ກອງປະຊມ ສຸດຍອດອາຊ່ຽນ ໄຂຂຶ້ນທີ່ອິນໂດເນເຊຍ

  • ໄພສານ ວໍຣະຈັກ

ປະທານາທິບໍດີອິນໂດເນເຊຍ ທ່ານ Susilo Bambang Yudhoyono ກ່າວຄຳປາໄສ ເປີດກອງປະຊຸມສຸດຍອດ ຄັ້ງທີ 18 ຂອງສະມາຄົມອາຊ່ຽນ ທີ່ນະຄອນຫຼວງຈາກາຕ້າ (7 ພຶດສະພາ 2011)

ກອງປະຊຸມສຸດຍອດເປັນເວລາ 2 ມື້ຂອງພວກຜູ້ນຳສະມາ
ຄົມບັນດາປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ຫຼື
ອາຊ່ຽນໄຂຂຶ້ນທີ່ປະເທດອິນໂດເນເຊຍໃນວັນເສົາມື້ນີ້.

ບັນຫາຂັດແຍ້ງຊາຍແດນ ທີ່ຍັງດຳເນີນຢູ່ຕໍ່ມາລະຫວ່າງກຳ
ປູເຈຍແລະໄທມີທ່າທາງວ່າຈະກາຍເປັນຈຸດເພັ່ງເລັງໃນກອງ
ປະຊຸມທີ່ນະຄອນຫຼວງຈາກາຕ້າ.

ນອກນັ້ນຍັງເປັນທີ່ຄາດກັນວ່າ ພວກຜູ້ນຳຂອງອາຊ່ຽນຈະ
ໄດ້ສົນທະນາຫາລືກັນ ກ່ຽວກັບບັນຫາຄວາມໝັ້ນຄົງໃນພູ
ມີພາກປະຊາຄົມເສດຖະກິດແລະຄວາມເປັນໄປໄດ້ໃນການ
ທີ່ມຽນມາຈະໄດ້ເປັນເຈົ້າພາບຈັດກອງປະຊຸມອາຊ່ຽນ.

ໃນວັນສຸກວານນີ້ ລັດຖະມົນຕີການຕ່າງປະເທດອິນໂດເນເຊຍທ່ານ Marty Na talegawa
ໄດ້ປະກາດໃຫ້ຊາບວ່າ ກຳປູເຈຍແລະໄທໄດ້ຕົກລົງຮັບເອົາຄະນະສັງເກດການຂອງອິນໂດເນ
ເຊຍເຂົ້າໄປປະຕິບັດງານໃນບໍລິເວນຊາຍແດນລະຫວ່າງປະເທດທັງສອງເພື່ອຊ່ອຍປ້ອງກັນບໍ່
ໃຫ້ເກີດການປະທະກັນທາງດ້ານທະຫານເພີ່ມຕື່ມ. ມີ 20 ກວ່າຄົນໄດ້ເສຍຊີວິດແລ້ວໃນປີນີ້ ໃນການປະທະກັນຫຼາຍຄັ້ງລະຫວ່າງປະເທດທັງສອງ. ນອກນັ້ນ ຍັງມີປະຊາຊົນອີກຫຼາຍສິບ
ພັນຄົນ ຕ້ອງໄດ້ອົບພະຍົບຫຼົບໜີໄປຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າໃນບໍລິເວນ ຊາຍແດນທີ່ມີການປະທະກັນຂອງທັງສອງປະເທດ.

ນອກນັ້ນແລ້ວໃນມື້ວານນີ້ ມຽນມາຍັງກ່າວວ່າ ຕົນຕ້ອງການຢາກເປັນເຈົ້າພາບຈັດກອງປະ
ຊຸມອາຊ່ຽນໃນປີ 2014.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ຊຶ່ງມີສຳນັກງານໃນສະຫະລັດກ່າວວ່າ
ສະມາຄົມອາຊ່ຽນ ຈະກາຍເປັນໂຕຕະລົກ ຂອງກອງປະຊຸມອະພິປາຍລະຫວ່າງລັດຖະບານ
ຂອງປະເທດຕ່າງໆ ຖ້າມຽນມາຫາກໄດ້ຮັບອະນຸຍາດໃຫ້ເປັນປະທານຂອງສະມາຄົມອາຊ່ຽນ
ທີ່ມີສະມາຊິກ 10 ປະເທດດ້ວຍກັນນັ້ນ.

ການເລືອກຕັ້ງຢູ່ມຽນມາໃນປີກາຍໄດ້ນຳເອົາບັນຫາສິດທິມະນຸດພາຍໃນສະມາຄົມອາຊ່ຽນ
ຂຶ້ນມາເປັນຈຸດເດັ່ນສຸດ. ພວກຕຳໜິຕິຕຽນລັດຖະບານມຽນມາກ່າວວ່າ ລັດຖະບານເປັນຜູ້
ຄວບຄຸມການປ່ອນບັດເພື່ອຄໍ້າປະກັນວ່າພວກທະຫານຈະຍັງສືບຕໍ່ກຳອຳນາດຢູ່ໃນປະເທດ
ດັ່ງກ່າວ.

ບັນດາກຸ່ມປົກປ້ອງສິດທິມະນຸດ ໄດ້ຕຳໜິຕິຕຽນສະມາຄົມອາຊ່ຽນ ທີ່ບໍ່ໄດ້ປະເຊີນໜ້າກັບ ມຽນມາກ່ຽວກັບການລ່ວງລະເມີດຢູ່ໃນປະເທດດັ່ງກ່າວ.

ສະມາຊິກຂອງສະມາຄົມອາຊ່ຽນແມ່ນປະກອບດ້ວຍບຣູນາຍ ມຽນມາ ກຳປູເຈຍ ອິນໂດ
ເນເຊຍ ລາວ ມາເລເຊຍ ຟີລິບປິນ ສິງກະໂປ ໄທ ແລະຫວຽດນາມ.