ຊາຍຄົນນຶ່ງຖືກກ່າວຫາ ຊ່ອຍວາງແຜນໂຈມຕີ ງານປະກວດ ກາຕູນ ຢູ່ເທັກຊັສ

ພາບຖ່າຍນີ້ ທີ່ບໍ່ລະບຸວັນເວລາ ຂອງ ນາຍ Abdul Malik Abdul Kareem ໃນຂະນະທີ່ເຈົ້າໜ້າທີ່ຮັກສາກົດໝາຍ ທຳການ ບັນທຶກຕົວເຂົ້າຄຸມຂັງ ໃນເມືອງ Maricopa, ລັດ Arizona.

ຊາຍ​ຄົນ​ນຶ່ງ ທີ່ຖືກ​ກ່າວ​ຫາ​ວ່າ ​ໃຫ້ການ​ຊ່ອຍ​ເຫຼືອ ໃນການວາງ​
ແຜນການ​ໂຈມ​ຕີ ຕໍ່​ງານ​ແຂ່ງຂັນແຕ້ມຮູບກາ​ຕູນ​ພະ​ສາ​ສະ​ດາ
Muhammad ຂອງ​ສາ​ສະໜາ​ອິສລາມ ຢູ່​ໃນ​ລັດ Texas ​ເມື່ອ
​ເດືອນ​ແລ້ວ​ນີ້ ​ໄດ້​ປາກົດ​ໂຕ ຢູ່​ທີ່​ສານ​ລັດຖະບານ​ກາງ ​ແຫ່ງນຶ່ງ​
ໃນ​ວັນ​ອັງຄານ​ວານ​ນີ້.

ນາຍ Abdul Malik Abdul Kareem ​ໄດ້​ຖືກ​ຈັບ​ກຸມ ​ເມື່ອ
​ອາທິດແລ້ວ​ນີ້ ຢູ່​ທີ່​ນະຄອນ Phoenix ລັດ Arizona ຢູ່​ທາງ
​ພາກ​ຕາ​ເວັນຕົກ​ສຽງ​ໃຕ້​ຂອງ​ສະຫະ​ລັດ. ອີງ​ຕາມ​ສຳ​ນວນຂອງ
​ສານນາຍ Kareem ໄດ້ໃຫ້ການ​ລ້ຽງ​ດູ ມື​ປືນ​ສອງ​ຄົນ ຄື ທ້າວ
Elton Simpson ​ແລະ ທ້າວ Nadir Soofi ຢູ່​ທີ່​ເຮືອນ ​ຂອງ
​ຜູ້ກ່ຽວ ຕັ້ງ​ແຕ່​ເດືອນ​ມັງກອນ ​ແລະ ​ໄດ້​ປຶກສາ​ຫາລື​ກັນ ​ເລື້ອ​ງ​ການປະຕິບັດການ​ໂຈມ​ຕີ.
ຜູ້ກ່ຽວ​ຖືກ​ ​ຟ້ອງ​ໃນ​ຂໍ້​ຫາ ສະໜອງ​ອາວຸດຫຼາຍຢ່າງ​ ໃຫ້​ແກ່ທ້າວ Simpson ​ແລະ ທ້າວ
Soofi ​ເພື່ອ​ນຳ​ໃຊ້​ໃນ​ການ​ໂຈມ​ຕີ ພ້ອມ​ກັນນັ້ນ ກໍສົມຮູ້​ຮ່ວມ​ຄິດ ​ແລະ ໄດ້ຕົວະ​ເຈົ້າໜ້າ​ທີ່
ລັດຖະບານ​ກາງ.

ທ້າວ Simpson ​ແລະ ທ້າວ Soofi ທີ່ເຊົ່າຫໍພັກ apartment ຢູ່ນຳກັນ ​ໃນ​ນະຄອນ Phoenix ​ໄດ້​ຂັບ​ລົດ​ໄປ ​ເມືອງ Garland ລັດ Texas ​ແລະ ​ໄດ້​ເປີດ​ສາກ​ຍິງປືນ​ເຂົ້າ​
ໃສ່​ສູນ​ຊຸມ​ຊົນ ບ່ອນ​ທີ່​ມີ​ການ​ຈັດ​ງານແຂ່ງຂັນ​ແຕ້ມ​ກາ​ຕູນ​ພະ​ສາ​ສະ​ດາ​ຂອງ​ສາສະໜາ​ອິສລາມ. ພວກ​ເຂົາ​ໄດ້​ຍິງ​ຍາມ​ຄົນ​ນຶ່ງ​ບາດ​ເຈັບກ່ອນ​ທີ່​ພວກ​ເຂົາຖືກ​ເຈົ້າໜ້າ​ທີ່​ຕຳຫຼວດ​
ເມືອງ Garland ຍິງ​ຕາຍ.

​ໃນ​ລະຫວ່າງ​ຮັບຟັງຄຳໃຫ້ການ ເມື່ອ​ວັນ​ອັງຄານ​ວານ​ນີ້ ພະນັກງານ ອົງການ​ສັນຕິ​ບານ​ກາງສະຫະລັດຫຼື FBI ທ່ານ​ນຶ່ງ​ໃຫ້ການ​ວ່າ ນາຍ Kareem ຢາກ​ເຂົ້າຮ່ວມ​ອົງການ​ກໍ່ການ​ຮ້າຍລັດ​ອິສລາມ ​ແລະ ຢາກ​ປະຕິບັດ​ການ​ໂຈມ​ຕີ ການ​ແຂ່ງຂັນ​ຊິງ​ແຊ້ມ Super Bowl ຂອງ​ສະຫະ​ພັນ ຟຸດ​ບອນ​ແຫ່ງ​ຊາດ ອາ​ເມ​ລິ​ກັນ ຫຼື NFL ​ເຊິ່ງ ​ໄດ້​ຈັດ​ຂຶ້ນຢູ່​ໃນ​ລັດ Arizona ​ເມື່ອ​ເດືອນ ກຸມພາ​ຜ່ານ​ມາ.

ນາຍ Kareem ​ໄດ້​ຮ້ອງຮຽນຕໍ່ສານ​ວ່າ ຕົນບໍ່​ຜິດ ໃນ​ຂໍ້​ກ່າວ​ຫາ​ຕ່າງໆເຫຼົ່ານັ້ນ. ຜູ້​ພິພາກ ສາໄດ້​ສັ່ງ​ໃຫ້​ກັກ​ຂັງ​ນາຍ Kareemໂດຍບໍ່ໃຫ້ປະກັນໂຕ.