ສະບາຍດີທ່ານຜູ້ຟັງ ຄໍ່າຄືນນີ້ ວັນນະສອນຕັ້ງໃຈມາຈັດເພງຂອງຜົນງານເພງຊຸດໃໝ່
ທີ່ມີຫຼາຍໆສິນລະປິນ ຮ້ອງຮວມກັນເຊັ່ນ ໄກຄໍາ ອຸດົມ ດາຣາເພັດ ສຸດໃຈ ພູເຮືອງຫົງ
ຂໍເລີ່ມດ້ວຍເພງຂອງ ໄກຄໍາ ອຸດົມ ທີ່ທັງຂັບຮ້ອງແລະປະພັນເອງ “ໄກບ້ານ”
ວັນນະສອນຂໍມອບໃຫ້ທຸກທ່ານ ທີ່ຢູ່ໄກບ້ານແລະຫັວງວ່າ ຟັງເພງນີ້ແລ້ວ ຫຼາຍໆ
ທ່ານຄົງຈະຕ້ອງກັບໄປຢາມບ້ານແລ້ວລະ.
ເພງ: “ໄກບ້ານ” - ໄກຄໍາ ອຸດົມ
ດາຣາເພດ
ສ່ວນສິນລະປິນສາວຄົນຕໍ່ໄປນີ້ ບໍ່ບອກກະຮູ້ ເພາະວ່າເປັນ
ສິນລະປິນທີ່ຢູ່ໃນດວງໃຈຂອງທຸກໆຄົນ ດາຣາເພັດ ທີ່ຈະ
ມາກ່ອມທ່ານໃນບົດເພງ ໝອງຫຼົ່ມຣະທົມໃຈ ທີ່ເປັນສະບັບ
ຂອງຜູ້ຍິງ ແລະແນ່ນອນເພງນີ້ພາໃຫ້ຫຼາຍໆທ່ານຄິດຮອດ
ໜອງຫຼົ່ມໃນອະດີດເປັນແນ່ແທ້.
ເພງ: “ໝອງຫຼົ່ມຣະທົມໃຈ” - ດາຣາເພັດ
ວັນນະສອນພ້ອມດ້ວຍລາຍການສຽງເພງຈາກແດນໄກຂອງ VOA ຂໍອໍາລາທ່ານ
ໄປກ່ອນແລະຂໍຝາກເພງ ໝ້າຍໃຈດຽວ ຂອງ ສຸດໃຈ ພູເຮືອງຫົງ ແລະວ່າ ນໍ້າສຽງ
ຈະມ່ວນສະເດາະຫູຢ່າງໃດນັ້ນ ຂຽນ email ມາບອກທາງເຮົາດ້ວຍ.
ຢ່າລືມກັບມາພົບກັບວັນນະສອນພ້ອມດ້ວຍສຽງເພງມ່ວນໆ ຂໍໃຫ້ທຸກໆທ່ານນອນລັບຝັນດີ
ເພງ: “ໝ້າຍໃຈດຽວ” - ສຸດໃຈ ພູເຮືອງຫົງ