ຈີນ​ຕົກລົງ ຈະປຶກສາຫາລື ກັບອາຊ່ຽນ ກ່ຽວກັບ ກົດການປະພຶດປະຕິບັດ ໃນເຂດທະເລຈີນໃຕ້ (ວີດິໂອ)

ກໍ່າປັ່ນສອດແນມຈີນສອງລໍາ ທີ່ແລ່ນຢູ່ໃກ້ເກາະ Senkaku ເຂດທະເລຈີນຕາເວັນອອກ

ໃນອາທິດຜ່ານມານີ້ ປະກົດວ່າ ສະມາຄົມອາຊ່ຽນໄດ້ສ້າງຄວາມ
ກ້າວໜ້າຂຶ້ນມາແລ້ວ ໃນເລື້ອງການແກ້ໄຂບັນຫາຂໍ້ຂັດແຍ້ງກ່ຽວ
ກັບເຂດນໍ້າແດນ ດິນ ໃນທະເລຈີນໃຕ້. ຫຼັງຈາກກອງປະຊຸມຫຼາຍ
ບັ້ນ ທີ່ປະເທດບຣູໄນ ສະມາຄົມ​ອາ​ຊ່ຽນປະກາດວ່າ ຈີນ​ໄດ້ຕົກ ລົງທີ່ປຶກສາຫາລືກ່ຽວກັບກົດເກນ ຊຸດນຶ່ງທີ່​ເອີ້ນກັນວ່າ ກົດການ
ປະພຶດປະຕິບັດ ເພື່ອຫຼີກລ່ຽງບໍ່ໃຫ້ເກີດມີ ກໍລະນີພິພາດກັນ ໃນ ເຂດນ່ານນໍ້າທີ່ເປັນຂໍ້ຂັດແຍ້ງກັນນັ້ນ. Simone Orendain, ຜູ້
ສື່ຂ່າວວີໂອເອ ມີລາຍງານກ່ຽວກັບເລຶ່ອງນີ້ຈາກນະຄອນຫຼວງ
ມະນິລາ ປະເທດຟິລິບປິນ ຊຶ່ງທອງປານ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ

Your browser doesn’t support HTML5

ຟັງລາຍງານກ່ຽວກັບຈີນ ແລະອາຊ່ຽນ


ກອງປະຊຸມຂອງສະມາຄົມອາຊ່ຽນເມື່ອປີຜ່ານມາ ສິ້ນສຸດລົງ
ໂດຍປາດສະຈາກການ ເຫັນພ້ອມກັນຢ່າງເປັນເອກກະສັນ ຍ້ອນການຜິດຖຽງກັນເລຶ່ອງ ເຂດທະເລຈີນໃຕ້. ກອງ​ປະຊຸມໄດ້ອັດ​ລົງໂດຍປາດສະຈາກຖະແຫຼງການຮ່ວມເປັນເທື່ອ
ທໍາອິດ ໃນປະຫວັດສາດຂອງອາຊ່ຽນ.

ສ່ວນໃນປີນີ້, ຖະແຫຼງການຮ່ວມໄດ້ເນັ້ນຍໍ້າການຍຶດໝັ້ນຕໍ່ຂໍ້ຕົກລົງ 11 ປີ ທີ່ບໍ່ມີອໍານາດ
ຜູກມັດ ລະຫວ່າງຈີນແລະສິບປະເທດສະມາຊິກສະມາຄົມອາຊ່ຽນ ກ່ຽວ​ກັບການຫາທາງ
ແກ້​ໄຂ​ບັນຫາ​ການຍາດກັນອ້າງກໍາມະສິດ ໃນເຂດທະເລຈີນໃຕ້​ໂດຍ​ສັນຕິ​ວິທີ.

ນອກນີ້ແລ້ວ ຖະແຫຼງການຮ່ວມດັ່ງກ່າວຍັງໄດ້ຮຽກຮ້ອງໃຫ້ ຈັດກອງປະຊຸມປຶກສາຫາລື
ກັນຢ່າງເປັນທາງການ ວ່າດ້ວຍກົດການປະພຶດປະຕິບັດ ໃນເດືອນກັນຍາປີນີ້ ທີ່ປັກກິ່ງ.
ຄາດວ່າ ການປຶກສາ​ຫາລືດັ່ງກ່າວ ຈະມີຂຶ້ນ​ໃນລະຫວ່າງເຈົ້າໜ້າທີ່ລະດັບທີ່ຕໍ່າກວ່າ
ແລະຈະສຸມໃສ່ບາດກ້າວຕ່າງໆເພື່ອຫຼີກລ່ຽງການເກີດກໍລະນີພິພາດກັນ ​ແລະຄາດວ່າ
ຈະບໍ່​ເວົ້າ​ເຖິງເລຶ່ອງຂໍ້ຂັດແຍ້ງເຂດນໍ້າແດນດິນ.

ທ່ານ Raul Hernandez ໂຄສົກກະຊວງຕ່າງປະເທດຟິລິບປິນ ເວົ້າວ່າ ປະເທດຂອງ
ທ່ານ ຍິນດີນໍາ​ຄວາມ​ຄືບ​ໜ້າ​ດັ່ງກ່າວນີ້.

ທ່ານ ເຮີນັນເດສ ເວົ້າວ່າ: “ແລະນັ້ນແມ່ນສິ່ງທີ່ພວກເຮົາຜັກດັນຢາກໃຫ້ມີຂຶ້ນ​ແທ້ໆ ​
ເປັນ​ເວລາດົນນານມາແລ້ວ ຄືພວກເຮົາຄວນຈະສາມາດເຮັດ​ຂໍ້​ຕົກລົງ​ກ່ຽວ​ກັບ
ກົດປະພຶດປະຕິບັດກັນໄດ້ ກັບປະ​ເທດ​ຈີນເພື່ອນໍາໃຊ້ຄວບຄຸມການ​ເຄື່ອນ​ໄຫວ
ຕ່າງໆ ໃນເຂດທະເລຟິລິບປິນຕາເວັນຕົກນັ້ນ.”


ທ່ານ ເຮີນັນເດສ ເອີ້ນຕາມຊື່ທ້ອງຖິ່ນຂອງມະນິລາ ແທນທະເລຈີນໃຕ້

ຄວາມສໍາພັນກັນລະຫວ່າງຟິລິບປິນແລະຈີນ ໄດ້ຫ່າງ​ເຫີນ​ເຢັນ​ຊາ​ຂຶ້ນ​ ຢ່າງຫຼວງຫຼາຍ ຫຼັງຈາກການປະເຊີນໜ້າກັນເປັນເວລາສອງເດືອນເມື່ອປີຜ່ານມາ ລະຫວ່າງກໍ່າປັ່ນຂອງ
ທັງ​ສອງ​ປະ​ເທດ ຢູ່ທີ່ເກາະຫີ​ນ Scarborough Shoal ທີ່ຟິລິບປິນອ້າງວ່າ ຕັ້ງຢູ່ພາຍໃນ
ວົງ​ລັດສະໝີ 370 ຫຼັກ ຂອງເຂດເສດຖະກິດສະເພາະຂອງ​ຕົນ ອິງຕາມກົດໝາຍສາກົນ
ນັ້ນ. ຕໍ່ມາໃນ ເດືອນພຶດສະພາຜ່ານມານີ້ ກໍ່າປັ່ນພົນລະເຮືອນຫຼາຍລໍາ ແລະກໍ່າປັ່ນລົບ ຂະໜາດກາງຂອງຈີນ ຖືກພົບເຫັນແລ່ນປ້ວນປ້ຽນ ຢູ່ໃກ້ໆເກາະຫີນ Second Thomas Shoal ທີ່ຟິລິບປິນອ້າງເອົາກໍາມະສິດນໍານັ້ນ.

ຈີນ ໄຕ້ຫວັນ ແລະຫວຽດນາມ ຕ່າງກໍອ້າງເອົາເຂດທະເລຈີນ​ໃຕ້​ເກື​ອບວ່າທັງໝົດ. ສ່ວນ
ຟິລິບປິນ ມາເລເຊຍ ແລະບຣູໄນ ພາກັນອ້າງເອົາແຕ່ ບາງສ່ວນເທົ່ານັ້ນ. ເຊື່ອກັນວ່າ
ເຂດທະເລດັ່ງກ່າວ​ແມ່ນອຸດົມສົມບູນ​ໄປ ດ້ວຍນໍ້າມັນແລະແກັສທໍາມະຊາດ ພ້ອມດ້ວຍ
ປາທີ່ຫຼາຍຫຼາກມາກມາຍ ແລະ​ເປັນເສັ້ນທາງເດີນທະ​ເລ ທີ່​ມີ​ເຮືອແລ່ນ​ຜ່ານ ຢ່າງຫຼວງຫຼາຍ.

ວີດິໂອກ່ຽວຂ້ອງກັບລາຍງານນີ້:

Your browser doesn’t support HTML5

South China Sea Nations Use Different Approaches to Press Claims


ໃນບັນດາປະເທດທັງໝົດທີ່ອ້າງເອົາກໍາມະສິດນັ້ນ ຟິລິບປິນ ແມ່ນເປັນຜູ້ອອກປາກອອກ
ສຽງດັງກວ່າໝູ່ ກ່ຽວ​ກັບ​ອັນ​ທີ່​ຟີ​ລິບ​ປິນກ່າວຫາວ່າ ​ເປັນການລ່ວງລໍ້າຂອງຈີນ ເຂົ້າໄປໃນ
ເຂດນ່ານນໍ້າຂອງຕົນນັ້ນ. ໃນອາທິດ​ແລ້ວນີ້ ທ່ານ Albert del Rosario ລັດຖະມົນຕີ
ຕ່າງປະເທດຟິລິບປິນ ​ໄດ້​ກ່າວ ປະນາມໃນສິ່ງທີ່ທ່ານເອີ້ນວ່າ ການ​ເຮັດ​ໃຫ້ເຂດທະເລ
ດັ່ງກ່າວ ​ເປັນ​ເຂດ ທະຫານຫຼາຍຂຶ້ນ​ໄປເລື້ອຍໆຂອງຈີນ. ຄວາມເຫັນນີ້​ໄດ້ມີຂຶ້ນຫຼັງຈາກ
ສື່ຂອງລັດຈີນເຕືອນວ່າ ຈີນຈະທໍາການໂຈມຕີຟິລິບປິນຄືນ ຖ້າຫາກຟິລິບປິນຍັງຂືນເກາະ
ຜິດ ກັບປັກກິ່ງຢູ່ຕໍ່ໄປ.

Carl Thayer ນັກວິເຄາະດ້ານຄວາມໝັ້ນຄົງປະຈໍາ ສະຖາບັນກໍາລັງປ້ອງກັນອອສເຕຣ
ເລຍ ຫຼື Australia Defense Force Academy ເວົ້າວ່າ ການມາເຕົ້າໂຮມກັນຂອງ
ສະມາຄົມອາຊ່ຽນໃນປີນີ້ ​ແມ່ນ​ມີລັກສະນະກົມກຽວກັນຫຼາຍຂຶ້ນ ຍ້ອນວ່າບັນດາລັດຖະ
ມົນຕີຕ່າງປະເທດຈາກພວກປະເທດທີ່ບໍ່ມີສ່ວນໄດ້ສ່ວນເສຍດ້ານອະທິປະໄຕໃດໆ ຢູ່ໃນ
ເຂດທະເລດັ່ງກ່າວ ​ໄດ້ປະຕິບັດງານຢ່າງໜັກ ເພື່ອສ້າງຄວາມເປັນເອກກະພາບກັນ
ຫຼັງຈາກກອງປະຊຸມເມື່ອປີຜ່ານມາ.

ທ່ານ ເທເອີ ເວົ້າວ່າ: “ອິນໂດເນເຊຍໄດ້ເອົາບົດບາດອັນຖ້ວມລົ້ນ. ສ່ວນໄທກໍໄດ້​
ປະຕິບັດ​ຕາມ​ແລະ​ທໍາ​ໜ້າ​ທີ່ເປັນປະເທດຜູ້ປະສານງານ ແລະພະຍາຍາມຜັກດັນ​
ໃຫ້ໄປໜ້າ ແລະສ່ວນຈີນກໍພະຍາຍາມທີ່ຈະບໍ່​ເຮັດ​ໃຫ້​ຕົນ​ເອງ​ຖືກໂດດດ່ຽວ ແລະ
ກໍບໍ່ຢາກ​ໃຫ້​ເລື້ອງນີ້ ຂຶ້ນໄປຮອດລະດັບນານາຊາດ ​ໃຫ້​ເປັນ​ບັນຫາ​ໃຫຍ່ໄປ​ກ່ວາ​
ນີ້ອີກ ແລະກໍມີການສັບປ່ຽນຄະນະນໍາໜ້າພາໃໝ່ໃນຈີນ ແລະ​ເຂົາ​ເຈົ້າກໍກໍາລັງ
ສະໜອງ​ຕອບ​ຕໍ່ການປ່ຽນແປງເຫຼົ່ານີ້.”


ທ່ານ ເທເອີ ເວົ້າອີກວ່າ ການຕົກລົງຂອງຈີນຕໍ່ການປະຊຸມປຶກສາຫາລືກ່ຽວກັບກົດປະຕິບັດ
ທີ່ມີຂໍ້ຜູກມັດຫຼາຍກວ່າເກົ່ານັ້ນ ຖືເປັນບາດກ້າວໄປໃນທິດທາງທີ່ຖືກຕ້ອງ ແຕ່ທ່ານເທເອີ
ກ່າວຕໍ່ໄປວ່າ ຫຼາຍສິ່ງຫຼາຍຢ່າງແມ່ນຈະຂື້ນຢູ່ກັບວ່າ ຈີນຈະຍຶດໝັ້ນຕໍ່ການ​ປະຕິບັດ​ຕາມ
ເງື່ອນໄຂຕ່າງໆຂອງກົດການ ປະພຶດປະຕິບັດນັ້ນໄດ້ ຢ່າງ​ໜັກ​ແໜ້ນ​ສໍ່າ​ໃດ.

ວີດິໂອ: ສະຫະລັດກັບຈີນ ສົນທະນາກັນເລື້ອງທະເລຈີນໃຕ້ ນອກກອງປະຊຸມ ອາຊ່ຽນ:

Your browser doesn’t support HTML5

ASEAN: US-China Hold Talks on South China Sea Disputes