ການກໍ່ການຮ້າຍ ຢູ່ເຂດເອເຊຍ ໄດ້ຫຼຸດລົງ ຫຼັງຈາກ ການໂຈມຕີຢູ່ສະຫະລັດ (ເບິ່ງວີດີໂອພາສາອັງກິດ)

  • ໄພສານ ວໍຣະຈັກ

ເຮືອບິນລຳທີ 2 ໂຈມຕີຕຶກສູນກາງການຄ້າໂລກ ທີ່ນະຄອນນິວຢອກ ໃນວັນທີ 11 ກັນຍາ ປີ 2001.

ການໂຈມຕີຕໍ່ສະຫະລັດອະເມຣິກາຂອງພວກກໍ່ການຮ້າຍໃນວັນທີ 11 ກັນຍາປີ 2001 ໃນຂັ້ນຕົ້ນນັ້ນໄດ້ກະຕຸກຊຸກຍູ້ກຸ່ມອິສລາມຫົວຮຸນແຮງຈັດຈຳນວນນຶ່ງໃນເຂດເອເຊຍ ແຕ່ ໃນໄລຍະນຶ່ງທົດສະວັດຜ່ານມານີ້ ໄພຂົ່ມຂູ່ຂອງພວກກໍ່ການຮ້າຍໃນເອເຊຍໄດ້ຫຼຸດນ້ອຍ ຖອຍລົງ ຫຼືບໍ່ກໍໄດ້ຖືກຈຳກັດໃຫ້ຢູ່ໃນເຂດທີ່ສອກຫຼີກຫ່າງໄກຈາກຫົວເມືອງສຳຄັນໆແລະ ຈຸດໝາຍປາຍທາງຂອງພວກນັກທ່ອງທ່ຽວ. ດັ່ງທີ່ຜູ້ສື່ຂ່າວຂອງວີໂອເອ Brian Padden ລາຍງານມາຈາກກຸງຈາກາຕ້າ ກໍແມ່ນວ່າຄວາມສຳເລັດໃນການເຮັດສົງຄາມຕໍ່ຕ້ານພວກ ກໍ່ການຮ້າຍຢູ່ໃນເຂດເອເຊຍ ສ່ວນນຶ່ງແລ້ວ ແມ່ນເປັນຍ້ອນການປະຕິບັດກົດໝາຍ ທີ່ໄດ້ ປະສິດທິຜົນ ແຕ່ນອກນັ້ນ ຍັງເປັນຍ້ອນເງື່ອນໄຂຕ່າງໆ ທີ່ໃຫ້ການສະໜັບສະໜຸນແບບ ຍືນຍົງຕໍ່ຂະບວນການກໍ່ການຮ້າຍນັ້ນ ແມ່ນບໍ່ໄດ້ມີເລີຍ ຢູ່ໃນເຂດສ່ວນໃຫຍ່ຂອງເອເຊຍ.

ຫຼັງຈາກໄດ້ເຫັນການຕອບໂຕ້ຂອງກອງທັບສະຫະລັດ ຕໍ່ການໂຈມຕີກໍ່ການຮ້າຍຢູ່ອະເມຣິກາ
ໃນປີ 2001 ນັ້ນແລ້ວ ບັນດາກຸ່ມຫົວຮຸນແຮງອິສລາມຂອງອິນໂດເນເຊຍ ກໍໄດ້ຫັນປ່ຽນຈຸດ
ເພັ່ງເລັງຂອງຕົນຈາກການໂຈມຕີພວກທີ່ນັບຖືສາສະໜາຄຣິສຕ໌ໃນເຂດທ້ອງຖິ່ນ ໄປໃສ່ການ
ເຮັດສົງຄາມສັກສິດຈີຮາດ ຕໍ່ຕ້ານພວກຕາເວັນຕົກ ພາຍໃຕ້ການນຳພາຂອງກຸ່ມກໍ່ການຮ້າຍ
ຂ້າມຊາດອາລກາຍດາ. ການປ່ຽນແປງໃນຍຸດທະສາດທີ່ວ່ານີ້ໄດ້ນຳພາໂດຍກົງໄປສູ່ການວາງ
ລະເບີດຢູ່ເກາະບາຫຼີໃນປີ 2002 ທີ່ເຮັດໃຫ້ມີຜູ້ເສຍຊີວິດ 200 ກວ່າຄົນຊຶ່ງສ່ວນໃຫຍ່ແລ້ວ
ເປັນພວກນັກທ່ອງທ່ຽວຊາວອອສເຕຣເລຍ. ມີການໂຈມຕີອື່ນໆທີ່ຕິດຕາມມາ ອີກຼຫາຍໆຄັ້ງ. ແຕ່ການດຳເນີນຄວາມພະຍາຍາມຂອງພວກເຈົ້າໜ້າທີ່ປະຕິບັດກົດໝາຍ ເພື່ອລົບກວນແລະ
ທັບມ້າງກຸ່ມກໍ່ການຮ້າຍ ພາຍໃນໄລຍະ 10 ປີຜ່ານມານີ້ ແມ່ນໄດ້ປະສົບກັບຄວາມສຳເລັດ
ແລະການດຳເນີນຄະດີຢ່າງເປັນການເປີດເຜີຍ ໄດ້ຫັນປ່ຽນຫາງສຽງຂອງມະຫາຊົນຕໍ່ຕ້ານບັນ
ດາກຸ່ມທີ່ພົວພັນນຳການສັງຫານປະຊາຊົນທີ່ບໍ່ມີຄວາມຜິດ.

ທ່ານນາງ Sidney Jones ນັກວິເຄາະໃນດ້ານຄວາມໝັ້ນຄົງກ່ຽວກັບເຂດເອເຊຍຕາເວັນ
ອອກສຽງໃຕ້ຂອງກຸ່ມຮັບມືກັບວິກິດການນາໆຊາດ ກ່າວວ່າ ນອກນັ້ນແລ້ວ ຍຸດທະສາດໃນ
ການໂຈມຕີເປົ້າໝາຍຂອງປະເທດຕາເວັນຕົກ ຍັງໄດ້ພິສູດໃຫ້ເຫັນ ໃນໄລຍະຜ່ານມານີ້ວ່າ
ບໍ່ໄດ້ຮັບຄວາມນິຍົມຢູ່ໃນວົງການພວກຫົວຮຸນແຮງໃນເຂດທ້ອງຖິ່ນ.

ທ່ານນາງ Jones: “ຜູ້ຄົນທີ່ເຂົ້າພົວພັນນຳຂະບວນການຫົວຮຸນແຮງໄດ້ພາກັນເຂົ້າ
ພົວພັນຢ່າງຖ້ວມລົ້ນກໍຍ້ອນເຫດຜົນທ້ອງຖິ່ນ ເຖິງແມ່ນຄວາມສາມັກຄີພ້ອມພຽງ
ກັບຊາວມຸສລິມ ທີ່ຖືກປະຫັດປະຫານຢູ່ໃນຕ່າງປະເທດ ເປັນພາກສ່ວນທີ່ສຳຄັນ
ໃນການໂຄສະນາເຜີຍແຜ່ກໍຈິງ ແຕ່ແຮງຂັບດັນແມ່ນມາຈາກທ້ອງຖິ່ນ.”

ໜ່ວຍສືບສວນຂອງຕຳຫຼວດອິນໂດເນເຊຍ ພວມກວດກາເບິ່ງບ່ອນທີ່ ປື້ມບັນຈຸລະເບີດ ໄດ້ແຕກຂຶ້ນ ທີ່ນະຄອນຫຼວງຈາກາຕ້າ (16 ມີນາ 2011)

ທ່ານນາງເວົ້າວ່າ ເວລານີ້ກຸ່ມ
ຫົວຮຸນແຮງຈັດອິນໂດເນເຊຍ
ໃນປັດຈຸບັນນີ້ ພວມຫັນປ່ຽນ
ກັບຄືນໄປສູ່ ການໂຈມຕີເປົ້າ
ໝາຍທ້ອງຖິ່ນ. ການໂຈມຕີກໍ່
ການຮ້າຍທີ່ສຳຄັນເທື່ອລ່າສຸດ
ແມ່ນການວາງລະເບີດໃສ່ໂຮງ
ແຮມ 2 ຫຼັງໃນປີ 2009 ທີ່
ນະຄອນຫຼວງຈາກາຕ້າ ແຕ່
ການໂຈມຕີຕໍ່ພວກສາສະໜາ
ກຸ່ມນ້ອຍໃນເຂດທ້ອງຖິ່ນແລະ
ຕໍ່ຕຳຫຼວດແມ່ນພວມເພີ່ມທະ
ວີຂຶ້ນ.

ທີ່ປະເທດມາເລເຊຍ ຟີລິບປິນ
ຈີນ ແລະໄທ ບັນຫາທີ່ຂັບດັນ
ໃຫ້ກຸ່ມອິສລາມຫົວຮຸນແຮງ ກໍ
ແມ່ນມາຈາກເຂດທ້ອງຖິ່ນເຊ່ນ
ກັນ.

ຢູ່ພາກໃຕ້ຂອງໄທ ການວາງລະເບີດແລະການໂຈມຕີແບບບໍ່ເລືອກໜ້າຕໍ່ພົນລະເຮືອນແມ່ນ
ໄດ້ມີການຖິ້ມໂທດໃສ່ ຂະບວນການກະບົດຂອງພວກມຸສລິມທີ່ຕໍ່ສູ້ ເພື່ອຄວາມເປັນເອກກະ
ລາດ.

ທ່ານສຣີສົມພົບ ຈິດພິຣົມສຣີຜູ້ອຳນວຍການກຸ່ມສັງເກດການເບິ່ງການກໍ່ກະບົດໃນເຂດພາກ
ໃຕ້ຂອງໄທກ່າວວ່າກຸ່ມຕ່າງໆທີ່ພົວພັນໃນການກໍ່ຄວາມຮຸນແຮງຢູ່ໃນປະເທດໄທບໍ່ໄດ້ມີສ່ວນ
ພົວພັນກັບບັນດາອົງການກໍ່ການຮ້າຍນາໆຊາດ. ທ່ານເວົ້າວ່າ ຮາກເຫງົ້າຂອງບັນຫາຂັດ
ແຍ້ງແມ່ນກ່ຽວກັບການຈຳແນກກີດກັນຕໍ່ຊາວມາເລຫຼາຍກວ່າແນວຄິດທາງດ້ານສາສະໜາ.

ທ່ານສຣີສົມພົບເວົ້າວ່າ “ຄວາມເປັນເອກກະລັກແບບນີ້ ໄດ້ຖືກກົດຂີ່ ຫຼືບໍ່ກໍຖືກປາບ ປາມໂດຍລັດຖະບານກາງໃນໄລຍະຫຼາຍໆທົດສະວັດ. ທ່ານອາດສາມາດເວົ້າໄດ້
ວ່າເມື່ອ 100 ປີກ່ອນ ມັນໄດ້ມີວິວັດທະນາການມາ ນັບແຕ່ເຂດດັ່ງກ່າວໃນພາກ
ໃຕ້ຂອງໄທໄດ້ຖືກຜະໜວກຫຼືປະກາດໂຮມເຂົ້າເປັນດິນແດນຂອງປະເທດໄທຫຼືລາດ
ຊະອານາຈາກໄທ.”

ທ່ານກ່າວວ່າ ບັນຫາຂັດແຍ້ງດັ່ງກ່າວ ຈະດຳເນີນຕໍ່ໄປແບບຄ່ອຍໆຈົນກວ່າການແກ້ໄຂທາງ ດ້ານການເມືອງຈະສາມາດບັນລຸກັນໄດ້.

ເບິ່ງວີດີໂອລາຍງານພາສາອັງກິດ:

ສ່ວນຢູ່ຈີນ ກໍໄດ້ມີເຫດຮ້າຍທີ່ຮຸນແຮງແລະຄວາມເຄັ່ງຕຶງຢູ່ທີ່ແຂວງຊິນຈຽງທາງພາກຕາເວັນ ຕົກລະຫວ່າງປະຊາຊົນມຸສລິມເຜົ່າວີເກີ້ແລະພວກຊາວຮັນທີ່ຍົກຍ້າຍເຂົ້າໄປຢູ່. ທ່ານ Chien
peng Chung ຮອງສາດສະດາຈານສອນວິຊາລັດຖະສາດທີ່ມະຫາວິທະຍາໄລ Lingnan
ທີ່ຮົງກົງກ່າວວ່າບັນຫາທາງດ້ານເສດຖະກິດແມ່ນເປັນໝາກຫົວໃຈຂອງບັນຫາຂັດແຍ້ງແລະ
ມາຮອດປັດຈຸບັນ ຈີນກໍບໍ່ໄດ້ໃຊ້ການຂົ່ມຂູ່ຂອງພວກກໍ່ການຮ້າຍທຳການປາບປາມພວກມຸສ
ລິມກຸ່ມນ້ອຍທີ່ມີຄວາມບໍ່ພໍໃຈນັ້ນ.

ສາດສະດາຈານ Chung ເວົ້າວ່າ “ຂ້າພະເຈົ້າ ບໍ່ສາມາດເວົ້າໄດ້ວ່າ ໄດ້ມີການປາບ
ປາມຢ່າງເປັນລະບົບຕໍ່ພວກຊົນກຸ່ມນ້ອຍກ່ຽວກັບຄວາມບໍ່ພໍໃຈຂອງພວກເຂົາເຈົ້າ.
ແນ່ນອນຈົນເທົ່າ ແລະນອກຈາກວ່າ ມັນເກີດເປັນຄວາມຮຸນແຮງຂຶ້ນ ຫຼັງຈາກນັ້ນ
ລັດຖະບານຈີນຈຶ່ງມີທ່າທາງວ່າຈະເອົາມາດຕະການບາງຢ່າງ.”

ທ່ານກ່າວວ່າ ຈີນພວມເອົາບາດກ້າວໃນທິດທາງທີ່ຖືກຕ້ອງເພື່ອແກ້ໄຂສາເຫດຂອງບັນຫາ
ຂັດແຍ້ງໂດຍໃຫ້ທຶນການສຶກສາຂັ້ນມະຫາວິທະຍາໄລຈຳນວນນຶ່ງ ແລະວຽກການນຳລັດຖະ ບານແກ່ຊາວວີເກີ້ທີ່ເປັນຊົນກຸ່ມນ້ອຍ.

ແຕ່ປະເທດອິນໂດເນເຊຍ ຊຶ່ງມີປະຊາກອນຊາວມຸສລິມຫຼາຍທີ່ສຸດໃນໂລກນັ້ນ​ແມ່ນບ່ອນທີ່
ໄພຂົ່ມຂູ່ຂອງພວກກໍ່ການຮ້າຍໃຫຍ່ຫຼວງ​ທີ່ສຸດ ລຸນຫຼັງການໂຈມຕີໃນວັນທີ 11 ເດືອນກັນ
ຍາ.

ທ່ານ​ນາງ Jones ນັກວິ​ເຄາະ​ທາງ​ດ້ານ​ຄວາມ​ໝັ້ນຄົງກ່າວ​ວ່າ ​ໃນ​ຂະນະ​ທີ່ການທັບ​ມ້າງ
ກຸ່ມ​ຫົວຮຸນ​ແຮງ​ຕ່າງໆ​ແລະ​ແກ້​ໄຂ​ບັນຫາ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ແທ້​ຈິງ ​ມີຄວາມ​ສຳຄັນ​ນັ້ນ
ຄວາມ​ສຳ​ເລັດ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ການຫຼຸດຜ່ອນ​ການ​ໂຈມກໍ່​ການ​ຮ້າຍ ​ສ່ວນ​ນຶ່ງ​ແມ່ນ
ເນື່ອງ​ມາ​ຈາກ​ການ​ເຕີບ​ໃຫຍ່​ຂະຫຍາຍ​ໂຕ​ຂອງ​ການປົກຄອງ​ແບບ​ປະຊາທິປະ​ໄຕ.

ທ່ານ​ນາງ Jones ​ເວົ້າວ່າ “ຖ້າ​ທ່ານ​ຫາກ​ເບິ່ງ​ໄປ​ຍັງ​ບ່ອນ​ທີ່​ມີ​ການ​ກໍ່​ການຮ້າຍ​ເກີດ​
ຂຶ້ນນັ້ນ ຕາມ​ປົກກະຕິ​ແລ້ວ​ແມ່ນ​ມີ​ມູນ​ເຫດ​ຢູ່ 3 ປະການ ຄື​ບ່ອນດັ່ງກ່າວ​ແມ່ນ​ຢູ່​
ພາຍ​ໃຕ້​ການ​ຢຶດຄອງ ເຊ່ນ​ປາ​ແລ​ສ​ໄຕ​ນ໌ຫຼື Chenchnya ຫຼືສະຖານ​ທີ່​ແຫ່ງ​ນັ້ນ
ປະ​ເຊີນ​ກັບ​ການ​ກົດ​ຂີ່​ຂອງ​ລັດຖະບານ ຫຼືບໍ່​ກໍ​ສ້າງ​ຄວາມບາດໝາງ​ໃຫ້​ແກ່​ປະຊາ​
ຄົມ​ພວກ​ອົບ​ພະຍົບແລະ​ອິນ​ໂດ​ເນ​ເຊຍ​ກໍ​ບໍ່​ມີທັງ 3 ຢ່າງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ.”

ຂະນະ​ທີ່​ການ​ກໍ່​ການ​ຮ້າຍ​ຢູ່​ເອ​ເຊຍ ມາ​ຮອດ​ປັດຈຸບັນ​ນີ້ ຍັງ​ສາມາດ​ຄວບ​ຄຸມ​ໄດ້​ຢູ່ ​ແຕ່​ທ່ານ
ນາງ Jones ກໍ​ເວົ້າວ່າ ພວກ​ເຈົ້າໜ້າ​ທີ່​ແລະສາທາລະນະ​ຊົນ ຕ້ອງ​ໄດ້​ສືບ​ຕໍ່​ເຝົ້າລະວັງ​ແມ່ນ
ແຕ່​ພວກ​ຫົວ​ຮຸນ​ແຮງ​ຈັດຈຳນວນ​ນ້ອຍໆ ທີ່ຕັ້ງ​ໃຈ​ຈະ​ໃຊ້​ຄວາມ​ຮຸນ​ແຮງ​ ເພື່ອ​ບີບ​ບັງຄັບ​ໃຫ້
ປະຕິບັດ​ຕາມ​ຄວາມ​ປາດ​ຖະໜາ​ຂອງພວກ​ເຂົາ​ນັ້ນ.