ຈີນ ແລະ ອາຊ່ຽນ ຊອກຫາທາງ ຫລຸດຜ່ອນ ການຂັດແຍ້ງ ໂດຍວາງແຜນ ຊ້ອມລົບຮ່ວມ ຢູ່ທະເລຈີນໃຕ້

ກຳປັ່ນລົບ USS Carl Vinson ຈອດຢູ່ທ່າເຮືອຕຽນຊາ ໃນເມືອງ ດານັງ ປະເທດຫວຽດນາມ ທີ 5 ມີນາ, 2018.

ແຜນການ​ຊ້ອມ​ລົບ​ ທາງ​ທະຫານ​ເທື່ອ​ທຳ​ອິດ​ ທີ່ບໍ່​ເຄີຍມີ​ມາ​ກ່ອນ​ຂອງ​ຈີນ ກັບ​ບັນດາ​ປະ
​ເທດເອ​ເຊ​ຍຕາ​ເວັນ​ອອກ​ສຽງ​ໃຕ້ໃນປີ​ນີ້ ຈະ​ເຮັດຄວາມ​ສ່ຽງ ກ່ຽວກັບຄວາມ​ປອດໄພ ​ຢູ່
ໃນເຂດ​ທະ​ເລ ທີ່ມີການຍາດແຍ່ງແຂ່ງຂັນແຮງທີ່ສຸດ ​ໃນ​ເອ​ເຊຍ​ສະຫງົບລົງ ແລະ​ ອາດ
​ເຮັດໃຫ້ຄວາມ​ຢ້ານກົວ ​ຕໍ່​ບົດ​ບາດ ການ​ຄອບ​ງໍາ​ ຂອງ​ປັກ​ກິ່ງ ຢູ່​ໃນ​ການຂັດແຍ້ງ ເລື່ອງ
ການອ້າງກຳມະສິດນັ້ນ ຫລຸດນ້ອຍລົງ.

ຢູ່​ທີ່​ກອງ​ປະຊຸ​ມ​ໃນ​ເດືອນ​ກຸມພາຜ່ານມາ ບັນດາລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຈາກ 10
ປະ​ເທດ​ສະມາຊິກ ຂອງ​ສະມາຄົມ​ ບັນດາ​ປະ​ເທດ​ຊາດ ​ໃນ​ເຂ​ດ​ເອ​ເຊຍ​ອາຄະ​ເນ ຫລື​
ອາ​ຊຽນ (ASEAN) “​ໄດ້ສະແດງຄວາມຍິນດີ” ຕໍ່​ການ​ທີ່​ຈະ​ມີການຊ້ອມ​ລົບທາງ​ທະ​ເລ
ກັບ​ຈີນ ໃນ​ທ້າຍ​ປີ 2018 ນີ້ ທີ່ກະຊວງ​ປ້ອງ​ກັນ​ປະ​ເທດ​ສິງກະ​ໂປ ​ກ່າວ​ຢູ່​ໃນ​ຖະ​ແຫລ​ງ
ການ​. ຄະນະ​ລັດຖະມົນ​ຕີ “​ໄດ້​ພົບ​ປະ​ທີ່​ບໍ່​ເປັນ​ທາງ​ການ” ພ້ອມກັບ​ລັດຖະມົນ​ປ້ອງ​ກັນ
​ປະ​ເທດ​ຈີນ ທ່ານ​ຈັງ​ ວັນ​ກວນ ອີງຕາມຖະ​ແຫຼງການ​ໄດ້​ກ່າວໄວ້.

ນາຍົກລັດຖະມົນຕີຈີນ ທ່ານລີ ເກີກຽງ ກ່າວລະຫວ່າງ ກອງປະຊຸມສຸດຍອດ ອາຊຽນ ຈີນ ຄັ້ງທີ 20 ທີ່ນະຄອນມານິລາ ປະເທດຟິລິບປິນ ທີ 13 ພະຈິກ 2017.

ປັກ​ກິ່ງໄດ້ອ້າງ​ເອົາກຳມະສິດ ປະມານ 90 ​ເປີ​ເຊັນ ​ຂອງເຂດນ່ານນ້ຳທີ່ເປັນບັນຫາ​
ໂຕ້​ແຍ້​ງ ໃນທະ​ເລ​ຈີນ​ໃຕ້. ຢູ່​ໃນເຂດເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ບຣູ ນາຍ ມາ​ເລ
​ເຊຍ ​ຟິລິບ​ປີນ ​ແລະ​ຫວຽດນາມ ກໍຍັງ​ໄດ້​ອ້າງ​ເອົາກຳມະສິດໃນ​ທະ​ເລດັ່ງກ່າວແຂ່ງ
ກັບຈີນ. ໃຕ້​ຫວັນກໍ​ໄດ້ກ່າວວ່າ ​ທະ​ເລ​ທັງໝົດ​ເປັນ​ຂອງ​ຕົນ​. ຈີນຊຶ່ງ​ເປັນ​ປະ​ເທດ​ທີ່​ມີ​
ກຳລັງ​ທະຫານ ໃຫຍ່ເປັນອັນ​ດັບ​ສາມ​ຂອງ​ໂລກ ​ໄດ້ສ້າງ ຄວມບໍ່ສະບາຍໃຈໃຫ້ແກ່
ປະເທດ​ອື່ນໆ​ນັບ​ແຕ່​ປີ 2010 ເປັນຕົ້ນມາ​ໂດຍ​ການ​ຖົມ​ດິນ​ຢູ່ຕາມ​ໝູ່​ເກາະ​ ເພື່ອ​ນຳ
ໃຊ້​ທາງ​ທະຫານ.

ເຮືອບິນລົບຢູ່ເບື້ອງຫຼັງ ພັນຕີກອງທັບເຮືອ ທ່ານທິມ ຮັອກກິນສ໌ ກ່າວຕໍ່ບັນດານັກຂ່າວ ຢູ່ເທິງກຳປັ່ນລົບ USS Carl Vinson ຈອດຢູ່ທ່າເຮືອໃນນະຄອນມານິລາ ປະເທດຟິລິບປີນ ທີ 17, ກຸມພາ 2018.

ທ່ານ ຟາ​ບຣີ​ຊິ​ໂອ ບອສຊາ​ໂຕ ທີ່​ສູນ​ກາງສະມາຄົມ​ຄົ້ນຄວ້າ​ຍຸດ​ທະ​ສາດ ຂອງໃຕ້​
ຫວັນ ຊຶ່ງຊ່ຽວຊານ​ດ້ານ​ອາ​ເຊຍຕາ​ເວັນ​ອອກກ່າວ​ວ່າ ການ​ຊ້ອມ​ລົບ​ທາງ​ທະຫານ
​ທີ່​ແປກໆ​ປີ​ນີ້​ແມ່ນຢູ່ໃນລະດັບສູງ.

ທ່ານ​ກ່າ​ວວ່າ “​ເທື່ອ​ນີ້​ຈີນ​ກຳລັງ​ເຄື່ອນໄຫວ ເພື່ອ​ພົວພັນ​ ກັບ​ອາ​ຊຽນຮ່ວມກັນ​ຫຼາຍ​
ຝ່າຍ ​ແລະ​ຢູ່​ໃນ​ລະດັບການຮ່ວມ​ມື ​ເພື່ອໃຫ້ໄດ້ຮັບ​ຄວາມ​ໄວ້ເນື້ອເຊື່ອໃຈ ​ເພື່ອຫລຸດ
ຜ່ອນ​ຄວາມ​ຢ້ານ​ກົວ​ອຳນາດ​ອັນ​ຍິ່ງ​ໃຫຍ່​ທາງ​ທະຫານ​ຂອງ​ຈີນ​ ​ໂດຍ​ການ​ຊຸກຍູ້​ຮ່ວມ​
ກັນຢ່າງ​ເດັດດ່ຽວ ​ແລະ​ຊ່ວຍ​ໃນ​ບົດບາດ​ຂອງ​ອາ​ຊຽນວ່າ​ເປັນ​ທີ່​ຕ້ອງ ການ​ຫັນ​ໜ້າ​
ເຂົ້າ​ຫາ​ກັນ ​ແລະ​ຢູ່​ເທິງ​ເວທີການສົນທະນາ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ