ເບິ່ງວີດີໂອ ພາສາລາວ:
ຟັງລາຍງານພາສາລາວ:
ທ້າວ Abbass, ອາຍຸ 11 ປີ ອ່ານປື້ມຮຽນຂອງລາວເກືອບວ່າບໍ່ໄດ້ເລີຍ. ເຖິງແມ່ນມັນ
ຈະເປັນເວລາກາງເວັນ ເຮືອນຂອງຄອບຄົວລາວທີ່ເຮັດດ້ວຍສັງກະສີເກົ່າໆບໍ່ມີປ້ອງຢ້ຽມ
ກໍຄືກັນກັບເປັນເວລາກາງຄືນ.
ແຕ່ບໍ່ໄກຈາກບ້ານຂອງທ້າວ Abbass ປານໃດນັ້ນ ມີພວກສະມາຊິກຊາວໜຸ່ມກຸ່ມນຶ່ງທີ່
ເອີ້ນວ່າ ກຸ່ມ Koch Hope ກໍາລັງພາກັນກຽມທີ່ຈະປ່ຽນແປງສະພາບນີ້. ທໍາອິດ ພວກ
ເຂົາເຈົ້າຮ່າຍນໍ້າໃສ່ໃນຂວດພລາສຕິກຂະໜາດສອງລິດ ແລ້ວຖອກນໍ້າຢາຊັກເຄື່ອງໃຫ້ຂາວ
ຫລື bleach ນັ້ນ ລົງໄປໜ້ອຍນຶ່ງ ແລະພ້ອມກັບ ຂວດນໍ້ານັ້ນ ແລະຫຼອດຢາສີດກັນຮົ່ວ
ພ້ອມກັບເຄຶ່ອງມືບາງຢ່າງ ພວກເຂົາເຈົ້າກໍພາກັນມຸ້ງໜ້າໄປຍັງບ້ານຂອງທ້າວ Abbas.
ຂັ້ນຕໍ່ໄປ ພວກເຂົາເຈົ້າເຈາະຮູຢູ່ຫຼັງຄາສັງກະສີ ໃນຂະນະທີ່ທ້າວ ອັບບາສ ຈ້ອງຕາເບິ່ງ
ດ້ວຍຄວາມງົງ.
ເຂົາເຈົ້າເອົາຂວດນໍ້າ ບລີຈ ສອດຜ່ານຮູເຂົ້າໄປໃນເຮືອນ ແລ້ວກໍສີດຢາກັນຮົ່ວອ້ອມຮູ
ຂວດ ແລະທົດສອບເບິ່ງວ່າມັນຮົ່ວບໍ່? ພຽງເທົ່ານັ້ນແຫລະ ບັດນີ້ ທ້າວອັບບາສແລະ
ຄອບຄົວກໍສາມາດອ່ານໜັງສືໄດ້ ຮຽນໜັງສື ແລະເຮັດສິ່ງອື່ນໆໄດ້ຢ່າງເຫັນແຈ້ງດີ
ບໍ່ໄດ້ງົມມືດຄືແຕ່ກ່ອນແລ້ວ.
ນາງ Madina Muhsin ແມ່ຂອງທ້າວອັບບາສ ກ່າວວ່າ ນາງຈະປະຢັດຄ່າໃຊ້ຈ່າຍ
ປະຈໍາອາທິດ ສໍາລັບຊື້ນໍາມັນກ໊າດໄວ້ໄດ້ເກືອບເຄິ່ງນຶ່ງ ເພາະບ້ານຂອງລາວບັດນີ້
ມີແສງສະຫວ່າງທີ່ຮຸ່ງຂະໜາດເທົ່າກັບ 50 ຫາ 60 ວັດຫຼອດໄຟຟ້າແລ້ວ, ນາງ ມູຊິນ
ກ່າວວ່າ:
“ຂ້ອຍດີໃຈຫລາຍ ຂ້ອຍເຫັນແສງໄຟແລ້ວ ແຕ່ກ່ອນ ມັນມືດຢູ່ຕະຫລອດ
ຈັ່ງແມ່ນຂ້ອຍດີໃຈຫລາຍ.”
ຄອບຄົວນາງມູຊິນເປັນຄອບ
ຄົວຫລ້າສຸດ ໃນຄຸ້ມສະລໍາ
Korogocho ທີ່ ໄດ້ຮັບຫຼອດ
ໄຟນໍ້າ ຊຶ່ງນໍ້າປະສົມນໍ້າຢາ
ບລີຈໃນຂວດ ກອງເອົາແສງ
ຕາເວັນ ເຂົ້າມາໃນເຮືອນ.
ຫຼອດໄຟນໍ້າດັ່ງກ່າວຍັງໃຊ້
ໄດ້ໃນຍາມເດືອນຫງາຍເຕັມ
ດວງ ນໍາ.
ພວກຄົນສ່ວນຫລາຍທີ່ອາໃສ
ຢູ່ໃນຄຸ້ມ Korogocho ຫລືຄຸ້ມ
ສະລໍາອື່ນໆທີ່ ບໍ່ເປັນທາງການ
ຂອງໄນໂຣບີ ບໍ່ມີໄຟຟ້າໃຊ້
ແລະມີລາຍໄດ້ພຽງ 1 ຫາ 2
ໂດລາຕໍ່ມື້ເທົ່ານັ້ນ.
ນາຍ ມາເທໂອ ມາກາລາເຊຍ ພະນັກງານຊ່ວຍເຫລືອປະຊາຄົມ ກໍເຕີບໃຫຍ່ຂຶ້ນມາ ໃນ
ບ້ານທີ່ມືດມົວຕະຫລອດເວລາ ໃນຄຸ້ມ Korogocho ນີ້. ຄອບຄົວຂອງລາວທຸກຍາກ
ຫລາຍ ບໍ່ມີເງິນຊື້ນໍ້າມັນກ໊າດ.
ຕອນເປັນໜຸ່ມນ້ອຍນັ້ນ ນາຍ ມາກາລາເຊຍ ໄດ້ພົບເຫັນພາບສະແດງເທັກໂນໂລຈີທີ່ວ່ານີ້
ທີ່ມີການຄົ້ນພົບເປັນຄັ້ງແລກໃນປະເທດບຣາຊິລນັ້ນ ຢູ່ໃນໜ້າຢູທູບໂດຍບັງເອີນ. ລາວເວົ້າວ່າ:
“ຂ້ອຍເລິ່ມຄິດໃນໃຈແລະຖາມຕົນເອງວ່າ ສິໄປເອົາຂວດເປົ່າສອງລິດມາແຕ່
ໃສ? ເອີ້ ມີບ່ອນເອົາຢູ່ ເພາະມີບ່ອນຖິ້ມຂີ້ເຫຍື້ອ Dandora ຢູ່ກໍ້ານຶ່ງຂອງຄຸ້ມ
ສະລໍາ. ສິເອົານໍ້າຢູ່ໃສ? ເອີ້ ນໍ້າກໍມີບ່ອນເອົາຢູ່. ສ່ວນນໍ້າດັ່ງເດສິເອົາຢູ່ໃສ
ສິ່ງນີ້ຂ້ອຍພໍຊື້ໄດ້. ຊິລິໂຄນກັນຮົ່ວ ເດ້ ເອົາຢູ່ໃສ? ເອີ້ ອັນນີ້ຂ້ອຍກໍຊອກຊື້
ໄດ້ ຄືກັນ.”
ຄວາທຸກຍາກໃນຍາມຍັງນ້ອຍຂອງທ່ານ ມາກາລາເຊຍ ໄດ້ດົນໃຈໃຫ້ລາວຫັນໜ້າໄປຫາ
ກຸ່ມ Koch Hope ພ້ອມກັບແຜນການທີ່ຈະຂະຫຍາຍນະວັດຕະກໍານີ້ ໄປທົ່ວຄຸ້ມສະລໍາ.
ກຸ່ມ Koch Hope ໄດ້ຮັບເອົາແຜນການທີ່ທ້າທາຍນີ້ ແລະໄດ້ຕິດຕັ້ງຫລອດໄຟນໍ້າຢູ່ໃນ
ບ້ານເຮືອນໃນຄຸ້ມ Korogocho ປະມານ 100 ຫລັງ ໃນລະຫວ່າງປີ 2011 ນັ້ນ.
ນຶ່ງໃນນັ້ນເປັນບ້ານຂອງ ນາງ Veronica Wanjiru ແລະລູກສອງຄົນຂອງລາວ. ນາງເວົ້າ
ວ່າ ລູກຊາຍກົກຂອງນາງຕ້ອງໄດ້ຮຽນຊໍ້າຫ້ອງ ຍ້ອນເຮັດການບ້ານບໍ່ທັນ ເພາະຕ້ອງໄດ້
ງົມມືດເຮັດ. ນາງ Wanjiru ກ່າວວ່າ:
“ຂ້ອຍໄດ້ເຫັນຄວາມແຕກຕ່າງ ຢ່າງໃຫຍ່ຫລວງ ໂດຍສະເພາະແມ່ນກ່ຽວ
ກັບການສຶກສາຂອງພວກລູກຂ້ອຍ ຄືຖ້າຫາກລູກຂ້ອຍມີການບ້ານ ເຂົາເຈົ້າ
ກໍສາມາດເຮັດແລ້ວທັນໄດ້ ໂດຍທີ່ພວກເຂົາເຈົ້າບໍ່ຕ້ອງນັ່ງຖ້າຈົນກວ່າຂ້ອຍ
ມາໃຕ້ທຽນໃຫ້ ຫລືອອກໄປເຮັດການບ້ານຢູ່ນອກບ້ານ.”
ກຸ່ມ Koch Hope ຕ້ອງການຈະຂະຫຍາຍໂຄງການນີ້ໄປຍັງຂົງເຂດອື່ນໆ ນໍາ ແຕ່ວ່າ
ຕົນຕ້ອງການການຊ່ວຍເຫລືອດ້ານເງິນຄໍາ ເພື່ອເອົາມາຊື້ຫຼອດ ຊິລິໂຄນສີດກັນຮົ່ວ
ທີ່ມີລາຄາແພງນັ້ນ.
ທ່ານຜູ້ຟັງທາງປະເທດລາວ ທີ່ບໍ່ມີໄຟຟ້າໃຊ້ ຖ້າຫາກວ່າສາມາດຫາວັດຖຸທີ່ກ່າວມາຂ້າງ
ເທິງນັ້ນໄດ້ ກໍລອງທົດລອງເຮັດເບິ່ງ ເພື່ອຈະໄດ້ມີແສງສະຫວ່າງໃນບ້ານເຮືອນ ບໍ່ຕ້ອງ
ງົມມືດອືກຕໍ່ໄປ.
ເບິ່ງລາຍງານພາສາອັງກິດ:
http://www.voanews.com/templates/widgetDisplay.html?id=136477173&player=article