ອາຊ່ຽນ ຊອກຫາທາງ ຢາກໃຫ້ບັນລຸ ໂຄງຮ່າງ ຄວາມໝັ້ນຄົງ ຢູ່ທະເລຈີນໃຕ້

ປະທານາທິບໍດີ ຂອງຟີລິບປິນ ທ່ານ Rodrigo Duterte ກ່າວຖະແຫລງ ໃນລະຫວ່າງ ການເປັນປະທານ ກອງປະຊຸມ ASEAN ຂອງຟີລິບປິນ ທີ່ໄດ້ເປີດຂຶ້ນ ໃນສູນກາງຈັດກອງປະຊຸມ SMX ໃນເມືອງ Davao, ຢູ່ທາງພາກໃຕ້ຂອງຟີລິບປິນ, ວັນທີ 15 ມັງກອນ 2017.

ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ທີ່ກຳລັງ​ຊອກ​ຫາ​ຊ່ອງ​ທາງ ​ເພື່ອ​ໃຫ້ມີ​ການ​ບັນລຸ
ຂໍ້​ຕົກລົງ​ໄລຍະ​ຍາວ ​ສຳລັບ​ແກ້​ໄຂ​ການຂັດ​ແຍ່ງ ​ຢູ່​ທະ​ເລ​ຈີນ​ໃຕ້​ນັ້ນ ພວມ ປະ​ເຊີນ​ກັບ
​ບັນຫາ​ທ້າ​ທາຍ​ໃໝ່ ​ໃນ​ຂະນະ​ທີ່​ຈີນ ທຳ​ການ​ເຄື່ອນ​ໄຫວ​ຂະຫຍາຍອິດທິພົນ​ຂອງ​ຕົນ
​ຢູ່​ໃນ​ຂົງ​ເຂດ ດ້ວຍ​ແຜນການ​ກໍ່ສ້າງ​ສະຖານີວິທະຍາສາດ ທີ່​ເກາະນ້ອຍໆເກາະ​ນຶ່ງ
ບໍ່ໄກ​ຈາກ​ຟີ​ລິບ​ປິນ.

ພາບຖ່າຍຈາກດາວທຽມ ສະແດງໃຫ້ເຫັນ ອັນທີ່ ອົງການ CSIS Asia Maritime Transparency Initiative ກ່າວວ່າ ເປັນສິ່ງປຸກສ້າງດ້ວຍຄອນກີດ ທີ່ປະກອບດ້ວຍ ຫລັງຄາ ປິດເປີດໄດ້ຢູ່ທີ່ເກາະ ໂຂ້ນຫີນ Fiery Cross ທີ່ຖົມຂຶ້ນມາ ໃນທະເລຈີນໃຕ້ South, ສາມາດເຫັນໄດ້ ໃນພາບນີ້ ທີ່ໄດ້ຖືກເຜີຍແຜ່ ໃນວັນທີ 22 ກຸມພາ 2017.

ຄວາມ​ວິຕົກ​ກັງວົນ​ມີ​ຂຶ້ນ ​ໃນ​ຂະນະ​ທີ່​ພວກ​ນັກວິ​ເຄາະ​ກ່າວ​ວ່າ ນະ​ໂຍບາຍ​ຂອງ
​ສະຫະລັດ ​ຕໍ່​ເຂດ​ເອ​ເຊຍ​ໃນ​ເວລາ​ນີ້ີ້ ​ແມ່ນ​ເພັ່ງ​ເລັງ​ໃສ່​ຄວາມ​ເຄັ່ງ​ຕຶງ​ທີ່​ພວມ​ເພີ່ມ
ທະວີ​ຂຶ້ນຢູ່​ໃນ​ແຫຼມ​ເກົາຫຼີ.

ປະທານາທິບໍດີ​ຟີ​ລິບ​ປິນ ທ່ານ Rodrigo Duterte ຊຶ່ງ​ກຳລັງ​ເປັນ​ປະທານ​ວຽນ ຂອງ
​ສະມາຄົມ​ອາ​ຊ່ຽນ​ໃນ​ປັດ​ຈຸ​ບັນ ​ໄດ້​ເຈລະຈາ​ຫາລື ​ກັບ​ຜູ້ນຳ​ຂອງ​ມຽນມາ ແລະ ປະ​ເທດ
​ໄທ​ ທີ່​ເປັນ​ພາຄີ​ຢູ່​ໃນ​ພູມີພາກ.

ປະທານາທິບໍດີ ຟີລິບປິນ ທ່ານ ຣອດຣີໂກ ດູເທີເຕ, ຂວາ, ແລະ ນາຍົກລັດຖະມົນຕີຂອງໄທ ທ່ານ ປຣະຍຸດ ຈັນໂອຊາ ຍ່າງນຳກັນ ຂະນະທີ່ອອກມາຈາກ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ ສຳນັກງານ ລັດຖະບານໃນບາງກອກ ປະເທດໄທ, ວັນທີ 21 ມີນາ 2017.

ລຸນ​ຫລັງ​ການ​ເຈລະຈາ​ຢູ່​ທີ່​ບາງກອກ ກັບ​ນາຍົກລັດຖະມົນຕີຂອງ​ໄທ ທ່ານ​ປຣະຍຸດ
ຈັນ​ໂອຊາ ​ແລ້ວນັ້ນ ປະ​ເທດ​ທັງ​ສອງ​ໄດ້​ຕົກລົງ​ທີ່​ຈະ​ຊຸກຍູ້​ສິດ​ເສລີພາບ​ໃນ ການ​ເດີນ
​ເຮືອ​ຢູ່​ທະ​ເລ​ຈີນ​ໃຕ້ ຊຶ່ງ​ເປັນ “ຫລັກ​ຄຸນຄ່​າ​ແກນ​ກາງ ​ໃນ​ການ​ທີ່​ຈະ​ຮັກສາ​ໄວ້​ ຊຶ່ງ​
ສັນຕິພາບ ​ແລະ ນຳ​ເອົາ​ຄວາມ​ອຸດົມ​ຮັ່ງມີ ​ມາສູ່​ຂົງ​ເຂດ.”

ປະທານາ​ທິບໍດີ Duterte ກ່າວ​ວ່າ “ການ​ຮັກສາ​ໄວ້​ຊຶ່ງ​ສັນຕິພາບ ສະຖຽນ​ລະພາບ ​
ແລະ​ຄວາມ​ໝັ້ນຄົງ ຕະຫລອດ​ທັງ​ການ​ເຄົາລົບ​ຕໍ່​ອິດ​ສະຫຼະພາບ​ໃນ​ການ​ເດີນ​ເຮືອ
​ແລະ​ ການບິນ​ຜ່ານ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ​ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ທຸກໆປະ​ເທດ ທັງ​ຢູ່​
ໃນ ແລະ​ ຢູ່​ນອກ​ພູມີພາກ ​ໃນ​ຂະນະ​ທີ່​ຫລັກການ​ເຫລົ່ານີ້​ເປັນ​ເງື່ອນ ​ໄຂພື້ນຖານ ​

ໃນການ​ເຮັດ​ໃຫ້​ເສດຖະກິດ​ເຕີບ​ໂຕ ການ​ພັດທະນາ ​ແລະ​ ຄວາມ​ອຸດົມ​ຮັ່ງ​ມີ.”

ກອງທະຫານຂອງຟີລິບປິນ ແລະ ສະຫະລັດ ກຽມພ້ອມເພື່ອການຊ້ອມບຸກຂຶ້ນຊາຍຫາດ ຮ່ວມກັນ ທີ່ຢູ່ກົງກັນຂ້າມກັບ ໝູ່ເກາະທີ່ມີບັນຫາຂັດແຍ້ງກັນ ໃນທະເລຈີນໃຕ້ ທີ່ຮູ້ຈັກກັນຄື Scarborough Shoal ຢູ່ໃນທະເລພາກຕາເວັນຕົກຂອງຟີລິບປິນ, ວັນທີ 21 ເມສາ 2015.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ