ຜູ້ນຳ ອາຊຽນ-ຈີນ ໃຫ້ຄວາມສຳຄັນໃນການເຊື່ອມຈອດ ແລະ ເຊື່ອມໂຍງລະຫວ່າງກັນ

Your browser doesn’t support HTML5

ຊົມວິດີໂອ ກ່ຽວກັບ ລາຍງານນີ້.

ບັນດາຜູ້ນຳຈາກ 10 ປະເທດ ເອເຊຍຕາເວັນອອກສຽງໃຕ້ ໄດ້ເຂົ້າຮ່ວມໃນ ກອງປະຊຸມສຸດຍອດ ອາຊຽນ-ຈີນ ໃນວັນພະຫັດມື້ນີ້. ໂດຍຝ່າຍ ຈີນ ມີທ່ານ ຫຼີ ສຽງ ເປັນຜູ້ນຳພາຄະນະຜູ້ແທນ ຈີນ ເຂົ້າຮ່ວມກອງ ປະຊຸມດັ່ງກ່າວ.

ໃນຄຳປາໄສເປີິດກອງປະຊຸມ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ສປປ ລາວ, ໃນຖານະ ເປັນປະທານກອງປະຊຸມ ໄດ້ກ່າວຄຳປາໄສເປີດພິທີທີ່ ເນັ້ນ ກ່ຽວກັບ ການເສີມຂະຫຍາຍການຮ່ວມມື ດ້ານການຄ້າຂອງອາຊຽນ ກັບ ຈີນ.

ທ່ານ ສອນໄຊ ສີພັນດອນ ກ່າວວ່າ: “ກອງປະຊຸມອາຊຽນ-ຈີນໃນຄັ້ງນີ້ເປັນ ໂອກາດອັນດີໃຫ້ແກ່ພວກເຮົາ ໃນການທົບທວນຄືນ ແລະ ກຳນົດທິດທາງຜັນ ຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ ໃນຕໍ່ໜ້າ ເພື່ອ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ແລະ ການຮັດແໜ້ນການ ຮ່ວມມື ໃຫ້ເລິກເຊິ່ງກວ່າເກົ່າ ເພື່ອຜົນປະໂຫຍດລວມຂອງປະຊາຊົນອາຊຽນ ແລະ ສປ ຈີນ ກໍຄືໃນໂລກໂດຍ ລວມ.”

ສ່ວນນາຍົກລັດຖະມົນຕີ ຈີນ ທ່ານ ຫຼີ ສຽງ ກໍໄດ້ກ່າວເຖິງຄວາມສຳຄັນໃນ ການເຊື່ອມຈອດ ແລະ ເຊື່ອມໂຍງລະຫວ່າງ ອາຊຽນກັບ ຈີນ ເພື່ອຂະຫຍາຍ ການຄ້າ ແລະ ການຮ່ວມມືນຳກັນໃນອະນາຄົດ.

ທ່ານ ຫຼີ ສຽງ ກ່າວວ່າເປັນພາສາຈີນຜ່ານນາຍແປພາສາວ່າ “ຈີນ ແລະ ອາຊຽນ ເປັນຕະຫຼາດທີ່ໃຫຍ່ຂອງພາກພື້ນ, ເຊິ່ງປະຊາກອນຂອງພວກເຮົາກໍ ແມ່ນນຶ່ງສ່ວນສາມຂອງໂລກ ແລະ ພວກເຮົາພະຍາຍາມເພີ່ມການຮ່ວມມື ນອກຈາກນັ້ນຕະຫຼາດການຄ້າຂອງພວກເຮົາກໍໄດ້ຮັບການຍົກ ລະດັບໃນທຸກ ບາດກ້າວ ບໍ່ວ່າຈະເປັນຂໍ້ມູນຂ່າວສານ, ການວິເຄາະ, ການຫັນປ່ຽນ, ການປັບ ປຸງໂຄງສ້າງການນຳເຂົ້າ ແລະ ສົ່ງອອກ.”

ໃນກອງປະຊຸມນີ້, ໄດ້ຮັບຮອງເອົາ 5 ເອກະສານຜົນຂອງກອງປະຊຸມສຳຄັນຄື ຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍການຕ້ານການສໍ້າໂກງດ້ານເຄືອຂ່າຍ ໂທລະຄົມ ແລະ ການພະນັນອອນໄລນ໌, ຖະແຫຼງການອາຊຽນ-ຂີນ ວ່າດ້ວຍ ການເຮັດແໜ້ນການຮ່ວມມືດ້ານໄປມາຫາສູ່ລະຫວ່າງປະຊາຊົນ ກັບປະຊາຊົນ, ຖະແຫຼງການອາຊຽນ-ຈີນ ວ່າດ້ວຍການສົ່ງເສີມການພັດທະນາກະສິກຳທັນ ສະໄໝ, ຖະແຫຼການຮ່ວມອາຊຽນ-ຈີນ ວ່າດ້ວຍການຮ່ວມມືເພື່ອອຳນວຍ ຄວາມສະດວກ ໃນການສ້າງລະບົບນິເວດດິຈິຕອລ ທີ່ກວມລວມ ແລະ ຍືນຍົງ ແລະ ຖະແຫຼງການຮ່ວມວ່າດວຍການສະຫຼຸບເນື້ອໃນສຳຄັນຂອງການເຈລະຈາ ຍົກລະດັບການຄ້າເສລີິ ອາຊຽນ-ຈີນ ສະບັບທີ 3.

ໃນປັດຈຸບບັນນີ້, ບັນດາຫາການສໍ້ໂກງດ້ານເຄືອຂ່າຍໂຄລະຄົມແມ່ນກຳລັງແຜ່ຫຼາຍ. ໂດຍຫວ່າງ​ມໍ່ໆ​ມາ​ນີ້, ມີ​ແມ່ຍິງ​ລາວ 30 ກວ່າ​ຄົນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ແລະ​ສາມາດ​ຫຼົບໜີ​ອອກມາ​ຈາກ​ເຂດ​ເສດຖະກິດ​ພິ​ເສດສາມຫລ່ຽມຄຳ ຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ, ທີ່ໄດ້ໃຫ້ການຢືນຢັນວ່າພວກຕົນຖືກຫຼອກລວງ ແລະ ບັງຄັບໃຫ້ຂາຍທາງເພດໃຫ້ກັບລູກຄ້າຂອງເຄືອຂ່າຍການພະນັນ ແລະ ອາຊະຍາກຳທາງອິນເຕີເນັດ ຫຼື Call Centers ທີ່ຫຼົບລີ້ຢູ່ໃນເຂດເສດຖະກິດພິເສດສາມຫລ່ຽມຄຳ ເຊິ່ງເປັນພື້ນທີ່ສໍາປະທານຂອງກຸ່ມບໍລິສັດດອກງິ້ວຄໍາຂອງຈີນ ແລະຜ່ານການສືບສວນສອບສວນແມ່ຍິງລາວ ທີ່ຕົກເປັນເຫຍື່ອດັ່ງກ່າວ ກໍຍັງໃຫ້ການຢືນຢັນວ່າ ອາດສະຍາກອນຈີນ ໄດ້ສົ່ງແມ່ຍິງລາວ ຫຼາຍຄົນໄປຈີນ ເພື່ອໄປແຕ່ງງານກັບຜູ້ຊາຍ ຊາວຈີນ ແລ້ວນໍາໄປຂາຍໃຫ້ຊ່ອງໂສເພນີ ໃນຈີນ ອີກດ້ວຍ.