ໄອຍະການຂອງແບລຈຽມ ໄດ້ລະບຸຕົວຜູ້ຕ້ອງສົງໄສຄົນໃໝ່ຜູ້ນຶ່ງ
ໃນການໂຈມຕີເມື່ອວັນອັງຄານຜ່ານມາ ຕໍ່ສະໜາມບິນນະຄອນ
Brussels ແລະສະຖານີລົດໄຟ ແລະ ໂດຍໄດ້ອອກໝາຍຈັບ
ຜູ້ກ່ຽວ.
ຫ້ອງການສຳນັກງານໄອຍະການແຫ່ງຊາດ ໄດ້ກ່າວໃນຖະແຫລງ
ການ ສະບັບວັນເສົາວານນີ້ ວ່າ ຕົນໄດ້ອອກໝາຍຈັບຊາຍຄົນນຶ່ງ
ທີ່ຕົນພຽງແຕ່ໄດ້ລະບຸ ຄື ທ້າວ Faycal C. ຍ້ອນ “ການມີສ່ວນ
ພົວພັນໃນກຸ່ມກໍ່ການຮ້າຍ ການສັງຫານກໍ່ການຮ້າຍ ແລະການ
ມີເຈດຕະນາສັງຫານກໍ່ການຮ້າຍ.”
ຮູບພາບເຜີຍແຜ່ໂດຍ ຕຳຫຼວດແຫ່ງຊາດຂອງແບລຈຽມ ອີງຕາມຄວາມຮຽກຮ້ອງຂອງໄອຍະການແຫ່ງຊາດ ສະແດງໃຫ້ເຫັນພາບຈາກຈໍພາບ ຂອງກ້ອງວົງຈອນປິດ ທີ່ມີພວກຜູ້ຕ້ອງສົງໄສ ທຳການໂຈມຕີ ເມື່ອຕອນເຊົ້າ ຢູ່ທີ່ສະໜາມບິນ ນະຄອນ Brussels, ໃນເຂດ Zaventem, ວັນທີ 22 ມີນາ 2016.
ຖະແຫລງການດັ່ງກ່າວ ບໍ່ໄດ້ຢືນຢັນວ່າ ທ້າວ Faycal C. ເປັນມືລະເບີດສະຫຼະຊີບ
ຄົນທີສາມ ທີ່ໄດ້ເຫັນຢູ່ໃນວີດີໂອຂອງກ້ອງຮັກສາຄວາມປອດໄພຂອງສະໜາມບິນ
ທີ່ຍ່າງຄຽງຂ້າງຊາຍສອງຄົນ ຜູ້ໄດ້ລະເບີດຕົວເອງຕາຍນັ້ນ.
ເຊີນຊົມ ວີດີໂອ ລາຍງານ ກ່ຽວກັບເລື້ອງນີ້
Your browser doesn’t support HTML5
On The Scene: Molenbeek Belgium
ສື່ມວນຊົນຂອງແບລຈຽມ ໄດ້ລາຍງານແຈ້ງວ່າ ຊາຍຜູ້ທີ່ມີຊື່ວ່າ ທ້າວ Faycal Cheffou
ແມ່ນເປັນຜູ້ຕ້ອງສົງໄສ ທີ່ໄດ້ຫລົບໜີໄປຈາກສະໜາມບິນນະຄອນ Brussels.
ເຊີນຊົມ ວີດີໂອ ລາຍງານ ກ່ຽວກັບເລື້ອງນີ້
Your browser doesn’t support HTML5
Concerns Linger About Belgium’s Security as Kerry Pays Tribute
ເຊີນຊົມ ວີດີໂອ ລາຍງານ ກ່ຽວກັບເລື້ອງນີ້
Your browser doesn’t support HTML5
Belgium’s Counterterror Struggles Underscore Long-Simmering Concerns