ຂະ​ນະ​ທີ່ ວິ​ກິດ​ການ ໃນ​ເລ​ບາ​ນອນ ຍັງດຳ​ເນີນ​ຕໍ່​ໄປ ພວກ​ອົບ​ພະ​ຍົບ​ຈາກ​ຊີ​ເຣຍ ​ກໍມີ​ຄວາມ ​ຢ້​ານ​ກົວຫຼາຍ​ຂຶ້ນ

Your browser doesn’t support HTML5

ທີ່ປະເທດເລບານອນ ພວກນັກການເມືອງບາງຄົນແລະອົງການຂ່າວ ໄດ້ຂຸດຄຸ້ຍພາໃຫ້
ເກີດຄວາມໂກດແຄ້ນຕໍ່ຕ້ານພວກອົບພະຍົບຊາວຊີເຣຍໂດຍຖິ້ມໂທດໃສ່ພວກເຂົາເຈົ້າ
ວ່າ ພາໃຫ້ເກີດການຫວ່າງງານຢ່າງກວ້າງຂວາງແລະຂາດແຄນສິ່ງຂອງຕ່າງໆແລະລຸນ ຫຼັງທີ່ໄດ້ມີການປະທ້ວງໃນແຕ່ລະວັນ ມາໄດ້ ນຶ່ງເດືອນເຄິ່ງແລ້ວ ວິກິດການທີ່ຮ້າຍແຮງ
ທາງດ້ານການເງິນແລະຄວາມບໍ່ໝັ້ນ ຄົງທີ່ມີຕື່ມຂຶ້ນ ການຊ່ວຍເຫຼືອພວກອົບພະຍົບ ກໍ ຫຼຸດນ້ອຍຖອຍລົງແລະການເນ ລະເທດ ພວມເພີ້ມທະວີຂຶ້ນ. ແຕ່ດັ່ງທີ່ນັກຂ່າວວີໂອເອ Heather Murdock ລາຍງານມາຈາກເຂດຮ່ອມພູເບັກກາອາຫຼາຍໆຄອບຄົວເວົ້າວ່າ ບໍ່ວ່າສະຖານະການຢູ່ທີ່ນັ້ນຈະຊຸດໂຊມລົງປານໃດກໍຕາມ ພວກເຂົາເຈົ້າຈະບໍ່ສາມາດ
ທີ່ຈະ ເດີນທາງກັບຄືນໄປຊີເຣຍ. ໄພສານຈະນຳເອົາລາຍລະອຽດຂອງເລື້ອງນີ້ມາສະ
ເໜີທ່ານໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນ​ຟັງ​ລາຍ​ງານ ຂະ​ນະ​ທີ່ ວິ​ກິດ​ການ ໃນ​ເລ​ບາ​ນອນ ຍັງດຳ​ເນີນ​ຕໍ່​ໄປ ພວກ​ອົບ​ພະ​ຍົບ​ຈາກ​ຊີ​ເຣຍ ​ກໍມີ​ຄວາມ​ຢ້​ານ​ກົວຫຼາຍ​ຂຶ້ນ


ເລບານອນ ເປັນປະເທດທີ່ມີປະຊາກອນອົບພະຍົບໂດຍສະເລ່ຍແລ້ວ ສູງ ທີ່ສຸດໃນ
ໂລກ ຄືປະກອບເປັນຫຼາຍກວ່ານຶ່ງສ່ວນຫ້າຂອງປະເທດ ອີງຕາມການນັບຫຼາຍໆຄັ້ງ
ຜ່ານມາ.

ນັບແຕ່ການເນລະເທດຂະໜາດໃຫຍ່ເລີ້ມຂຶ້ນໃນກາງເດືອນຕຸລາທີ່ຜ່ານມາ ທຸກຄົນ
ຢູ່ໃນປະເທດເລບານອນ ຮວມທັງພວກອົບພະຍົບຕ່າງກໍປະເຊີນກັບການໄດ້ຮັບເງິນ
ເດືອນທີ່ຕົກຮວບລົງ ແລະລາຄາສິນຄ້າທີ່ຖີບໂຕສູງຂຶ້ນ.

ແລະໃນຂະນະທີ່ການເດີນຂະບວນປະທ້ວງສ່ວນໃຫຍ່ ດຳເນີນໄປດ້ວຍຄວາມສະ
ຫງົບ ແຕ່ການປະທະກັນເມື່ອໄວໆມານີ້ ແມ່ນພາໃຫ້ເກີດຄວາມຢ້ານກົວທີ່ອາດພາ
ໃຫ້ເກີດສົງຄາມເທື່ອໃໝ່.

ພວກອົບພະຍົບກ່າວວ່າ ໃນຂະນະທີ່ຊີວິດການເປັນໄດ້ຮັບຄວາມຫຍຸ້ງຍາກເພີ້ມຂຶ້ນ
ສຳລັບທຸກໆຄົນ ແຕ່ພວກເຂົາເຈົ້າໄດ້ຖືກຮາວີລົບກວນຫຼາຍຂຶ້ນ ແລະມີຫຼາຍຄົນໄດ້
ຖືກເນລະເທດ. ບາງຄົນເວົ້າວ່າ ເຖິງແມ່ນພວກເຂົາເຈົ້າ ບໍ່ມີເຮືອນຊານບ້ານຊ່ອງ ຫຼື
ວຽກເຮັດງານທຳຢູ່ໃນຊີເຣຍທີ່ຈະກັບຄືນໄປເອົາ ແຕ່ພວກເຂົາເຈົ້າກໍອາດຈະກັບຄືນ
ໄປ. ນາງຢຸສຣາໃຫ້ຄວາມເຫັນວ່າ:


“ການປະພຶດຂອງເພື່ອນບ້ານພວກເຮົາ ແມ່ນຮ້າຍແຮງຂຶ້ນນຳທຸກມື້ ຕໍ່ພວກລູກເຕົ້າ
ຂອງພວກເຮົາ. ພວກເຮົາໄດ້ຖືກຕັດການຊ່ວຍເຫຼືອ ແລະສາມີຂ້ອຍ ແລະຂ້ອຍຕ່າງ
ກໍບໍ່ມີວຽກເຮັດ. ພວກເຮົາຈະຈັດການໃຊ້ຈ່າຍໃນການເປັນຢູ່ແບບໃດ?

ແຕ່ອົບພະຍົບຄົນອື່ນໆອີກຫຼາຍຄົນກັບເວົ້າວ່າ ການເດີນທາງໄປຈາກເລບານອນ ບໍ່ແມ່ນທາງເລືອກ.

ອົບພະຍົບຜູ້ຊາຍຄົນນຶ່ງເວົ້າວ່າ ການກັບຄືນໄປຊີເຣຍ ແມ່ນມີທ່າທາງວ່າ ໝາຍເຖິງ
ຖືກບັງຄັບໃຫ້ໄປສູ້ລົບ ທີ່ອາດຈະສັງຫານ ເພື່ອນຮ່ວມຊາດຂອງເຂົາເຈົ້າ ຫຼື ຕາຍຢູ່
ທີ່ນັ້ນ.

ໃນໄລຍະບໍ່ເທົ່າໃດປີຜ່ານມານີ້ ການຊ່ວຍເຫຼືອໄດ້ຫລຸດນ້ອຍຖອຍລົງ ອີງຕາມນະ
ໂຍບາຍທີ່ກ່າວວ່າ ຖ້າຫາກມີການຊ່ວຍເຫຼືອໜ້ອຍລົງແລ້ວ ແມ່ນມີທ່າທາງວ່າຫຼາຍ
ຄົນຈະພາກັນກັບຄືນບ້ານ. ທ້າວມັກໝຸດກ່າວວ່າ:


“ພວກເຮົາຕ້ອງການທຸກໆຢ່າ ເຊັ່ນວ່ານ້ຳມັນແລະນ້ຳນົມສຳລັບເດັກນ້ອຍ. ຂ້ອຍຫາ
ວຽກເຮັດຍາກຫຼາຍ ບໍ່ໄດ້ຮອດນຶ່ງມື້ຕໍ່ອາທິດ ແລະວຽກນັ້ນ ຈ່າຍໃຫ້ຂ້ອຍແຕ່ ພຽງ 6 ໂດລາເທົ່ານັ້ນ ແລະຖ້າຂ້ອຍບໍ່ຮູ້ຈັກວ່າແມ່ນໃຜເປັນຜູ້ຈ້າງຂ້ອຍ ລາວອາດຈະບໍ່ຈ້າງ
ຂ້ອຍ ໃນລາຄານັ້ນຊ້ຳ.”

ອົບພະຍົບບໍ່ແມ່ນບັນຫາໃຫຍ່ ໃນການເດີນຂະບວນປະທ້ວງຢູ່ເລບານອນ ແຕ່ພວກ
ປະທ້ວງບາງຄົນໄດ້ກ່າວປະນາມພວກອົບພະຍົບ ໂດຍເວົ້າວ່າ ພວກເຂົາເຈົ້າເປັນຜູ້
ທຳລາຍຕະຫຼາດວຽກເຮັດງານທຳ. ແຕ່ບຸກຄົນອື່ນໆ ໄດ້ຮຽກຮ້ອງໃຫ້ປົກປ້ອງສິດທິ
ຂອງພວກອົບພະຍົບ.

ທ່າມກາງຄວາມວຸ້ນວາຍທີ່ເກີດຂຶ້ນນັ້ນ ການຮຽກຮ້ອງຂອງພວກປະທ້ວງແລະຂອງ
ພວກອົບພະຍົບແມ່ນກົງກັນ ກ່ຽວກັບຄວາມຕ້ອງການຂັ້ນພື້ນຖານຊຶ່ງທັງສອງຝ່າຍ ຕ່າງກໍຢາກມີວຽກເຮັດງານທຳ ອາຫານການກິນແລະຄວາມໝັ້ນຄົງ.

In Lebanon, some politicians and the press foment anger against Syrian refugees, blaming them for widespread unemployment and lack of resources.And after a month and a half of daily protests, a deepening financial crisis and increased insecurity, aid for refugees is dwindling and deportations are on the rise.But as VOA's Heather Murdock reports from the Bekkaa Valley, many families say no matter how bad it gets here, they cannot go home to Syria.

Lebanon has the highest population of refugees per capita in the world—more than a fifth of the country by most counts.

Since mass demonstrations began in mid-October everyone in Lebanon - including refugees - has faced plummeting salaries and skyrocketing prices.

And while demonstrations have been mostly peaceful, recent clashes have raised fears of a new war.

Refugees say, as life gets harder for everyone, they are more frequently harassed and more people are being been deported.Some say, even though they have no homes or jobs in Syria to go to, they may still leave.

YOUSRA, SYRIAN REFUGEE:
"The behavior of our neighbors has gotten worse towards our children.We have been cut off from aid and my husband and I don't have jobs.How are we going to manage to pay to live?"

But many others say leaving is not an option.

Male refugees say returning to Syria likely means being forced to fight, potentially killing their own countrymen or dying.

In recent years, aid has slowly been cut based on policies that say if less aid is available, more people are likely to leave

MAHMOUD, SYRIAN REFUGEE:
"We need everything, like gas and milk for the baby.I barely can find work one day a week and that pays only about $6.And if I don't know the person who hires me, he might not even pay me that price."

Refugees are not a main issue in the Lebanese demonstrations, but some protesters have lashed out against refugees, saying they are ruining the job market.Others have called for the protection of refugee rights.

Amid the unrest, protesters' demands and those of refugees align on basic needs. Both want jobs, food, shelter and safety.