14 ຄົນ ເສຍຊີວິດ ໃນການຍິງປືນ ໃສ່ຜູ້ຄົນ ທີ່ໂຮງຮູບເງົາ (ສະໄລດ໌)

ເຈົ້າໜ້າທີ່ຕໍາຫລວດເມືອງ Aurora ກ່າວວ່າ ຢ່າງໜ້ອຍ 14 ຄົນເສຍຊີວິດ ແລະອີກ 50 ຄົນໄດ້ຮັບບາດເຈັບ ຈາກເຫດຍິງກັນທີ່ ໂຮງຮູບເງົາ Century 16 ທີ່ລັດ Colorado.

ເຈົ້າ​ໜ້າ​ທີ່​ຕໍາຫລວດ​ຂອງ​ລັດໂຄ​ໂລຣາ​ໂດ ກ່າວ​ວ່າ ​ຢ່າງ​ໜ້ອຍ 14 ຄົນ​ໄດ້​ຖື​ກ ຍິງ​ຕາຍ
​ແລະ​ອີກປະມານ 50 ຄົນ​ໄດ້​ຮັບ​ບາດ​ເຈັບ​ ໃນ​ການ​ຍິງ​ກັນທີ່​ໂຮງ​ຊິ​ເນ​ຫຼື​ໂຮງສາຍ​ຮູບ​ເງົາ​
ແຫ່ງ​ນຶ່ງ ​ໃນ​ເຂດ​ຊານ​ເມືອງເດນ​ເວີ.

ບັນດາ​ເຈົ້າ​ໜ້າ​ທີ່ ​ກ່າວ​ວ່າ ການ​ສາຍ​ຮູບ​ເງົາຮອບ​ທ່ຽງ​ຄືນ ​ເປີດ​ປະຖົມມະ​ເລີກ ເລື້ອງ
“The Dark Knight Rises” ຊຶ່ງ​ເປັນ​ຮູບ​ເງົາຫຼ້າ​ສຸດ​ກ່ຽວ​ກັບ​ມະນຸດ​ຄັງຄາວ​ຫຼື Batman
ຫາ​ກໍ່​ເລີ້​ມຂຶ້ນໃນ​ວັນ​ສຸກມື້ນີ້ ທີ່​ໂຮງຮູບ​ເງົາ Century 16 ໃນ​ເມືອງ Aurora ​ເວລາ​ຜູ້ຊາຍ​
ທີ່ໃສ່​ໜ້າ​ກາກ​ຄົນ​ນຶ່ງ ອອກ​ໄປຢືນຢູ່​ຕໍ່ໜ້າ​ໂຮງ​ຮູບ​ເງົາ ຫັນ​ໜ້າໄປ​ຫາ​ພວກ​ຜູ້​ເບິ່ງທີ່ແໜ້ນ​
ໂຮງ​ນັ້ນ ​ແກ່ວງ​ລະ​ເບີດນໍ້າຕາລູກ​ນຶ່ງ​ເຂົ້າ​ໃສ່ ​ແລະ​ກໍ​ເລີ້ມ​ຍິງ​ແບບ​ບໍ່​ເລືອກໜ້າ. ຜູ້​ເຫັນ​ເຫດ
ການ​ກ່າວ​ວ່າ ລາວ​ໄດ້​ຍິງ​ໃສ່​ເດັກທາລົກ​ຄົນ​ນຶ່ງ​ໃວນ​ໄລຍະ​ເຜົາ​ຂົນ.

ຕໍາຫລວດ​ກ່າວ​ວ່າ ​ຕົນ​ໄດ້​ຈັບ​ມື​ປືນ​ຄົນ​ນີ້​ໄວ້ໃນ​ທັນ​ທີ ຊຶ່ງ​ຜູ້ກ່ຽວ​ມີ​ປືນ​ຍາວນຶ່ງ ກະບອກ
ແລ​ະປືນ​ສັ້ນອີກນຶ່ງ​ກະບອກ. ຜູ້​ບັນຊາ​ການ​ຕໍາຫລວດ​ເມືອງ Aurora ທ່ານ Daniel Oates
ກ່າວ​ຕໍ່​ພວກນັກ​ຂ່າວ​ວ່າ ມີ​ແຕ່​ພຽງ​ແຕ່ຄົນ​ດຽວ​ທີ່​ເທົ່າ​ນັ້ນ​ທີ່​ພົວພັນ​ໃນ​ເຫດການ​ຄັ້ງນີ້ ຊຶ່ງ
​ຕົງ​ກັນ​ຂ້າມ​ກັບ​ລາຍ​ງານ​ກ່ອນ​ໜ້ານີ້ທີ່ວ່າ​ອາດ​ມີ​ຜູ້​ສົມຮູ້​ຮ່ວມ​ຄິດນຳ​ດ້ວຍ.

ບັນດາ​ເຈົ້າ​ໜ້າ​ທີ່​ຕໍາຫລວດໄດ້ສົ່ງ​ໜ່ວຍ​ກວດ​ຄົ້ນ​ລ​ະ​ເບີດ ​ໄປ​ຄົ້ນ​ເບິ່ງໂຮງ​ຮູບ​ເງົາ ແລະ​ເຮືອນ
​ຂອງມື​ປືນ ທີ່​ເມືອງ Aurora ​ເພື່ອຊ​ອກຫາ​ລະ​ເບີດ.