ສະຫະລັດຮຽກຮ້ອງໃຫ້ ມຽນມາຮັບປະກັນ ໃຫ້ມີການເລືອກຕັ້ງຢ່າງເສລີ (ເບິ່ງສະໄລດ໌)

ປະທານາທິບໍດີມຽນມາ ທ່ານ Thein Sein ຕ້ອນຮັບ ຜູ້ແທນສະພາສູງສະຫະລັດ ທ່ານ John McCain ຢູ່ທໍານຽບປະທານາທິບໍດີ ທີ່ນະຄອນຫລວງ Naypyitaw, ມຽນມາ, ວັນທີ 22 ມັງກອນ 2012. ວັນທີ 22, ມັງກອນ 2012.

ສະມາຊິກ​ສະພາ​ສູງ​ທີ່ສໍາ​ຄັນ​ຄົນ​ນຶ່ງ​ຂອງ​ສະຫະລັດກ່າວ​ວ່າ ສະຫະ​ລັດມີ​ຄວາ​ມພໍ​ໃຈນໍາ
ຄວາມ​ຄືບ​ໜ້າຫວ່າງ​ໝໍ່ໆ​ມາ​ນີ້ ​ໃນ​ການ​ປະຕິ​ຮູບໄປ​ສູ່​ປະ​ຊາ​ທິປະ​ໄຕໃນ​ມຽນ​ມານັ້ນ ​ແຕ່
ກໍກ່າວວ່າ ລັດຖະບານ​ໃໝ່​ພົນລະ​ເຮືອນ​ແຕ່​ໃນ​ນາມ​ຂອງ​ມຽນມາ​ ຈະຕ້ອງ​ຮັບປະກັນ​ໃຫ້
​ມີ​ຄວາມທ່ຽງທໍາ ແລະເສຣີ​ ​ໃນການ​ເລືອກ​ຕັ້ງຮອບ​ພິ​ເສດ ​ໃນ​ເດືອນ​ເມສາທີ່​ຈະ​ມາ​ເຖິງ​ນີ້.

ທ່ານ John McCain ຜູ້​ແທນ​ອະ​ວຸໂສ​ໃນຄະນະ​ກໍາ​ມະ​ການ​ວ່າ​ດ້ວຍ​ກອງທັບ​ຂອງສະພາ
​ສູງ ​ໄດ້​ກ່າວ​ເຊ່ນ​ນັ້ນ​ໃນ​ວັນ​ອາທິດວານ​ນີ້ ທີ່ນະຄອນ​ຢາງ​ກຸ້ງ ຫລັງ​ຈາກ​ໄດ້​ພົບ​ປະ​ກັບປະ
ທານາທິບໍດີ Thien Sein ​ແລະພົບ​ປະອີກ​ຕ່າງຫາກ​ກັບ​ຜູ້​ນໍາ​ຝ່າ​ຍຄ້າ​ນ​ເພື່ອປະຊາທິປະ
​ໄຕ ທ່ານ​ນາງ ອອງຊານ ຊູ​ຈີ ຊຶ່ງທ່ານກ່າວ​ວ່າ:

“ພວກ​ເຮົາ​ຮູ້ສຶກມີ​ກໍາລັງ​ໃຈ ນໍາ​ເຫດການຕ່າງໆ​ທີ່​ເກີດ​ຂື້ນໃນໝໍ່ໆ​ມາ​ນີ້ ​ແຕ່ພວກ​ເຮົາ
​ກໍ​ຮູ້​ດີວ່າ​ ຍັງ​ມີ​ອີກຫລາຍ​ສິ່ງ​ຫລາຍຢ່າງ​ທີ່​ຈະ​ຕ້ອງ​ໄດ້ເຮັດ​ອີກ​ຢູ່.”

ເບິ່ງຮູບມຽນມາປ່ອຍນັກໂທດ:

ທ່ານ McCain ​ກ່າວວ່າ ທ່ານ​ໄດ້​ບອກ​ປະທານາທິບໍດີ​ມຽນມາວ່າ ລັດຖະບານ​ມຽນມາ
ຈະ​ຕ້ອງ​ໄດ້​ແກ້​ໄຂ​ບັນຫາ​ການ​ຂັດ​ແຍ້​ງທີ່​ມີ​ມາ​ນານກັບ​ພວກ​ຊົນ​ເຜົ່ານັ້ນ ​ແລະສ້າງ​ຄວາມ
​ເຂ້​ມ​ແຂງ​ໃຫ້​ແກ່​ການ​ປົກຄອງ​ດ້ວຍ​ໂຕ​ບົດ​ກົດໝາຍ​ ກ່ອນທີ່ວໍ​ຊິງ​ຕັນຈະ​ພິຈາລະນາ​ຍົກ​ເລິກ
​ການລົງ​ໂທດ​ທາງ​ດ້ານເສດ​ທະ​ກິດ ທີ່​ໄດ້​ປະກາດ​ໃຊ້​ຕໍ່ລັດຖະບານທະຫາ​ນ ທີ່​ໄດ້​ກ້າວ​ລົງ​
ຈາກ​ອໍານາດ ​ໃນ​ປີທີ່ຜ່ານ​ມານັ້ນ.

ໃນມື້​ວັນ​ເສົາ ຄະນະຜູ້​ແທນສະຫະລັດ ຊຶ່ງ​ຮວມ​ທັງສະມາຊິກ​ສະພາ​ສູງ Joseph Lieberman
ນໍາ​ນັ້ນ ກໍ​ໄດ້​ເພີ້​ມຄວາມ​ກົດ​ດັນ​ຕໍ່​ຫວຽດນາມ​ເຊ່ນ​ກັນ ໂດຍ​ຮຽກຮ້ອງໃຫ້ຫວຽດນາມ​ປັບ​ປຸ​ງ​
ໃຫ້​ດີ​ຂື້ນ ປະວັດ​ດ້ານສິດທິ​ມະນຸດຂອງ​ຕົນ ຖ້າ​ຫາກ​ວ່າ​ຮ່າ​ໂນ​ຍ​ຕ້ອງການທີ່​ຈະຂະຫຍາຍການ​
ຮ່ວມ​ມື​ທາງ​ດ້ານ​ທະ​ຫານ​ກັບວໍ​ຊິງ​ຕັນ.