ທົ່ວໂລກຮ່ວມໄວ້ອາໄລ ແກ່ພວກເສຍຊີວິດ ໃນວັນທີ 11 ກັນຍາ 2001 ທີ່ສະຫະລັດ (ເບິ່ງວີດີໂອ)

ມີການກາງທຸງຊາດອາເມຣິກັນຜືນໃຫຍ່ ໃນພິທີຂີດໝາຍຄົບຮອບ 10 ປີ ຂອງວັນທີ 11 ກັນຍາ 2001 ຢູ່ນະຄອນຫລວງປາຣີ ຂອງປະເທດຝຣັ່ງ, ວັນອາທິດວານນີ້ ທີ 11 ກັນຍາ, 2011.

ຜູ້​ຄົນ​ໃນ​ທົ່ວ​ໂລກ​ໄດ້ພາກັນ​ປະກອບສ່ວນ​ຢ່າງ​ເຄ່ງ​ຂຶມ ​ໃນ​ພິທີ​ຂີດ​ໝາຍວັນຄົບຮອບ 10 ປີ ຂອງ​ວັນ​ທີ 11 ກັນຍາ ວັນ​ກໍ່ວິນາດ​ສະ​ກໍາຕໍ່​ສະຫະລັດ ​ເມື່ອ​ປີ 2001 ​ທີ່​ໄດ້​ສັງຫານຜູ້​ຄົນ​ເກືອບ​ເຖິງ 3,000 ຄົນ​ໃນ​ວັນ​ດຽວກັ​ນ ​ທີ່ນະຄອນ New York, ກຸງ Washington ​ແລະ​ເຂດ​ຊົນນະບົດ​ຂອງ​ລັດ Pennsylvania.

ປະຊາກອນ​ຈາກ 90 ປະ​ເທດ​ໄດ້​ເສຍ​ຊີວິດໄປໃນ​ມື້​ນັ້ນ​ ຊຶ່ງ​ມີ​ຊາວ​ອັງກິດ​ເຖິງ 67 ຄົນ.​

ທີ່​ອັງກິດ, ​ເຈົ້າຟ້າ​ຊາຍ Charles ​ແລະ​ນາຍົກລັດຖະມົນຕີ​ທ່ານ David Cameron ​ໄດ້​ປະກອບສ່ວນ​ກັບສະມາຊິກ​ຄອບຄົວ​ພວກໄດ້​ຮັບ​ເຄາະ​ ໃນ​ພິທີວາງ​ພວງມາລາ​ທີ່​ມີ​ການອ່ານ ​ຊື່ອອກສຽງ​ດັງ​ໆ​ ຂອງ​ພວກ​ທີ່​ເສຍ​ຊີວິດ​ທັງ​ໝົດ 67 ຄົນ.

ພະ​ສັນຕະປາປາ ຫຼື​ພະ​ສັງຄະ​ລາດ​ຂອງ​ສາສະໜາ​ຄຣີສ ກໍ​ໄດ້​ສູດ​ມົນ​ພາ​ວັນນາ​ໃຫ້​ພວກໄດ້​ຮັບເ​ຄາະຮ້າຍ​ແລະ​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ. ຜູ້​ນໍາ​ຂອງ​ສາສະໜາໂຣມັນກາ​ໂຕຣິກ ​ຍັງ​ໄດ້​ຮຽກຮ້ອງໃຫ້​ຄົນ​ທັງຫຼາຍ​ທັງ​ປວງ​ ລະ​ເວັ້ນຈາກຄວາມ​ຮຸນ​ແຮງ​ ​ແລະໃຫ້ປະ​ຕິ​ບັດ​ງານ​ເພື່ອ ສະໝານ​ສາມັກຄີປອງ​ດອງ​ກັນ ເພື່ອ​ຄວາມ​ເປັນເອກະ​ພາບ ​ຄວາມ​ຍຸດຕິ​ທໍາ ແລະສັນຕິສຸກ​.

ທີ່​ກຸ​ງປາ​ຣີ ປະ​ເທດ​ຝຣັ່ງ ກໍ​ມີ​ຜູ້​ຄົນ​ຈໍ​ານວນ​ຫຼາຍ​ພັນ​ຄົນ ພາກັນໄປເຕົ້າ​ໂຮມ​ຢູ່ໃກ້ໆ​ກັບ​ຫໍ Tour Eiffel ​ແລະ​ກໍ​ໄດ້​ມີ​ການ​ສອດ​ມົນ​ພາ​ວັນນາ​ທີ່ ​ໂບດ Notre Dame. ​ອະດີດ​ປະທານາທິບໍດີ Jacques Chirac ​ແມ່ນ​ເປັນ​ຜູ້ນໍາ​ຂອງ​ໂລກ​ຜູ້​ທໍາ​ອິດ​ ທີ່ໄດ້​ມາ​ຢ້ຽມຢາມ​ສະຫະລັດ​ຫຼັງ​ຈາກ​ການ​ໂຈມ​ຕີ​ດັ່ງກ່າວນັ້ນ. ຢູ່​ໃນ​ແຫ່ງ​ອື່ນໆ​ໃນ​ທົ່ວ​ຢູ​ໂຣບ ກໍ​ມີ​ການຈັດພິທີ ໄວ້​ອາ​ໄລ​ແລະ​ລະ​ລຶກ​ເຖິງ​ເຫດການ​ດັ່ງກ່າວ​ ເຊ່ນກັນ ​ ຊຶ່ງ​ຮວມທັງ​ໃນ​ປະ​ເທດ Hungary, Poland, ​ແລະ ສາທາລະນະ​ລັດ Czech.

ພວກ​ເດັກນ້ອຍ​ໄດ້ຈຸດ​ທຽນ​ໄຂ​ແລະ​ຮ້ອງ​ເພງ​ ຢູ່​ສະຖານທູດ​ອະ​ເມຣິກາ​ໃນ​ນະຄອນຫຼວງ​ປັກ​ກິ່ງ​. ໃນ​ດ້ານເອກ​ອັກຄະ​ລັດຖະທູດອັຟກາ​ນິສຖານປະ​ຈໍາ​ສະຫະລັດ ທ່ານ Eklil Hakimi ນັ້ນ ໄດ້ກ່າວ​ວ່າ ປະຊາຊົນ​ອັຟກາ​ນິສຖານ​ເຂົ້າ​ໃຈ​ເຖິງ​ຄວາມ​ເຈັບ​ປວດ​ທີ່​ສະຫະລັດ​ໄດ້​ຮັບ​ຈາກ​ການ​ກະທໍາ​ຂອງ​ພວກ​ກໍ່​ການ​ຮ້າຍ​ນັ້ນ.

ທາງລັດຖະບານ​ຂອງປາ​ກີ​ສຖານ​ ກໍກ່າວ​ວ່າ ຕົນ​ສົມທົບ​ກັບໂລກ​ ໃນ​ການ​ໃຫ້​ກຽດ​ໄວ້​ອາ​ໄລແກ່​ພວກ​ໄດ້ຮັບເຄາະ​ທັງ​ໝົດ​ ຈາ​ກການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ ຕັ້ງ​ແຕ່ວັນ​ທີ 11 ກັນຍາ ປີ 2001 ນັ້ນ ມາຈົນເທົ່າ​ເຖິງ​ປະຈຸ​ບັນ​ນີ້.

ເບິ່ງວີດີໂອ ກ່ຽວກັບສະພາບການຢູ່ນິວຢອກ ໃນທ້າຍສັບປະດາຜ່ານມາ