ສະຫະລັດເອົາ ມາດຕະການ ລະວັງໄພສູງ ໃນວັນຄົບຮອບ 10 ປີ ຂອງການກໍ່ການຮ້າຍ (ເບິ່ງຮູບສະລາຍດ໌)

  • ທອງປານ ເທບວົງສາ

ແສງໄຟສ່ອງຂຶ້ນສູ່ເທິງຟ້າ ຈາກບໍລິເວນທີ່ເປັນຕຶກສູນການຄ້າໂລກເກົ່າ ທີ່ນີວຢ໊ອກ ເປັນສັນຍາລັກຂອງຕຶກແຝດ ທີ່ພັງລົງ ຫລັງຈາກພວກກໍ່ການຮ້າຍ ຂັບເຮືອບິນເຂົ້າຕໍາ ເມື່ອວັນທີ 11 ກັນຍາ 2011.

ເມື່ອວັນເສົາວານນີ້ ປະທານາທິບໍດີບາຣັກ ໂອບາມາ ໄດ້ພົບປະກັບພວກທີ່ປຶກສາລະດັບ
ສູງ ດ້ານຄວາມໝັ້ນຄົງແຫ່ງຊາດ ເພື່ອທົບທວນມາດຕະການຕ່າງໆ​ໃນ​ການ​ຮັກສາ​ຄວາມ
​ປອດ​ໄພ​ໃຫ້​ແກ່ພິທີຂີດ​ໝາຍວັນຄົບ 10 ປີ ຂອງການໂຈມຕີຂອງພວກກໍ່ການຮ້າຍ ເມື່ອ
ວັນທີ 11 ເດືອນກັນຍາ ປີ 2001 ນັ້ນ.

ບໍ່​ໄດ້ມີການ​ເປີດ​ເຜີຍລາຍລະອຽດໃຫ້ຊາບ ແຕ່ການພົບປະກັນນີ້​ແມ່ນ​ໄດ້ມີຂຶ້ນ ໃນ​ຂະນະ
ທີ່ພວກເຈົ້າໜ້າທີ່ຍັງ​ເອົາ​ມາດຕະການລະວັງໄພຢູ່ໃນລະດັບສູງ ຫລັງຈາກມີຂໍ້ມູນລັບວ່າ
ກຸ່ມອາລຄາອີດາ ອາດໄດ້ສົ່ງຊາຍສາມຄົນມາຍັງສະຫະລັດເພື່ອວາງລະເບີດລົດ​ໂຈມ​ຕີໃນ
ນະຄອນນີວຢ໊ອກແລະວໍຊິງຕັນດີຊີ ໃນ​ໄລຍະ​ທີ່​ມີ​ການຈັດພິທີຄົບຮອບ 10 ປີ ດັ່ງກ່າວ​ນັ້ນ.

ໄດ້ມີ​ການວາງຮັກສາຄວາມປອດໄພຢ່າງເຂັ້ມແຂງ​ແລ້ວ ໃນແຫ່ງຕ່າງໆທົ່ວສະຫະລັດ ໃນຂະນະທີ່ວັນຄົບຮອບສິບປີ​ໃກ້ເຂົ້າມາ ແລະພວກເຈົ້າໜ້າທີ່ຕໍາຫລວດກໍໄດ້ເພີ່ມການ ມີໜ້າປະຕິບັດການຂອງພວກເຂົາເຈົ້າ ໃນນີວຢ໊ອກ ແລະວໍຊິງຕັນດີຊີ ຫລັງຈາກ​ໄດ້​ຮັບ​
ຂ່າວ​ລັບເມື່ອຫລາຍມື້ຜ່ານມາ​ແລ້ວ.

ພວກເຈົ້າໜ້າທີ່ກ່າວວ່າ ໄພຂົ່ມຂູ່ຂອງການໂຈມຕີທີ່ອາດເປັນໄປໄດ້ນັ້ນ ຈະບໍ່ຂັດຂວາງ
ການ ຈັດພິທີຄົບຮອບ ທີ່ກໍານົດໃສ່ວັນອາທິດມື້ນີ້ ຊຶ່ງເປັນວັນຄົບຮອບ 10 ປີພໍດີ​ນັ້ນ.

ນອກນີ້ແລ້ວ ທໍານຽບຂາວຍັງກ່າວວ່າ ການຂົ່ມຂູ່ດັ່ງກ່າວຈະບໍ່ປ່ຽນແປງແຜນການຂອງ
ປະທານາທິບໍດີ ທີ່ຈະໄປຮ່ວມ​ໃນ​ພິທີ ຢູ່ບ່ອນທີ່ຖືກໂຈມຕີ ທີ່ນີວຢ໊ອກ ທໍານຽບຫ້າແຈ
ຫລືຕຶກແພນຕາກອນ ແລະທົ່ງທີ່​ເມືອງ Shanksville ລັດເພນຊີລເວເນຍ.

ວັນ​ເສົາວານນີ້ ພວກເຈົ້າໜ້າທີ່ໄດ້ປິດບາງສ່ວນຂອງສະໜາມບິນນານາຊາດ Dulles
International Airport ທີ່ຢູ່​ໃກ້ນະຄອນຫລວງວໍຊິງຕັນດີຊີ ເພາະພົບເຫັນວັດຖຸທີ່
ຕ້ອງສົງໃສ ແຕ່​ໄດ້ກ່າວໃນ​ເວລາຕໍ່ມາ ວ່າ ບໍ່ພົບເຫັນຫຍັງທີ່ເປັນອັນຕະລາຍ.