ກຸ່ມອາຊ່ຽນຫາທາງປັບປຸງ ການທ່ອງທ່ຽວໃນເຂດ ຂອງຕົນ

  • ສິງ ບູຣົມມະວົງ

ທ່ານສຸຣິນ ເພັດສຸວັນ ເລຂາທິການໃຫຍ່ກຸ່ມອາຊຽນ ແລະທ່ານ Hor Namhong ລັດຖະມຸນຕີການຕ່າງປະເທດກໍາປູເຈຍ ທີ່ກຸງພະນົມເປັນ ວັນທີ16 ສິງຫາ 2010














ບັນດາ​ເຈົ້າ​ໜ້າ​ທີ່​ດ້ານ​ການທ່ອງທ່ຽວ​ຂອງ​ກຸ່ມ​ອາ​ຊຽນກໍາລັງ​
ພົບ​ປະກັນ​ຢູ່​ທີ່​ກຸງພະນົມເປັນນະຄອນຫລວງ​ຂອງ​ກໍາປູ​ເຈຍ
ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາກັນ​ກ່ຽວ​ກັບວ່າ​ຈະ​ເຮັດ​ວິທີ​ໃດ​ດີ ​ຈຶ່ງຈະໃຫ້​ຂົງ​ເຂດ​ດັ່ງກ່າວ​ກາຍ
ເປັນ​ຈຸດໝາຍປາຍທາງລະດັບ​ໂລກ​ແຫ່ງ​ນຶ່ງ​ສໍາລັບ​ພວກນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປີ 2015 ນັ້ນ.

ນາຍົກລັດຖະມຸນຕີກໍາປູ​ເຈຍ ທ່ານ​ຮຸນ​ແຊນ ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າຂົງ​ເຂດ​ເອ​ເຊຍ
ຕາ​ເວັນ​ອອກສຽງ​ໃຕ້​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນທີ່​ຈະ​ກາຍ​ເປັນຈຸດໝາຍ​ປາຍທາງ ທີ່​ມີການ
ແຂ່ງຂັນ​ກັນສູງນັ້ນ ໂດຍອິງ​ຕາມ​ຄວາມ​ຫລາກ​ຫລາຍ​ຂອງໂບຮານວັດຖຸທາງດ້ານ​ວັດທະນະ
ທໍາ​ ແລະ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ​ແຫ​ລ່ງຊັບພະຍາກອນ​ທໍາມະ​ຊາດ​ຢ່າງ​ມາກ​ມາຍ​ນັ້ນ. ທ່ານ​ຮຸນ
ແຊນ ກ່າວ​ເຊ່ນ​ນີ້​ຕໍ່​ກອງ​ປະຊຸມ​ວ່າ​ດ້ວຍ​ການທ່ອງ​ທ່ຽວ​ກຸ່ມ​ອາ​ຊຽນ ຊຶ່ງ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ເສົາ
ຜ່ານ​ມາ​ນີ້ ​ແລະຈະ​ດໍາ​ເນີນ​ໄປ​ຈົນ​ຮອດ​ວັນ​ສຸກ​ສັບປະດາ​ນີ້.

ທ່ານ​ຮຸນ​ແຊນ ກ່າວ​ວ່າ ທ່ານ​ຫວັງ​ວ່າ​ກອງ​ປະຊຸມ​ນີ້​ຈະ​ສົ່ງ​ເສີມ​ພວກ​ອຸດສາຫະກໍາທີ່​ພົວພັນ​
ກັບ​ການທ່ອງທ່ຽວ ໂດຍມີວັດຖຸ​ປະສົງແນໃສ່ເສີມຂະຫຍາຍ​ການ​ພັດທະນາ​ດ້ານເສດຖະກິດ
ແລະ​ລົດ​ຜ່ອນ​ຄວາມທຸກ​ຈົນ​ລົງ​ໃນ​ປະ​ເທດ​ຂອງ​ທ່ານ​ແລະ​ໃນແຫ່ງ​ອື່ນໆ​ອີກ​ຢູ່ໃນ​ຂົງ​ເຂດ.

ພວກ​ທີ່​ມາ​ຮ່ວມ​ກອງ​ປະຊຸມ​ນີ້ ​ແມ່ນ​ຮວມທັງ​ພວກ​ເຈົ້າ​ໜ້າ​ທີ່​ຝ່າຍ​ທ່ອງ​ທ່ຽວຈາກ 10 ປະ​
ເທດສະມາຊິກ​ຂອງ​ກຸ່ມ​ອາ​ຊຽນ ​ແລະ​ພວກ​ປະເທດພາຄີ ຢູ່​ໃນ​ຂົງ​ເຂດຈາກ​ຈີນ ຍີ່ປຸ່ນ ​ເກົາ
ຫລີ​ໃຕ້ ອິນ​ເດຍ ​ແລະ​ຣັດ​ເຊຍ. ພວກ​ຜູ້​ຊື້​ແລະ​ຜູ້​ຂາຍ​ຈໍານວນ​ຫລາຍຮ້ອຍ​ບໍລິສັດ​ຈາກ​ວົງ​
ການອຸດສາຫະກໍາ ​ການທ່ອງທ່ຽວ​ນາໆ​ຊາດ ​ກໍ​ມາ​ຮ່ວມ​ໃນ​ກອງ​ປະຊຸມນີ້​ເຊ່ນ​ກັນ.