ເສດຖີໃຈບຸນຈີນຄົນນຶ່ງກ່າວວ່າ ທ່ານໄດ້ບໍລິຈາກເງິນຈໍານວນຫລາຍກວ່າ 16 ລ້ານໂດລາ ໃນລະຫວ່າງການຢ້ຽມຢານໄຕ້ຫວັນເປັນເວລາ 1 ສັບປະດາ ຮວມທັງການເອົາເງິນຈໍານວນຫລາຍໝື່ນໂດລາ ໃສ່ໃນຊອງສີແດງ ແຈກໃຫ້ພວກຜູ້ຄົນຍ່າງຕາມຖະໜົນຫົນທາງສາຍຕ່າງໆ.
ມະຫາເສດຖີໜຸ່ມໃຈບຸນ Chen Guangbiao ລົມກັບນັກຂ່າວ, ວັນທີ 30 ມັງກອນ 2011. (taken by Zhang Nan)
ອົງການຂ່າວທາງການຂອງໄຕ້ຫວັນ ລາຍງານຂ່າວໃນວັນອັງຄານມື້ນີ້ ອ້າງຄໍາເວົ້າຂອງ
ທ່ານ Chen Guangbiao ມະຫາເສດຖີເງິນພັນລ້ານ ວ່າທ່ານໄດ້ແຈກຢາຍເງິນ ຈໍານວນ
ຫລາຍກວ່າ 2 ລ້ານ 7 ແສນ 5 ໝື່ນໂດລາໃຫ້ປະຊາຊົນຕາມຖະໜົນຫົນທາງ ແລະມອບ
ເງິນຈໍານວນທີ່ຍັງເຫລືອໃຫ້ກຸ່ມການກຸສົນຕ່າງໆ ທີ່ຂໍບໍ່ໃຫ້ເປີດເຜີຍຊື່ຂອງພວກເຂົາເຈົ້າ.
ອົງການຂ່າວນີ້ເວົ້າຕື່ມວ່າ ທ່ານ Chen ໄດ້ມີຊື່ສຽງໂດ່ງດັງຢູ່ແລ້ວ ໃນຈີນແຜ່ນດິນໃຫຍ່ ຍ້ອນຄວາມເປັນຄົນໃຈບຸນສຸນທານຂອງທ່ານນັ້ນ ໄດ້ແຈກຢາຍເງິນຫລາຍກວ່າ 1 ລ້ານໂດລາໃສ່ໃນຊອງສີແດງໃຫ້ພວກຜູ້ຄົນທີ່ທຸກຍາກໃນມື້ດຽວ ແຕ່ຫລັງຈາກມີຜູ້ຄົນຕິດຕາມທ່ານ ເປັນຈໍານວນຫລາຍຂຶ້ນ ຢ່າງບໍ່ເປັນລະບຽບນັ້ນ ທ່ານ Chen ກໍໄດ້ຫັນໄປໄຊ້ວິທີການໃຫ້ທານ ແບບບໍ່ເປີດເຜີຍ.
ທ່ານ Chen Guangbiao ແຈກເງິນໃຫ້ຄົນທຸກ ເນື່ອງໃນບຸນລະດູບານໃໝ່ ຫລືກຸດຈີນ. (photo provided by Chen Gangbiao)
ເຖິງແມ່ນມີຄວາມພໍອົກພໍໃຈນໍາການບໍລິຈາກເງິນຂອງທ່ານ Chen ກໍຕາມ ແຕ່ຊາວໄຕ້ຫວັນບາງຄົນພາກັນຈົ່ມວ່າ ການຢ້ຽມ ຢາມໄຕ້ຫວັນຂອງທ່ານ Chen ເປັນການໂຄສະນາຊວນເຊື່ອ ທີ່ມີວັດຖຸປະສົງເພື່ອເຮັດໃຫ້ປະຊາ ຊົນໄຕ້ຫວັນມີຄວາມເຕັມໃຈທີ່ ຈະທ້ອນໂຮມກັນຄືນກັບຈີນແຜ່ນ ດິນໃຫຍ່ຫລາຍຂຶ້ນ. ລາຍໄດ້ສະ ເຫລ່ຍຂອງຊາວໄຕ້ຫວັນ ແມ່ນ ສູງກວ່າລາຍໄດ້ສະເຫລ່ຍຂອງ ຄົນຈີນແຜ່ນດິນໃຫຍ່ 5 ເທົ່າໂຕ.