ປະເທດໄທໄດ້ອອກໝາຍຈັບ ເຈົ້າໜ້າທີ່ທະຫານຂັ້ນສູງຄົນນຶ່ງ
ທີ່ສົງໄສວ່າພົວພັນກັບການຄ້າມະນຸດ ທີ່ເປັນຊາວອົບພະຍົບ
ທາງເຮືອຈາກມຽນມາ ແລະບັງກລາແດັສ.
ພົນໂທ Manas Kongpan ເປັນເຈົ້າໜ້າທີ່ຂັ້ນສູງສຸດທີ່ພົວພັນ
ໃນລະຫວ່າງການປາບປາມຂອງລັດຖະບານໄທ ຕໍ່ເຄືອຂ່າຍ
ການລັກລອບຄ້າມະນຸດທີ່ກວ້າງ ຂວາງນັ້ນ.
ນາຍພົນອາຍຸ 58 ປີທ່ານນີ້ ໄດ້ຖືກກ່າວຫາວ່າຄ້າມະນຸດ ກັກ
ຂັງຜູ້ເຄາະຮ້າຍ ໃນການຄ້າມະນຸດ ແລະຈັບພວກກ່ຽວເພື່ອຮຽກ
ຄ່າໄຖ່ ອີງຕາມລາຍງານຂອງ ໜັງສືພິມBangkok Post.
Your browser doesn’t support HTML5
ໃນຕອນຕົ້ນ ພວກທະຫານໄທທີ່ປົກຄອງປະເທດ ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການ ສະເໜີ
ແນະວ່າ ມີພວກນາຍທະຫານຂອງຕົນພົວພັນກັບເຄືອຂ່າຍລັກລອບຄ້າມະນຸດ ແຕ່ກັບ
ມີການຈັບກຸມເຈົ້າໜ້າທີ່ຊັ້ນຕຳ່ຫລາຍສິບຄົນແທນ.
ການປາບປາມ ທີ່ເລີ້ມຂຶ້ນໃນເດືອນແລ້ວນີ້ ໄດ້ເກີດລົບກວນເຄືອຂ່າຍການຂົນສົ່ງຂອງ
ພວກອາຊະຍາກອນ ທີ່ມີມາດົນນານ ແຕ່ພາໃຫ້ມີການປະປ່ອຍພວກຜູ້ເຄາະຮ້າຍໄວ້ຢູ່
ກາງທະເລ.
ໃນເດືອນແລ້ວນີ້ ຊາວອົບພຍົບຫລາຍພັນຄົນ ໄດ້ພາກັນລອຍເຂົ້າຝັ່ງຫລືໄດ້ຮັບ ການກູ້
ໄພຈາກເຮືອຕ່າງໆ ຢູ່ຕາມຊາຍຝັ່ງຂອງມາເລເຊຍ ອິນໂດເນເຊຍ ໄທ ແລະບັງກລາແດັສ