ້ອງ​ກັນ​ປະ​ເທດສະຫະ​ລັດ ທ່ານ Ash Carter ກ່າວ​ວ່າ ທ່ານ​ຮູ້ສຶກ​ວ່າ ການ​ໃຫ້​ຄວາມ​ເຫັນ​ຂອງ​ປະທານາທິບໍດີ​ຟີ​ລິບ​ປິນທີ່​ປຽບທຽບ​ທ່ານໃສ່​ຜູ້ນຳ​ນາ​ຊີ​ເຢຍ ຣະມັນ ທ່ານ Adolf Hitler ນັ້ນ ​ແມ່ນ “ໜ້າ​ໜັກ​ໃຈ​ທີ່​ສຸດ”

​ໃນ​ການ​ຖະ​ແຫຼງຕໍ່​ພວກ​ນັກ​ຂ່າວ ​ທີ່​ລັດ​ຮາ​ວາຍ ຫລັງ​ຈາກ​ໄດ້​ພົບ​ປະ​ກັບ​ບັນດາລັດຖະມົນ ຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ອາ​ຊ່ຽນ​ແລ້ວ ທ່ານ Carter ກ່າວ​ວ່າ ການ​ໃຫ້​ຄວາມ​ເຫັນ​ ຂອງ​ປະທານາທິບໍດີຟີ​ລິບ​ປິນ ທ່ານ Rodrigo Duterte ​ເມື່ອ​ໄວໆ​ມານີ້ ​ແລະ​ການ​ປະຕິ ບັດ​ການ​ພາຍ​ໃນ ບໍ່​ໄດ້​ຖືກ​ຍົກ​ຂຶ້ນມາ​ຫາລື​ກັນ​ ໃນລະຫວ່າງ​ກອງ​ປະຊຸມ​ໃນ​ມື້ວັນ​ສຸກ​ວານ​ນີ້ ດັ່ງ​ນັ້ນ ທ່ານ​ຈຶ່ງ​ຂໍ​ໃຫ້​ຄວາມ​ເຫັນ​ສ່ວນໂຕ​ຂອງ​ທ່ານ.

​ໃນ​ວັນ​ສຸກ​ວານ​ນີ້ ທ່ານ Duterte ​ໄດ້​ປຽບທຽບ​ທ່ານ​ເອງ ໃສ່​ຜູ້ນຳ​ ຂອງ​ນາ​ຊີ​ເຢຍຣະມັນ ​ໂດຍ​ກ່າວ​ວ່າ “Hitler ​ໄດ້​ສັງຫານ​ໝູ່​ຊາວ​ຢິວ 3 ລ້ານ​ຄົນ. ​ເວລາ​ນີ້ມີຜູ້​ຕິດ​ຢາ 3 ລ້ານ​ຄົນ... ຂ້າພະ​ເຈົ້າຍິນ​ດີ​ທີ່​ຈະ​ສັງຫານ​ພວກ​ເຂົາ.”

ຕຳຫຼວດຟີ​ລິບ​ປິນ ​ແລະ​ພວກ​ຕໍ່ຕ້ານ​ອາ​ຊະ​ຍາ​ກຳ​ພົນລະ​ເຮືອນ​ໄດ້​ສັງຫານ​ຢ່າງ​ໜ້ອຍ 3 ພັນ​ຄົນ ທີ່​ໃຊ້ແລະ​ຂາຍ​ຢາ​ເສບ​ຕິດນັບແຕ່​ທ່ານ Duterte ​ໄດ້ເຂົ້າຮັບ​ຕຳ​ແໜ່ງເມື່ອ​ທ້າຍ​ ເດືອນ​ມິຖຸນາ​ຜ່ານ​ມາ.

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ ​ໄດ້​ຖືກ​ປະນາມ​ໂດຍ​ກຸ່ມ​ຊາວ​ຢິວ​ຢູ່ໃນ​ສະຫະລັດວ່າ ​ເປັນ​ເລື້ອງທີ່​ບໍ່​ເໝາະ​ສົມ​ແລະ​ສ້າງ​ຄວາມ​ເຈັບ​ປວດ.

​ໂຄສົກ​ຂອງ​ທ່ານ Duterte ​ໄດ້​ປະຕິ​ເສດ ຕໍ່​ການ​ປຽບທຽບ​ໃສ່ Hitler ​ໃນ​ວັນ​ເສົາ​ມື້ນີ້ໂດຍ​ກ່າວ​ວ່າ “ພວກ​ເຮົາ​ບໍ່​ປະສົງ ​ທີ່​ຈະຫລຸດຜ່ອນ ​ຕໍ່​ການ​ສູນ​ເສຍຂອງຊາວ​ຢິວ 6 ລ້ານ​ຄົນ​ໃນ​ການ​ຂ້າ​ລ້າ​ງ​ເຊື້ອຊາດ​ເຜົ່າ​ພັນ Holocaust.....ການກ່າວ​ອ້າງ​ ຂອງ​ປະທານາທິບໍດີ ​ເຖິງ​ການ​ສັງຫານ​ດັ່ງກ່າວ ແມ່ນພຽງ​ພ້ຽນ​ໄປຈາກວິທີ​ທາງ ​ທີ່​ທ່ານ​ໄດ້​ຖືກ​ວາດ​ພາບວ່າ ​ເປັນ​ຜູ້​ສັງຫານ​ໝູ່ Hitler ຊຶ່ງ​ເປັນ​ເຄື່ອງ ໝາຍ​ທີ່​ທ່ານ​ໄດ້​ປະຕິ​ເສດ.”

​ໃນ​ອີກ​ດ້ານ​ນຶ່ງ​ນັ້ນ ທ່ານ Carter ໄດ້ກ່າວ​ໃນ​ວັນ​ພະຫັດ​ຜ່ານ​ມານີ້ວ່າ ຄວາມສຳພັນ​ທາງ ດ້ານທະຫານ ລະຫວ່າງສະຫະລັດ ​ແລະຟິລິບ​ປີນ ແມ່ນ​ຍັງ “​ມີ​ຄວາມ​ແໜ້ນ​ແຟ້ນ” ​ເຖິງ ແມ່ນ​ຫວ່າງ​ບໍ່ດົນ​ມານີ້ ປະທານາທິບໍດີ​ຟິລິບ​ປີນ ​ໄດ້​ກ່າ​ວວ່າ ກຳລັງ​ພິ​ເສດ​ສະຫະລັດຢູ່​ໃນ​ຖ​ານທັບຟິລິບ​ປີນ​ແຫ່ງ​ຕ່າງໆນັ້ນ ຄວນ​ຈະຖອນ​ອອກ​ໄປ.

ອ່ານຂ່າວນີ້ີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Philippines Duterte