ໃນວັນເສົາມື້ນີ້ ນາຍົກລັດຖະມົນຕີ ມາເລເຊຍ ທ່ານ Njib
Razak ໄດ້ຮຽກຮ້ອງໃຫ້ ບັນດາເພື່ອນຜູ້ນຳເອເຊຍອາຄະເນ
ຈົ່ງເຕົ້າໂຮມ “ຢ່າງສົມມາສົມຄວນກັບຄວາມຮຸນແຮງ” ເພື່ອຕໍ່
ສູ້ກັບພວກ jihad.
ໃນການເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 27 ຜູ້ນຳເຈົ້າ
ພາບກ່າວວ່າ ທ່ານໄດ້ປ່ຽນແປງຖະແຫລງການ ຊຶ່ງທ່ານໄດ້ຕັ້ງ
ໃຈຈະກ່າວ ໃນເຫດການໂຈມຕີກໍ່ການຮ້າຍ ທີ່ຫາກໍເກີດຂຶ້ນ
ຈາກ ພວກມຸສລິມຫົວຮຸນແຮງໃນຝຣັ່ງ ແລະ ມາລີ ແລະແຫ່ງ
ອື່ນໆ.
ພວກເຈົາໜ້າທີ່ ກຳລັງກອວກາຢູ່ ກອງປະຊຸມສຸດຍອດ ປະເທດສະມາຊິກ ຂອງສະມາຄົມບັນດາປະເທດຊາດ ໃນເຊດເອເຊຍອາຄະເນ ຫລື ASEAN
ທ່ານ Najib ຊຶ່ງກໍເປັນຊາວມຸລິມຜູ້ໜຶ່ງ ທີ່ເປັນຜູ້ປົກຄອງປະເທດ ທີ່ມີຊາວມຸສລິມ ເປັນ
ສ່ວນໃຫຍ່ ກ່າວວ່າ “ພວກເຮົາບໍ່ຄວນພາດສາຍຕາຂອງຄວາມຈິງ ທີ່ວ່າແນວຄິດຂອງ
ຕົນເອງນັ້ນຕ້ອງເປີດເຜິຍອອກມາ ທີ່ເປັນຄວາມຂີ້ຕົ້ວະ ທີ່ໃຊ້ໃນການປາບປາມ ທີ່ບໍ່
ແມ່ນອິສລາມ. ມັນເປັນໄປບໍ່ໄດ້.”
ນາຍົກລັດຖະມົນຕີ ມາເລເຊຍ ໄດ້ອ້າງຄຳເວົ້າຈາກປື້ມ Quran ເພື່ອພິສູດແກ່ພວກ jihad ໂດຍກ່າວຕໍ່ບັນດາເພື່ອນຜູ້ນຳ ASEAN ວ່າ “ຄວາມພໍປານກາງ ຫລື wasatiyyah ນັ້ນຢູ່ໃນຫົວໃຈຂອງອິສລາມ. ມັນເປັນຄຳສັ່ງສອນຮວມຢູ່ໃນ Quran ທີ່ຊາວມຸສລິມ ຕ້ອງສາມາດ ປະຕິບັດໃຫ້ໄດ້.”
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວທີ່ ກອງປະຊຸມ ສຸດຍອດ ASEAN ກ່ຽວກັບທຸລະກິດ ແລະ ການລົງທຶນ ທີ່ນະຄອນ Kuala Lumpur ປະທດ Malaysia ພະຈິກ. 21, 2015.
ຫົວ ຂໍ້ດັ່ງກ່າວຍັງໄດ້ ສົນທະນາ ເວລາທ່ານ Najib ໄດ້ພົບປະກັບ ປະທານາທິບໍດີສະຫະ
ລັດ ທ່ານ Barack Obama ຢູ່ໃນນະຄອນຫລວງ Kuala Lumpur ໃນຕອນແລງວັນສຸກວານນີ້.
ທ່ານ Najibk ໄດ້ກ່າວຕໍ່ບັນດານັກຂ່າວ ຫລັງຈາກປະຊຸມວ່າ “ມັນສຳຄັນທີ່ສຸດທີ່ພວກເຮົາ ຈະສະເໜີໃຫ້ຮູ້ເຖິງອິສລາມ ທີ່ແທ້ຈິງ.”
ບັນດາທະຫານ ແລະຕຳຫລວດ ກຳລັງຢ່າງລາດຕະເວນໃນຂົງເຂດ ກອງປະຊຸມທີ 27 ຂອງປະເທດສະມາຊິກ ຂອງສະມາຄົມບັນດາປະເທດຊາດ ໃນເຊດເອເຊຍອາຄະເນ ຫລື ASEAN
ທ່ານ Obama ກ່າວຕໍ່ບັນດານັກຂ່າວວ່າ “ມາເລເຊຍ ເປັນພາກສ່ວນແນວໂຮມໃນການຕໍ່ສູ້ກັບ ກຸ່ມລັດອິສລາມ ແລະສາມາດເປັນພິເສດໃນການຊ່ວຍບັນຫາດັ່ງກ່າວ ເຊັ່ນວ່າ ປະເຊີນກັບການທຳລາຍ ແລະການບັນລະຍາຍທີ່ກົງກັນຂ້າມ ນັ້ນແມ່ນການພັດທະນາ.”
ASEAN ເປັນບ້ານເຮືອນຂອງຊາວມຸສລິມ ຫຼາຍກວ່າ 240 ລ້ານຄົນ ຊາວ ພຸດ 140 ລ້ານຄົນ ຊາວຄຣິສ 130 ລ້ານຄົນ ແລະອີກຫລາຍໆລ້ານຂອງບັນດາຜູ້ເຊື່ອຖືຕ່າງໆ ທ່ານ Najib ໄດ້ອ້າງເຖິງໃນວັນເສົາມື້ນີ້ ຮ້ອງສະຖາບັນຕ່າງໆ ທີ່ມີມາຫລາຍທົດສະວັດ ແລະຫລາຍຮ້ອຍປີ ທີ່ຜ່ານມາໃນຂົງເຂດ “ທີ່ເປັນສູນກາງບໍ່ເກີດດ້ານວັດທະນາທຳ ແລະການເມືອງ” ທຳນາຍ “ສົງຄາມ ແລະການແບ່ງແຍກ ທີ່ໂພ່ຂື້ນມານັ້ນວ່າເປັນຂອງທຳມະຊາດທີ່ຕໍ່ເນື່ອງມາ.