ໃນຂະນະທີ່ຫຼາຍໆປະເທດ ພວມຫຼຸດຜ່ອນ ມາດຕະການ ຕ້ານໄວຣັດໂຄໂຣນາ ອົງການ WHO ກ່າວວ່າ ນີ້ບໍ່ແມ່ນເວລາ ທີ່ຈະຜ່ອນຄາຍ

ທ່ານໝໍ ທາເກຊີ ກາໄຊ ຜູ້ອຳນວຍການອົງການອະນາໄມໂລກ ປະຈຳເຂດພາກພື້ນປາຊີຟິກຕາເວັນຕົກ ກ່າວຖະແຫລງ ຕໍ່ສື່ມວນຊົນ ໃນກອງປະຊຸມຖະແຫລງຂ່າວໃນນະຄອນມານີລາ ປະເທດຟີລິບປິນ, ວັນທີ 7 ຕຸລາ 2019.

ເຈົ້າໜ້າທີ່ຂອງອົງການອະນາໄມໂລກ ຫຼື WHO ທ່ານນຶ່ງ ໄດ້ກ່າວໃນວັນອັງ ຄານມື້ນີ້ ວ່າ ຖ້າຫຼາຍໆປະເທດຜ່ອນຄາຍມາດຕະການກັກໂຕ ໄວເກີນໄປ ປະເທດທັງຫຼາຍເຫຼົ່ານັ້ນ ອາດຈະສ່ຽງຕໍ່ການກັບຄືນມາລະບາດ ຂອງໄວຣັສໂຄໂຣນາອີກກໍເປັນໄດ້.

“ອັນນີ້ບໍ່ແມ່ນເວລາທີ່ຈະຜ່ອນຄາຍ. ແທນທີ່ວ່າ ພວກເຮົາຕ້ອງກຽມພ້ອມພວກເຮົາເອງ ສຳລັບວິຖີຊີວິດແບບໃໝ່ ເພື່ອອະນາຄົດຂ້າງໜ້າ” ນັ້ນແມ່ນຄຳເວົ້າຂອງທ່ານໝໍ ທາເກຊີ ກາໄຊ ຜູ້ອຳນວຍການອົງການອະນາໄມໂລກ ປະຈຳເຂດພາກພື້ນປາຊີຟິກຕາເວັນຕົກທີ່ໄດ້ກ່າວໄປໃນລະຫວ່າງກອງປະຊຸມຖະແຫຼງ ຂ່າວຜ່ານທາງອອນໄລນ໌.

ຄຳກ່າວເຕືອນດັ່ງກ່າວ ມີຂຶ້ນໃນຂະນະທີ່ບັນດາລັດຖະບານຕ່າງໆໃນທົ່ວໂລກພວມພິຈາລະນາເບິ່ງວ່າ ເວລາໃດ ແລະວິທີໃດ ທີ່ຈະຜ່ອນຄາຍມາດຕະການຕ່າງໆ ທີ່ພວກເຂົາເຈົ້າໄດ້ວາງໄປແລ້ວນັ້ນ ເພື່ອພະຍາຍາມຢຸດຢັ້ງ ການແຜ່ລະບາດຂອງໄວຣັສດັ່ງກ່າວ ທີ່ໄດ້ລົບກວນຊີວິດການເປັນຢູ່ຂອງຄົນໃນທົ່ວໂລກມາເປັນເວລາສີ່ເດືອນຜ່ານມາ.

ນາຍົກລັດຖະມົນຕີອີຕາລີ ທ່ານຈີເຊັບເປ ຄອນເຕ ໄດ້ກ່າວໃນຂໍ້ຄວາມທທີ່ຂຽນລົງໃນເຟສບຸກວ່າ ລັດຖະບານຂອງທ່ານ ຈະປະກາດແຜນການຂອງຕົນພາຍໃນທ້າຍສັບປະດານີ້ ຫຼັງຈາກທີ່ໄດ້ປະສານງານກັບບັນດານັກຊ່ຽວຊານ ເພື່ອຈັດຕັ້ງ “ການເປີດປະເທດຄືນໃໝ່ເທື່ອລະໜ້ອຍແລະໃຫ້ຢືນຢົງ.” ທ່ານໄດ້ກ່າວອີກວ່າ “ການຄາດຄະເນທີ່ສົມເຫດສົມຜົນ” ນັ້ນ ເປັນແຜນການທີ່ຈະເລີ້ມຕົ້ນຂຶ້ນໃນວັນທີ 4 ເດືອນພຶດສະພານີ້.

ທ່ານຄອນເຕ ໄດ້ຂຽນໃນເຟສບຸກວ່າ ໃນຂະນະທີ່ທ່ານປາດຖະໜາວ່າ ທຸກສິ່ງທຸກຢ່າງຈະອຳນວຍໃຫ້ເປີດປະເທດຄືນໃໝ່ໄດ້ໃນທັນທີ ການເຄື່ອນໄຫວເຊັ່ນນີ້ “ອາດຈະເປັນການບໍ່ມີຄວາມຮັບຜິດຊອບ” ແລະ “ເຮັດໃຫ້ທຸກຄົນບໍ່ພໍໃຈ ໃນຄວາມພະຍາຍາມທັງຫຼາຍ ທີ່ພວກເຮົາໄດ້ເອົາໃຈໃສ່ນຳ ມາເຖິງເວລານີ້ກໍຕາມ.”

ສະພາແຫ່ງຊາດຂອງອັງກິດ ຈະເອົາແນວທາງແບບເປັນຂັ້ນຕອນໄປ ໃນການກັບຄືນໄປເຮັດວຽກຂອງຕົນ ຫຼັງຈາກທີ່ໄດ້ຢຸດພັກມາເປັນເວລາຍາວນານແລ້ວນັ້ນ.

ບັນດາສະມາຊິກສະພາ ຄາດກັນວ່າ ເຂົ້າປະຊຸມກັນ ໃນວັນອັງຄານມື້ນີ້ ໃນຂະ ນະດຽວກັນ ປະຕິບັດຕາມຂໍ້ແນະນຳໃຫ້ຢູ່ຫ່າງຈາກກັນໃນສັງຄົມ ເພື່ອທີ່ຈະລົງຄະແນນສຽງກ່ຽວກັບການອະນຸຍາດໃຫ້ກອງປະຊຸມດຳເນີນຕໍ່ໄປໄດ້ ໂດຍມີພຽງແຕ່ ສະມາຊິກ 50 ທ່ານ ທີ່ເຂົ້າຮ່ວມໃນກອງປະຊຸມ ຈາກຈຳນວນສະມາຊິກ 650 ຄົນ ໃນສະພາຕໍ່າ ຫຼື House of Commons ໃນຂະນະທີ່ ບັນດາສະ ມາຊິກຄົນອື່ນໆຈະເຂົ້າຮ່ວມ ໂດຍນຳໃຊ້ການປະຊຸມຜ່ານທາງວີດີໂອ.

ຄວາມເປັນຫ່ວງເປັນໃຍ ກ່ຽວກັບການແຜ່ລະບາດຂະໜາດໃຫຍ່ຂອງໂຄວິດ-19 ຢູ່ນັ້ນ ລັດຖະບານຂອງອິນໂດເນເຊຍ ໄດ້ກ່າວໃນວັນອັງຄານມື້ນີ້ ວ່າ ຕົນຫ້າມປະຊາຊົນ ບໍ່ໃຫ້ເດີນທາງກັບຄືນໄປຖິ່ນຖານ ຕາມທີ່ເຄີຍເຮັດມາ ໃນຍາມການສິ້ນສຸດເດືອນສັກສິດຂອງອິສລາມ ຫຼື ຣາມາດານ ທີ່ເລີ້ມຕົ້ນຂຶ້ນໃນສັບປະດານີ້.

ບັນດານັກຊ່ຽວຊານດ້ານສາທາລະນະສຸກ ໄດ້ກ່າວເຕືອນເຖິງກໍລະນີຕິດເຊື້ອໄວ ຣັສທີ່ອາດຈະເພີ້ມສູງຂຶ້ນ ຖ້າປະຊາຊົນຫຼາຍລ້ານຄົນ ເດີນທາງກັບຄືນໄປບ້ານເກີດແຫ່ງຕ່າງໆຂອງພວກເຂົາເຈົ້າ. ອິນໂດເນເຊຍ ໄດ້ມີກໍລະນີຕິດເຊື້ອໄວຣັສໂຄໂຣນາ ຫຼາຍກວ່າ 6,700 ລາຍ ທີ່ໄດ້ຮັບການຢືນຢັນ ໂດຍມີປະມານ 600 ຄົນໄດ້ເສຍຊີວິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ