ການຈັບກຸມ ຜູ້ໂຈມຕີ ຫໍລັດຖະສະພາ ສະຫະລັດ ກາຍ 430 ຄົນແລ້ວ

ຕຳຫຼວດຕັ້ງແຖວຍາມຫໍລັດຖະສະພາ ຫຼັງຈາກພວກຈະລາຈົນໄດ້ບຸກເຂົ້າໄປທາງໃນ, ນະຄອນຫຼວງ ວໍຊິງຕັນ. ວັນທີ 6 ມັງກອນ 2021.

ບັນດາເຈົ້າໜ້າທີ່ລັດຖະບານກາງ ສະຫະລັດ ໄດ້ຈັບກຸມຫຼາຍກວ່າ 430 ຄົນໃນການເຊື່ອມໂຍງກັບການໂຈມຕີຫໍລັດຖະສະພາ ສະຫະລັດ ເມື່ອວັນທີ 6 ມັງກອນທີ່ຜ່ານມາ, ອີງຕາມການກ່າວຕໍ່ບັນ ດາສະມາຊິກສະພາໂດຍເຈົ້າໜ້າທີ່ກະຊວງຍຸຕິທຳ ໃນວັນພະຫັດວານນີ້, ແລະ ທ່ານກ່າວຕື່ມວ່າຕົວເລກຂອງຜູ້ຖືກຈັບກຸມຈະສືບຕໍ່ເພີ່ມຂຶ້ນ.

ຕົວເລກດັ່ງກ່າວ, ເຊິ່ງຖືກປະກາດໂດຍຮອງລັດຖະມົນຕີິກະຊວງຍຸຕິທຳ ທ່ານ ແບຣດ ວຽກແມນ (Brad Wiegmann), ໄດ້ສະແດງໃຫ້ເຫັນວ່າ ຫຼາຍກວ່າເຄິ່ງນຶ່ງຂອງຜູ້ສະໜັບສະນູນອະດີດປະ ທານາທິບໍດີ ດໍໂນລ ທຣຳ ທີ່ຄາດວ່າມີ 800 ຄົນທີ່ໄດ້ບຸກເຂົ້າໄປໃນຫໍລັດຖະສະພາ ເພື່ອປ້ອງກັນສະພາຈາກການປະກາດໃຫ້ທ່ານ ໂຈ ໄບເດັນ ເປັນຜູ້ຊະນະເລີດໃນການເລືອກຕັ້ງປະທານາທິບໍດີ ເມື່ອເດືອນພະຈິກປີກາຍນີ້.

ການໂຈມຕີທີ່ວ່ານັ້ນ, ເຊິ່ງໄດ້ເຮັດໃຫ້ 5 ຄົນເສຍຊີວິດ, ລວມມີເຈົ້າໜ້າທີ່ຕຳຫຼວດຫໍລັດຖະສະພາ, ແລະ ເຈົ້າໜ້າທີ່ອີກຫຼາຍກວ່າ 100 ຄົນ ໄດ້ຮັບບາດເຈັບນັ້ນ, ໄດ້ກະຕຸ້ນໃຫ້ເກີດນຶ່ງໃນການສືບ ສວນສອບສວນດ້ານອາຍາທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງ ສະຫະລັດ. ບັນດາເຈົ້າໜ້າທີ່ກະ ຊວງຍຸຕິທຳໄດ້ກ່າວວ່າ ການສືບສວນສອບສວນດັ່ງກ່າວໃນທີ່ສຸດອາດນຳໄປສູ່ການຕັ້ງຂໍ້ກ່າວຫາຕໍ່ຫຼາຍເຖິງ 500 ຄົນ.

ທ່ານ ວຽກແມນ ໄດ້ໃຫ້ການຕໍ່ອະນຸກຳມະການສະພາຕໍ່າ ສະຫະລັດ ກ່ຽວກັບ ການຄ້າ ແລະຄວາມຍຸຕິທຳວ່າ “ໃນຂະນະທີ່ການສືບສວນສອບສວນສືບຍັງດຳເນີນຕໍ່ໄປ, ແລະ ຫຼັກຖານທີ່ພຽງ ພໍເພີ່ມເຕີມໄດ້ຖືກລວບລວມ ແລະ ພວກໍ່ການຜູ້ກະທຳຜິດຄົນອື່ນໆໄດ້ຖືກລະບຸຕົວນັ້ນ, ພວກເຮົາຈະສືບຕໍ່ ຕັ້ງຂໍ້ກ່າວຫາຕໍ່ຜູ້ກະທຳຜິດເພີ່ມເຕີມທີ່ກ່ຽວຂ້ອງກັບເຫດການເມື່ອວັນທີ 6 ມັງກອນ.”

ພວກທີ່ຖືກຈັບກຸມລວມມີຜູ້ສະໜັບສະໜູນທ່ານ ທຣຳ ຫຼາຍຮ້ອຍຄົນໂດຍທີ່ບໍ່ຮູ້ວ່າມີສາຍພົວພັນກັບອົງການຫົວຮຸນແຮງ ແຕ່ເຊັ່ນດຽວກັບສະມາຊິກຫຼາຍສິບຄົນຂອງກຸ່ມຂວາຈັດ, ພ້ອມກັບເຈົ້າ ໜ້າທີ່ບັນຄັບໃຊ້ກົດໝາຍ ແລະ ທະຫານໃນອະດີດ ແລະ ປັດຈຸບັນ.

ທ່ານນາງ ຈິລ ແຊນບອນ (Jill Sanborn), ຫົວໜ້າປາບປາມລັດທິກໍ່ການຮ້າຍຂອງອົງການ FBI ໄດ້ກ່າວຕໍ່ອະນຸກຳມະການດັ່ງກ່າວວ່າ ຕົວເລກຂອງເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ແລະ ທະຫານທີ່ກຳລັງຖືກສືບສວນສອບສວນ ສຳລັບລັດທິຫົວຮຸນແຮງພາຍໃນປະເທດແມ່ນ “ຂ້ອນຂ້າງຈະນ້ອຍ.”

ທ່ານນາງ ແຊນບອນ ໄດ້ກ່າວວ່າ “ຕົ້ນຕໍແລ້ວມັນແມ່ນບຸກຄົນທີ່ເປັນອະດີດເຈົ້າໜ້າທີ່ ບໍ່ແມ່ນປັດຈຸບັນ.”

ອ່ານຂ່າວນີ້ເປັນພາສາອັງກິດ