ສະຫະລັດ ຮຽກຮ້ອງໃຫ້ມຽນມາ ທຳການປະຕິຮູບ

  • ໄພສານ ວໍຣະຈັກ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ເຂົ້າຮ່ວມກອງປະຊຸມລັດຖະມົນຕີການ ຕ່າງປະເທດຂອງອາຊ່ຽນ ທີ່ເກາະບາຫຼີ ອິນໂດເນເຊຍ (22 ກໍລະກົດ 2011)

ໃນວັນສຸກມື້ນີ້ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ໄດ້ຮຽກ
ຮ້ອງໃຫ້ມຽນມາປ່ອຍພວກນັກໂທດການເມືອງ ແກ້ໄຂບັນຫາຄວາມວິຕົກກັງວົນກ່ຽວກັບການ
ຫ້າມແຜ່ຜາຍອາວຸດນິວເຄລຍແລະເລີ່ມເປີດການເຈລະຈາຫາລືກັບທ່ານນາງອອງຊານຊູຈີຜູ້ນຳ ພັກຝ່າຍຄ້ານຂອງມຽນມາ.

ທ່ານນາງ Clinton ກ່າວຕໍ່ບັນດາຜູ້ຕາງໜ້າທີ່ໄປຮ່ວມກອງປະຊຸມວ່າດ້ວຍຄວາມໝັ້ນຄົງພູ
ມີພາກຂອງສະມາຄົມອາຊ່ຽນ ທີ່ເກາະບາຫຼີ ປະເທດອິນໂດເນເຊຍວ່າ ມຽນມາແມ່ນບັນຫາ
ທ້າທາຍທີ່ສຳຄັນ ທີ່ກຳລັງປະເຊີນໜ້າກັບສະມາຄົມບັນດາປະຊາຊາດໃນເຂດເອເຊຍຕາເວັນ
ອອກສຽງໃຕ້ ທີ່ມີສະມາຊິກ 10 ປະ ເທດ ແລະຈະຕ້ອງໄດ້ຮັບການແກ້ໄຂ.

ນອກນັ້ນແລ້ວ ທ່ານນາງ Clinton ຍັງໄດ້ຕັ້ງຄຳຖາມກ່ຽວກັບຄວາມຄິດທີ່ຈະອະນຸຍາດໃຫ້
ມຽນມາ ເຂົ້າກຳຕຳແໜ່ງຜູ້ນຳຂອງສະມາຄົມອາຊ່ຽນໃນປີ 2014 ໂດຍເວົ້າວ່າ ຜູ້ທີ່ຈະເຂົ້າ
ມາເປັນປະທານວຽນນີ້ ຈະສ້າງຄວາມກ້າວໜ້າໃນດ້ານຄວາມໜ້າເຊື່ອຖື ແລະບົດບາດການ
ນຳພາຂອງກຸ່ມດັ່ງກ່າວໄດ້ຫຼືບໍ່.