ຄາດວ່າ ອິນໂດເນເຊຍ ຈະສະໜັບສະໜຸນມຽນມາ ໃຫ້ເປັນປະທານກຸ່ມອາຊຽນ ໃນປີ 2014.

  • ສິງ ບູຣົມມະວົງ

ທ່ານນາງອອງຊານຊູຈີ ຜູ້ນໍາຝ່າຍຄ້ານມຽນມາ ແລະທ່ານ Marty Natalegawa ລັດຖະມົນຕີຕ່າງປະເທດອິນໂດເນເຊຍ ທີ່ນະຄອນຢ້າງກຸ້ງ, ມຽນມາ. ວັນທີ 29 ຕຸລາ 2011.

ອົງການນຶ່ງຂອງສະຫະລັດກ່າວວ່າ ມີທ່າທາງວ່າອິນໂດເນເຊຍຈະສະໜັບສະໜຸນຄວາມ
ພະຍາຍາມຂອງມຽນມາ ​ເພື່ອ​ໃຫ້​ໄດ້ເປັນປະທານຂອງສະມາຄົມກຸ່ມປະເທດໃນພາກ
ພື້ນເອເຊຍຕາເວັນອອກສຽງໃຕ້ ຫລື ອາ​ຊຽນ ໃນປີ 2014 ນັ້ນ.

ອົງການ Open Source Center ຊຶ່ງວິເຄາະລາຍງານຂ່າວຈາກນາໆຊາດກ່າວວ່າການ
ວິເຄາະຂອງຕົນແມ່ນອິງຕາມຖ້ອຍຖະແຫລງຕ່າງໆຂອງທ່ານ Marty Natalegawa ລັດຖະມົນຕີຕ່າງປະເທດອິນໂດເນເຊຍ ທີ່​ໄປຢ້ຽມຢາມມຽນມາໃນສັບປະດາແລ້ວນີ້.
ຄວາມຄິດຄວາມເຫັນຂອງອິນໂດເນເຊຍ​ແມ່ນມີນໍ້າໜັກຫລາຍເປັນພິເສດຍ້ອນບົດບາດ
ຂອງອິນໂດເນເຊຍ ​ໃນ​ຖານະເປັນປະທານຂອງກຸ່ມອາຊຽນໃນປີນີ້.

ມີການອ້າງຄໍາເວົ້າຂອງທ່ານ Natalegawa ຢ່າງແຜ່ຫລາຍ ຫລັງຈາກການຢ້ຽມຢາມ
ມຽນມາຂອງທ່ານ ຊຶ່ງ​ທ່ານ​ໄດ້ກ່າວວ່າ ມຽນມາໄດ້ທໍາຄວາມກ້າວໜ້າຢ່າງຫລວງຫລາຍ ໃນການຫັນປ່ຽນໄປສູ່ລະບອບປະຊາທິປະໄຕນັ້ນ. ອົງການຂ່າວຝຣັ່ງ AFP ອ້າງຄໍາເວົ້າ
ຂອງທ່ານ Natalegawa ທີ່ກ່າວຢູ່ໃນນະຄອນຫລວງຈາກາຕາໃນວັນອັງຄານມື້ນີ້ວ່າ ບັດ
ນີ້ ທ່ານຮູ້ສຶກວ່າ ມີການສະໜັບສະໜຸນຢ່າງແຮງກ້າໃນບັນດາ 10 ປະເທດສະມາຊິກ ຕໍ່​
ຄວາມ​ພະຍາຍາມຂອງມຽນມາ ​ເພື່ອ​ໃຫ້ໄດ້ເປັນປະທານຂອງກຸ່ມອາຊຽນນັ້ນ.