ທ່ານ Romney ພົບ​ປະ​ ກັບ​ນາຍົກ ລມຕ Cameron ​ທີ່ລອນດອນ (ວີດິໂອ)

  • ທອງປານ ເທບວົງສາ

ທ່ານ Mitt Romney (ຊ້າຍ) ພົບປະກັບ ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ທີ່ລອນດອນ, ວັນທີ 26 ກໍລະກົດ 2012.

ທ່ານ ມິດ ຣອມນີ ຜູ້​ສະໝັກ​ເລືອກ​ຕັ້ງ​ຕໍາ​ແໜ່​ງປະທານາທິບໍດີ​ສະຫະລັດ ​ພົບ​ປະ​ກັບ
​ທ່ານ David Cameron ນາຍົກລັດຖະມົນຕີອັງກິດ​ ທີ່ກຸງ​ລອນດອນ ​ໃນ​ວັນ​ພະຫັດ
ມື້​ນີ້ ​ໃນ​ການ​ເລີ່​ມຕົ້ນ​ຢ້ຽມຢາມສາມ​ປະ​ເທດ ທີ່​ແນ​ເປົ້າໝາຍໃສ່​ການ​ສົ່ງ​ເສີມ​ຊື່​ສຽງ​ຂອງ
​ທ່ານ ​ໃນດ້ານ​ນະ​ໂຍບາຍ​ຕ່າງປະ​ເທດ​.

ທ່ານ ມິດ ຣອມນີ ​ທີ່​ຄາດ​ກັນ​ວ່າ​ຈະຖືກ​ຄັດ​ເລືອກ​ໃຫ້ເປັນ​ຜູ້ສະມັກ​ເລືອກ​ຕັ້ງ​ປະທານາທິ
ບໍດີ ຕາງໜ້າພັກຣີພັບ​ບລິ​ກັນນັ້ນ ​ໄດ້​ເດີນທາງ​ໄປ​ເຖິງ​ລອນດອນ​ ​ເມືອງຫຼວງຂອງ​ອັງກິດ
​ເພື່ອ​ວັນ​ພຸດ​ວານ​ນີ້ ​ເພື່ອ​ພົບ​ປະ​ເຈ​ລະ​ກັບ​ນາຍົກລັດຖະມົນຕີ Cameron ພ້ອມ​ກັບຮອງ​
ນາຍົກລັດຖະມົນຕີ ​Nick Clegg ​ແລະທ່ານ ​ໂທ​ນີ ​ແບ​ຣ ອະດີດ​ນາຍົກລັດຖະມົນຕີອັງກິດ.
ທ່ານ​ມິດ ຣອມນີ ຍັງ​ຈະ​ໄປ​ປາກົດ​ຕົວໃນ​ພິທີ​ເປີດ​ການ​ແຂ່ງຂັນ​ກີລາ​ໂອ​ລິ​ມ ປິກ​ 2012
ກ່ອນ​ຈະ​ອອກ​ເດີນທາງ​ຕໍ່​ໄປ​ຍັງ​ປະ​ເທ​ດອີສຣາ​ແອ​ລ ​ແລະ​ໂປ​ແລນ​ດ໌.

ໃນ​ເວລາ​ນີ້ ທ່ານຣອມນີ ກໍາລັງ​ປະ​ເຊີນ​ກັບ​ຄໍາ​ນິນທາ​ກ່ຽວ​ກັບ​ເລຶ່ອງໆ​ນຶ່ງ ​ເມື່ອ​ບໍ່​ດົນ
​ມາ​ນີ້ ທີ່​ລົງ​ພິມ​ໃນ​ໜັງສືພິມ Daily Telegraph ທີ່​ໄດ້​ອ້າງ​ຄໍາ​ເວົ້າ​ຂອງ​ທີ່​ປຶກສາ​ທີ່​ບໍ່​ຖືກ​
ລະບຸຊື່ຄົນ​ນຶ່ງ​ຂອງ​ທ່ານ​ມິດ​ ຣອມນີ ທີ່​ກ່າວວ່າ ທ່ານ​ໂອບາ​ມາ ປະທານາ​ທິບໍດີຜິວ​ດໍາ
​ຄົນ​ທໍາ​ອິດຂອງ​ສະຫະລັດ ທີ່​ບໍ່​ໄດ້​ຊື່ນ​ຊົມ​ກັບ​ມູນ​ເຊື້ອມໍລະດົກ Anglo–Saxon ທີ່​ມີ​
ຮ່ວມ​ກັນ ທີ່ເປັນ​ພື້ນຖານ​ຂອງຄວາມ​ສໍາພັນ​ລະຫວ່າງສະຫະລັດ​ແລະ​ອັງກິດ​ນັ້ນ. ທ່ານ​
ໂຈ ບາຍ​ເດັນ ຮອງ​ປະທານາທິບໍດີ​ສະຫະລັດ​ເອີ້ນຄວາມ​ເຫັນ​ດັ່ງກ່າວ​ນັ້ນ​ວ່າ ​ເປັນ​ຈຸດ​
ເລີ່​ມຕົ້ນທີ່ສ້າງ​ຄວາມ​ລໍາບາກ​ໃຈ ​ໃຫ້​ແກ່​ການ​ຢ້ຽມຢາມ​ຂອງ​ທ່ານ​ມິດ ຣອມນີ.

ໃນ​ຕອນ​ໃຫ້​ສໍາ​ພາດ​ກັບ​ NBC News ​ນັ້ນ ທ່ານ​ມິດ ຣອມນີ ​ກ່າວ​ວ່າ ສອງ​ປະ​ເທດ
ສະຫະລັດ​ແລະ​ອັງກິດ ມີ​ຄວາມ​ຜູກ​ພັນ​ນໍາກັນ​ ​ແລະ​ທ່ານ​ເຊື່ອ​ວ່າ ປະທານາທິບໍດີ​ໂອ​ບາ
​ມາ​ກໍ​ມີ​ທັດສະນະ​ແບບ​ດຽວ​ກັນນີ້.

ວີດິໂອກ່ຽວກັບ ການຢ້ຽມຢາມ ຂອງທ່ານ ຣອມນີ