ລໍາດັບເຫດການໂຈມຕີ ກໍ່ການຮ້າຍ ຕໍ່ສະຫະລັດ ເມື່ອວັນທີ 11 ກັນຍາ 2001 (ເບິ່ງວີດີໂອ ພາສາລາວ)

  • ດາຣາ

ຕຶກແຝດສູນການຄ້າໂລກ ທີ່ນີວຢ໊ອກ ທີ່ຖືກພວກກໍ່ການຮ້າຍຂັບເຮືອບິນເຂົ້າຕໍາ ເມື່ອວັນທີ 11 ກັນຍາ ປີ 2001 ຈົນໄດ້ຮັບຄວາມເສຍຫາຍ ຈົນຕຶກທັງສອງຫລັງພັງລົງໃນທີ່ສຸດ.

ວັນ​ທີ 11 ​ເດືອນ​ກັນຍາ ປີ 2011 ນັ້ນ ​ແມ່ນ​ໄດ້​ຖືກ​ຈາລຶກ​ໄວ້​ຕະຫລອດ​ການ ຢູ່​ໃນ​ຈິດ​ໃຈ​ແລະ​ສະໝອງ​ຂອງປະຊາຊົນ​ອາ​ເມຣິກັນ ​ແລະ​ອີກ​ຫລາຍໆ​ຄົນຢູ່​ໃນ​ທົ່ວ​ໂລກ. ຜູ້​ສື່​ຂ່າວ​ວີ​​ໂອ​ເອ Jeff Seldin ​ໄດ້ລໍາດັບ​ເຫດການ​ທີ່​ເກີດ​ຂຶ້ນໃນ​​ມື້​ນັ້ນ ມື້​ທີ່​ໄດ້​ປ່ຽນ​ແປງ​ວິຖີ​ດໍາລົງ ຊີວິດ​ຂອງຊາວ​​ອາ​ເມຣິກັນ ​ແລະ​​ຄົນ​ອື່ນໆ​ອີກຈໍານວນ​ຫລວງຫລາຍຕະຫລອດ​ໄປ ຊຶ່ງ​ດາຣາຈະ​ນໍາ​ມາ​ເລົ່າ​ສູ່​ທ່ານ​.

ເວລາ 8 ​ໂມງ​ກັບ 46 ນາທີ ​ເຊົ້າ​ວັນ​ທີ 11 ກັນຍາ ທີ່​ອາກາດ​ອຸ່ນ​ແດ່​ ທີ່​ນະຄອນ​ນິວຢອກ​ມື້​ນັ້ນ ຊີວິດ​ປະ​ຈໍາ​ວັນ​ໃນ​ເມືອງ​ໃຫຍ່​ໄດ້​ຖືກທັບ​ມ້າງ​ໃຫ້​ແຕກ​ສະຫລາຍລົງ ຢ່າງ​ບໍ່​ນຶກ​ບໍ່​ຝັນ.

ມັນ​ເປັນ​ຈຸດ​ເລີ່​ມຕົ້ນ​ຂອງ​ແຜນການ ທີ່​ໄດ້​ເລີ່​ມມີ​ການຈັດ​ຕັ້ງ​ປະຕິບັດ​ເມື່ອ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ໜ້າ​ນັ້ນ ​ເວລາ​ພວກ​ຈີ້​ເຮືອບິນ​ຍ່າງ​ຜ່ານ​ຈຸດ ກວດກາ​ຄວາມ​ປອດ​ໄພ ທີ່​ເດີ່ນ​ບິນເມືອງ​ Portland ລັດ Maine ບ່ອນ​ທີ່​ພວກ​ເຂົາ​ໄປ​ຂຶ້ນ​ເຮືອບິນ​ຂອງ​ສາຍ​ການບິນ American Airlines ຖ້ຽວ​ບິນ​ທີ 11...​ໄປ​ຍັງ​ເມືອງ Boston.

ນາຍ Mohammed Atta ຜູ້​ກໍ່​ການ​ຮ້າຍທີ່​ຈີ້​ເອົາ​ເຮືອບິນ​ລໍາ​ນັ້ນ ປະກາດ​ວ່າ: “ພວກ​ເຮົາ
​ມີ​ເຮືອບິນຈໍານວນ​ນຶ່ງ. ຈົ່ງ​ພາກັນ​ນັ່ງ​ຢູ່​ຊື່ໆ ​ແລະ​ພວກ​ທ່ານ​ກໍຈະ​ບໍ່​ເປັນ​ຫຍັງ. ພວກ​ເຮົາ
​ກໍາລັງ​ຈະ​ກັບ​ຄືນ​ໄປ​ຍັງ​ເດີ່ນບິນ.”

ແລ້ວ​ພວກ​ເຂົາ​ກໍ​ພາ​ເຮືອບິນ​ລໍາ​ນັ້ນ ​ໄປ​ສູ່​ຈຸດ​ຈົບ​ຂອງ​ມັນ.

ເວລາ 9 ​ໂມງ ກັບ 3 ນາທີ ຜູ້​ເຫັນ​ເຫດການ​ຄົນ​ນຶ່ງ​ເວົ້າ​ວ່າ:

“ຂ້ອຍ​ເຫັນ​ເຮືອບິນ​ອີກ​ລໍາ​ນຶ່ງ ບິນ​ມາ​ຈາກ​ທິດ​ໃຕ້ ​ພຸ່ງ​ເຂົ້າ​ຕໍາ​ຕຶກສູນກາ​ນຄ້າ​ ຫລັງ​ໃຕ້.”

ທີ່​ໂຮງຮຽນ​ປະຖົມ​ແຫ່ງ​ນຶ່ງ​ໃນ​ລັດ​ຟລໍຣິດາ ປະທານາທິບໍດີ George
W. Bush ​ໄດ້​ຮັບ​ແຈ້ງ​ໃຫ້​ຊາບ.

ແລະ​ບາດ​ແລ້ວ ການ​ໂຈມ​ຕີ​ຄັ້ງ​ຕໍ່​ມາ... ເວລາ 9 ​ໂມງ​ເຊົ້າ​ກັບ 37 ນາທີ ສາຍ​ການບິນ American Airlines ຖ້ຽວ​ບິນ​ທີ 77 ​ໄດ້​ພຸ່ງ​ເຂົ້າ ຕໍາ​ທໍານຽບ 5 ​ແຈ.

ຄລິກບ່ອນນີ້ເພື່ອເບິ່ງວີດີໂອ ພາສາລາວ

ທີ່​ນະຄອນ​ນິວຢອກ​ນັ້ນ ມີ​ສຽງ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຢ່າງ​ຂວັນ​ເສຍ ທີ່​ຕຶກ​ສູນ​ການ​ຄ້າ:

//ສຽງ​ນາງ Melissa Doi ຜູ້​ໄດ້​ຮັບ​ເຄາະ​ຄົນ​ນຶ່ງ//

“ຍັງ​ບໍ່​ມີ​ໃຜ​ມາ​ຊ່ວຍ​ພວກ​ເຮົາ​ເລີຍ ​ແລະທັງ​ໝົດ​ຊັ້ນ​ແມ່ນ​ຖືກ​ໄຟ​ໄໝ້. ພວກ​ເຮົາ​ຍັງ​ຢູ່​ໃນ​ຊັ້ນ​ນີ້ ​ແລະ​ກໍ​ຫາຍ​ໃຈ​ບໍ່​ໄດ້.”

// ​ສຽງ Kevin Cosgrove ຜູ້​ໄດ້​ຮັບ​ເຄາະ​ອີກ​ຄົນ​ນຶ່ງ//

“Hello? ມີໃຜໄດ້ຍິນບໍ່ ພວກເຮົາກໍາລັງມອງເບິ່ງຕຶກສູນກາງການເງິນ. ພວກເຮົາມີສາມຄົນນໍາກັນ ປ່ອງຢ້ຽມແຕກສອງປ່ອງ ໂອ້ ພະເຈົ້າ ຕາຍແລ້ວ!”

ຕໍ່​ມາ ​ໃນເວລາປະມານ 10 ໂມງ​ເຊົ້າ​ກັບ 7 ນາທີ ຖ້ຽວບິນເລກທີ 93 ຂອງສາຍການ
ບິນ United Airlines ​ໄດ້ຕົກລົງທົ່ງ​ແຫ່ງ​ນຶ່ງໃນເມືອງ Shanksville ລັດເພັນຊີລເວເນຍ. ເຊື່ອກັນວ່າພວກຜູ້ໂດຍສານຢູ່ເທິງເຮືອບິນລໍາ​ນັ້ນ ພະຍາຍາມຍາດ​ເອົາເຮືອບິນຄືນ ແລະ
ປ້ອງກັນບໍ່ໃຫ້ເຮືອບິນ​ໄປຕໍາອີກເປົ້າໝາຍນຶ່ງ.

ເວລາ 10 ໂມງ 28 ນາທີ ທີ່ນີວຢ໊ອກ ຕຶກສູນການຄ້າຫລັງເໜືອພັງລົງ ສົ່ງຝຸ່ນກຸ້ມ​ໄປທົ່ວ
ຖະໜົນຫົນທາງ. ​ໄດ້​ມີ​ການ​ຍົກຍ້າຍ​ປະຊາຊົນ​ອອກຈາກຫລາຍໆເຂດຂອງ​ເມືອງ.

ທີ່ນະຄອນຫລວງວໍຊິງຕັນດີຊີ ພວກຜູ້ແທນທັງຫລາຍພາກັນ​ອອກ​ມາ​ຢືນຮ່ວມ​ກັນສະ​ແດງ
ການທ້າທາຍ ​ຢູ່​ຂັ້ນ​ໄດຂອງຕຶກລັດຖະສະພາ.

ໃນຕອນແລງຂອງມື້ນັ້ນ ປະທານາທິບໍດີ ບູສ ​ໄດ້ຖະແຫລງຕໍ່ປະເທດຊາດວ່າ:

“ພຶດຕິການຄາດຕະກໍາໝູ່ເຫລົ່ານີ້ ແມ່ນມີເຈດຕະນາທີ່ຈະຂູ່ເຂັ່ນປະເທດຊາດຂອງພວກ
ເຮົາໃຫ້ຢ້ານ​ກົວ ຕົກຢູ່ໃນຄວາມຊຸນລະມຸນວຸ້ນວາຍແລະລ່າຖອຍ ແຕ່ພວກເຂົາກໍປະສົບ
ກັບຄວາມລົ້ມແຫລວ ພຶດຕິກໍາເຫລົ່ານີ້ທໍາລາຍໂຄງເຫລັກຂອງຕຶກ​ໄດ້ ແຕ່ມັນບໍ່ສາມາດ
ທີ່​ຈະເຮັດ​ໃຫ້​ຄວາມ​ແຂງ​ແກ່ງຂອງຄວາມຕັ້ງ​ໃຈ​ອັນ​ເດັດດ່ຽວຂອງປະຊາຊົນອາເມຣິກັນ
ບຸບ​ສະຫລາຍໄດ້.”