ຫົວຂໍ້ກ່ຽວກັບການເພີ້ມກິດຈະການແບບຮຸກຮານຫຼາຍຂຶ້ນຂອງຈີນຢູ່ໃນທະເລຈີນໃຕ້ ນັບແຕ່ການຮາວີລົບກວນກຳປັ່ນແລະການສ້າງພື້ນຖານໂຄງລ່າງ ຕະຫຼອດ ຈົນການອອກແຜນທີ່ໃໝ່ພ້ອມກັບການອ້າງກຳມະສິດເອົາດິນແດນຕ່າງໆ ແມ່ນເປັນທີ່ຈະແຈ້ງ ທີ່ກອງປະຊຸມສຸດຍອດປະຈຳປີຂອງອາຊຽນ ຢູ່ນະຄອນຫຼວງຈາກາຕ້າ ໃນອາທິດແລ້ວ.
ແຕ່ອາຊຽນ ຊຶ່ງເປັນກຸ່ມບັນດາ 10 ປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ທີ່ດຳເນີນງານດ້ວຍຫຼັກການຂອງຄວາມເປັນເອກກະສັນ ແລະການບໍ່ແຊກແຊງເຂົ້າໃນອະທິປະໄຕຂອງກັນແລະກັນ ຍັງສືບຕໍ່ມີຄວາມເຫັນທີ່ແຕກຕ່າງກັນກ່ຽວກັບການຮັບມື ກັບການປະພຶດແບບຮຸກຮານຂອງຈີນ ຢູ່ໃນເຂດນ່ານນ້ຳທີ່ມີການຂັດແຍ້ງ ແລະການຊອກສະແຫວງຫາການສະໜັບສະໜຸນ ຈາກຄູ່ຮ່ວມງານທີ່ບໍ່ແມ່ນອາຊຽນ ພວກນັກຊ່ຽວຊານກ່າວ.

ແຟ້ມ - ເຮືອທີ່ສົງໄສວ່າເປັນຂອງທະຫານບ້ານທາງທະເລ ທີ່ຈອດລຽນກັນຢູ່ໃກ້ກັບເກາະ ວິດຊັນ (Whitsun) ທີ່ຟີລິບປິນອ້າງເອົາກຳມະສິດຢູ່ທະເລຈີນໃຕ້ ເມື່ອວັນທີ 22 ເມສາ 2023.
ທ່ານຄາຣ໌ລ ເທເຢີ ສາສະດາຈານ ຜູ້ຊົງຄຸນນະວຸດທິ ດ້ານການເມືອງທີ່ມະຫາວິທະຍາໄລນິວຊາວເວລ ແຄນເບີຣາ ກ່າວຜ່ານທາງອີແມລຕໍ່ວີໂອເອ ພະແນກ
ພາສາຂະແມວ່າ “ຄວາມບໍ່ເປັນເອກກະພາບຂອງອາຊຽນ ກ່ຽວກັບການເອົາທ່າທີແບບຮຸກຮານຈີນຢູ່ທະເລຈີນໃຕ້ ໄດ້ມີການສະແດງໃຫ້ເຫັນມາໄດ້ດົນກວ່ານຶ່ງທົດສະວັດ ຫຼັງຈາກກຳປູເຈຍ ໃນຖານະປະທານຂອງອາຊຽນປີ 2012 ໄດ້ປະຕິເສດທີ່ຈະຮວມເອົາການອ້າງອີງ ເຂົ້າໃນຖະແຫຼງການຂອງປະທານ.”
ທ່ານເທເຢີກ່າວວ່າ ເຖິງແມ່ນອິນໂດເນເຊຍ ຊຶ່ງເປັນປະທານຂອງປີນີ້ ໄດ້ກ່າວເຖິງ ຢູ່ໃນຖະແຫຼງການຂອງປະທານວ່າ ໄດ້ມີການສະແດງຄວາມເປັນຫ່ວງກັງ
ວົນໂດຍສະມາຊິກຂອງອາຊ່ຽນຈຳນວນນຶ່ງ ກ່ຽວກັບການຖົມເກາະດອນຢູ່ໃນທະເລຈີນໃຕ້ ກິດຈະກຳທາງທະຫານ ແລະອຸບັດຕິເຫດທີ່ຮ້າຍແຮງ ຢູ່ໃນຂົງເຂດທີ່ຮ້າຍແຮງກໍຕາມ” ແຕ່ກໍບໍ່ມີຫຍັງ ທີ່ອາຊຽນສາມາດເຮັດໄດ້ຮ່ວມກັນ ເພື່ອປ່ຽນແປງ “ຄວາມຈິງຢູ່ໃນພາກພື້ນດິນ” ນອກເໜືອໄປຈາກລະບຸຊີແລະເຮັດໃຫ້ຈີນອັບອາຍ.”
“ຈີນສາມາດທຳຄວາມກົດດັນ ຢ່າງງ່າຍດາຍ ຕໍ່ປະເທດສະມາຊິກຂອງອາຊ່ຽນເພື່ອປ້ອງກັນບໍ່ໃຫ້ມີຄວາມເປັນເອກກະສັນກັນໃນການເອົາມາດຕະການເພີ້ມຕື່ມ. ຈີນອາດນຳໃຊ້ການລົງໂທດທາງດ້ານເສດຖະກິດ ຕໍ່ປະເທດໃດກໍຕາມ ທີ່ພະຍາຍາມລຸກຂຶ້ນຕໍ່ຕ້ານຈີນ” ທ່ານເທເຢີກ່າວ.