ອາຊ່ຽນ ບໍ່ສາມາດ ບັນລຸການຕົກລົງ ກ່ຽວກັບ ກົດການປະພຶດ

  • ໄພສານ ວໍຣະຈັກ

ທ່ານ Hor Namhong ລັດຖະມົນຕີການຕ່າງປະເທດກຳປູເຈຍ ກ່າວອັດກອງປະຊຸມ ລັດຖະມົນຕີການຕ່າງປະເທດ ຂອງສະມາຄົມອາຊ່ຽນ ຄັ້ງທີ 45 ທີ່ກຸງພະນົມເປັນ (13 ກໍລະກົດ 2012)

ກອງ​ປະຊຸມ​ຂອງ​ສະມາຄົມ​ບັນດາ​ປະຊາ​ຊາດ​ໃນ​ເຂດເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ຫຼືອາ​ຊ່ຽນ​ທີ່​
ນະຄອນຫຼວງພະນົມ​ເປັນ ​ໄດ້​ສິ້ນສຸດ​ລົງ ​ໂດຍ​ທີ່​ລັດຖະມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ສະມາຄົມ
​ດັ່ງກ່າວ​ຊຶ່ງ​ມີ​ສະມາ​ຊິກ 10 ປະ​ເທດ ບໍ່​ສາມາດ​ບັນລຸ​ການຕົກລົງກັນໄດ້ ກ່ຽວ​ກັບ​ກົດ​ການ​ປະ
ພຶດ​ເພື່ອ​ຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້

ຟີ​ລິບປິນ​ໄດ້​ກ່າວ​ໂຈມ​ຕີ​ຢ່າງແຮງ ​ຕໍ່​ຄວາມ​ສັບສົນ​ວຸ້ນວາຍ​ໃນ​ຕອນ​ທ້າຍ​ຂອງກອງ ປະຊຸມ​ໃນ​
ວັນ​ສຸກ​ມື້ນີ້ໂດຍ​ເວົ້າວ່າ ຕົນ​ຮູ້ສຶກ​ເສຍ​ໃຈ​ເປັນ​ທີ່​ສຸດຕໍ່​ຄວາມ​ລົ້ມ​ແຫຼວຂອງ​ລັດຖະມົນຕີ​ອາ​ຊ່ຽນ
ທີ່​ບໍ່​ສາມາດ​ອອກ​ຖະ​ແຫຼງການ​ຮ່ວມ​ໄດ້​ນັ້ນ.

ຈີນ​ໄດ້​ອ້າງ​ເອົາ​ກຳມະສິດ​ ບໍລິ​ເວນ​ສ່ວນ​ໃຫຍ່​ຂອງ​ທະ​ເລ​ຈີນ​ໃຕ້​ທີ່​ອຸດົມສົມບູນໄປ​ດ້ວຍ​ຊັບພະ
ຍາກອນ​ທຳ​ມະ​ຊາດ​ ​ເປັນ​ດິນ​ແດນ​ຂອງ​ຕົນ ຂະນະ​ທີ່​ ຟີ​ລິບ​ປິນ ມາ​ເລ​ເຊຍ ບຣູນາຍ ຫວຽດ-
ນາມ ​ແລະໄຕ້​ຫວັນ ຕ່າງກໍ​ອ້າງກຳມະສິດ​ເອົາ​ດິນ​ແດນ​ດັ່ງກ່າວ​ນີ້ຄື​ກັນ.

ມີ​ການ​ກ່າວ​ຫາ​ວ່າ ຈີນ​ໄດ້​ໃຊ້​ອິດ​ທິພົນ​ຂອງ​ຕົນ​ຕໍ່​ກຳປູ​ເຈຍ​ຊຶ່ງເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ໃນ
​ຄັ້ງນີ້​ໃຫ້​ທຳ​ການ​ຂັດຂວາງ​ຕໍ່​ການ​ສົນ​ທະ​ນາ​ຫາລື​ໃດໆ​ກໍ​ຕາມ​ກ່ຽວ​ກັບ​ບັນຫາ​ຂັດ​ແຍ້​ງ​ໃນ​ເຂດ
​ທະ​ເລ​ຈີນ​ໃຕ້.

ທ່ານ Hor Namhong ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ຂອງ​ກຳປູ​ເຈຍ ​ກ່າວ​ວ່າ ສະມາຄົມ​ອາ​
ຊ່ຽນ​ບໍ່​ຄວນ​ທີ່​ຈະ​ເຂົ້າ​ໄປ​ພົວພັນ​ກ່ຽວ​ກັບ​ບັນຫາ​ຍັດ​ແຍ້​ງ​ໃນ​ເລື່ອງເຂດ​ນໍ້າ​ແດນ​ດິນ.