ຂະນະທີ່ ການາດາ ຮັບເອົາ ຜູ້ຂໍລີ້ໄພ ຊາວເຮຕີ ແຕ່ ຄວາມບໍ່ແນ່ນອນ ຍັງມີຢູ່

ແຖວຂອງບັນດາຜູ້ຂໍລີ້ໄພ ທີ່ກ່າວວ່າເຂົາເຈົ້າມາ ຈາກເຮຕີ ເພື່ອລໍຖ້າເຂົ້າສູ່ ການາດາ ຢູ່ຖະໜົນ Roxham ໃນເມືອງ Champlain ລັດ New York. (7 ສິງຫາ 2017)

ລັດຖະບານ​ກາ​ນາ​ດາ ​ໄດ້​ຖົມຊຸມເປັນບາງສ່ວນ​ນື່ງ ​ເພື່ອວ່າ​ບັນດາ​ຜູ້​ຍ່າງຜ່ານ ຊອກຫາ
ບ່ອນຂ້າມ​ຊາຍ​ແດນທີ່​ຜິດ​ກົດໝາຍ ຈາກ​ພາກ​ເໜືອ​ຂອງ​ລັດ​ New York ​ເຂົ້າ​ສູ່​ແຂວງ
Quebec ເພື່ອຈະບໍ່ເຮັດໃຫ້ພວກເຂົາ​ເຈົ້າ​ໄດ້ຮັບບາດເຈັບ. ​ໄດ້​ຕັ້ງ​ຜາມຂຶ້ນ​ເພື່ອດຳ​ເນີນ
ການໃນເລື່ອງເຈ້ຍສໍ​ ແລະ​ກຳລັງຈ້າ​ງຄົນຂົນ​ສົ່ງແລະ​ລ້ຽງດູ​ບັນດາ​ຜູ້ທີ່​ມາ​ຮອດ​ໃໝ່. ​ເຖິງ ​
ແມ່ນວ່າ ໄດ້ມີການ​ຍື່ນ​ມືຮັບຕ້ອນກໍດີ ຊາວ​ເຮ​ຕີ ຜູ້​ຈະຂໍ​ລີ້​ໄພ ກໍຮູ້ສຶກ ບໍ່​ຄ່ອຍສະບາຍໃຈ
ປານ​ໃດ ອີງຕາມຄຳເວົ້າ ຂອງ​ບັນດາ​ຜູ້​ຊ່ຽວຊານດ້ານຄົນ​ເຂົ້າ​ເມືອ​ງບາງຄົນ.

ຄອບຄົວນຶ່ງຜູ້ທີ່ ພິສູດຕົນເອງວ່າມາຈາກເຮຕີ ປະເຊີນໜ໊າກັບເຈົ້າໜ໊າທີ່ຕຳຫລວດ Royal Canadian Mounted

“ມັນ​ແມ່ນ​ຄວາມ​ຜິດ​ທີ່ ກາ​ນາ​ດາ ຈະ​ໃຫ້ການ​ລີ້​ໄພ​ແກ່​ພວກ​ທີ່​ໄດ້​ຂ້າ​ມຢູ່​ຊາຍ​ແດນມາ”
ນັ້ນແມ່ນຄຳເວົ້າຂອງທ່ານ​ Jean-Ernest Pierre ​ທະນາຍຄວາມ ​ຄົນ​ເຂົ້າ​ເມືອງ​ສຳ
ລັບຊາວເຮຕີ ໃນ​ນະຄອນ Montreal. ທ່ານ​ກ່າວ​ວ່າ ຊາວເຮ​ຕີຈຳນວນ​ນຶ່ງໄດ້​ຖືກ​ຊັກ ຈູງໄປໃນທາງ​ຜິດ ໂດຍຂ່າວ​ຂອງສື່​ສັງຄົມ ທີ່​ສະ​ເໜີແນວ່າ ກາ​ນາ​ດາເປັນ​ທາງເລືອກ ທີ່ໃຫ້ການຕ້ອນຮັບ ​ທີ່ດີກວ່າ​ສະຫະລັດ ທີ່ພວມມີ​ການ​ປາບປາມ​ຄົນ​ເຂົ້າ​ເມືອງນັ້ນ.

Asylum Seekers Flee US for Canada

ທ່ານ Pierre ​ໄດ້ກ່າວ​ຕໍ່ ວີ​ໂອ​ເອວ່າ ແຕ່ຊາ​ວ​ເຮ​ຕີ​ຈຳນວນຫຼວງຫຼາຍ ອາດຈະ​ພ​ົບເຫັນ​
ວ່າ ມີ​ຄວາມ​ຍາກ​ລຳບາກຫລາຍ ​ທີ່​ຈະໄດ້​ຮັບຖານະ​ ເປັນ​ອົບ​ພະຍົບ ​ແລະ​ຂໍ​ລີ້​ໄພການ
​ເ​ມື​ອງຢູ່​ກາ​ນາ​ດາ. ກົດໝາຍ​ຄົນ​ເຂົ້າ​ເມືອງ​ກາ​ນາ​ດາບັງຄັບວ່າ ​ຜູ້​ທີ່ຍື່ນຄຳຮ້ອງຈະຕ້ອງ
ພິສູດ​ໃຫ້​ເຫັນ​ເຖິງ “ຄວາມ​ຢ້ານ​ກົວ​ທີ່ເປັນຄວາມຈິງໃນການຖືກປະຫັດປະຫານ” ​ຍ້ອນ
ຜິວ​ພັນ ສາ​ສະໜາ ຫລື​ການ​ເມື​ອງ ຫລື​ທາງ​ເພດ. ຄວາມ​ຍາກ​ລຳ​ບາກດ້ານເສດຖະກິດ
ນັ້ນ ​ແມ່ນບໍ່​ເປັນ​ທີ່​ພຽງພໍ. ທ່ານ Jean-Sebastein Boudreaut ຫົວໜ້າ​ສະມາຄົມ​ທະ ນາຍຄວາມ​ຄົນ​ເຂົ້າ​ເ​ມື​ອງ ​ໄດ້ກ່າວເພີ້ມຕື່ມ​ເຖິງ​ຈຸດ​ດັ່ງກ່າວນີ້ວ່າ.

ສະມາຊິກທະຫະຫານການາດາ ກຳລັງຕິດຕັ້ງໄຟຟ້າຢູ່ຜາມ ເພື່ອໃຫ້ເປັນທີຢູ່ອາໄສ ແກ່ຜູ້ຊອກຫາການລີ້ໄພ.

“ບາງຄົນອາດຈະບໍ່ໄດ້ຮັບຖານະອົບພະຍົບ ອາດຈະບໍ່ມີໜັງສືຄົບຖ້ວນ ຕາມທີ່ຕ້ອງການ ໃນການອ້າງເອົາຖານະອົບພະຍົບດັ່ງທີ່ໄດ້ກຳນົດໄວ້ໃນກົດໝາຍການາດາ.” ທ່ານ Bou-
dreaut ກ່າວໃນການໃຫ້ສຳພາດແກ່ວິທະຍຸ CBC ຂອງການາດາ. ທ່ານເວົ້າວ່າ “ເຈົ້າຈະ
ຕ້ອງມີເຫດຜົນສ່ວນຕົວ ທີ່ຈະບໍ່ຖືກສົ່ງກັບຄືນ.”

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ