ສະຫະລັດ ຕັດສິນ ຈຳຄຸກ 10 ປີ ນັກຄ້າອາວຸດ ເຊື້ອສາຍ ໂຣມາເນຍ

ທ້າວ Virgil Georgescu ຖືກຕັດສິນ ຈຳຄຸກ 10 ປີ ໃນຄວາມຜິດ ສົມຮູ້ຮ່ວມຄິດ ໃນການຄ້າອາວຸດ.

ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ເກີດ​ຢູ່​ໂຣມາ​ເນຍ ​ໄດ້​ຖືກ​ຕັດສິນ​ໂທດ​ຢູ່​ໃນ​ສະຫະລັດ ​ໃຫ້​ຈຳ​ຄຸກ 10 ປີ ຍ້ອນ​ສົມຮູ້​ຮ່ວມ​ຄິດ ຂາຍ​ອາວຸດ​ທະຫານ ​ໃນ​ຢູ​ໂຣບ.

ທ້າວ Virgil Georgescu ​ຄົນ​ອາ​ເມຣິກັນ​ເຊື້ອສາຍ​ໂຣມາ​ເນຍ ​ໄດ້​ຖືກຕັດສິນໂທດ​ໃນ​ ວັນ​ສຸກ​ວານ​ນີ້ທີ່​ເກາະ Manhattan ຫລັງ​ຈາກ​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມຜິດ​ໂດຍ​ຄະນະ​ຕຸລາການ​ໃນຕົ້ນປີນີ້.

ທ້າວ Georgescu ຖືກ​ຈັບ​ທີ່ Montenegro ​ໃນ​ປີ 2014 ​ໃນ​ການ​ປະຕິບັດ​ງານຂອງ​ອົງການ​ຕໍ່ຕ້ານ​ຢາ​ເສບ​ຕິດ​ສະຫະລັດຫຼື DEA. ຄະນະ​ໄອຍະການ​ໄດ້​ກ່າວ​ຫາ​ລາວ​ວ່າ ສົມຮູ້​ຮ່ວມ​ຄິດ​ກັບ​ອະດີດ​ເຈົ້າໜ້າ​ທີ່​ລັດ​ຖະບານ​ໂຣມາ​ເນຍ ​ແລະ​ອະດີດ​ສະມາຊິກ​ສະ ພາອີ​ຕາ​ລີ​ຄົນ​ນຶ່ງ​ ເພື່ອ​ຂາຍອາວຸດ​ຊະນິດ​ຕ່າງໆ.

ສາຍ​ລັບ​ນອກ​ເຄື່ອງ​ແບບ​ຂອງ​ອົງການ DEA ທີ່​ປອມ​ຕົວ​ເປັນ​ຜູ້ຕາງໜ້າຂອງ​ກຸ່ມກະບົດ FARC ​ໃນ​ໂຄ​ລອມ​ເບຍ ກ່າວ​ວ່າ ພວກ​ເຂົາ​ເຈົ້າຢາກ​ຊື້ອາວຸດ​ເພື່ອຍິງ​ເຮຣີຄອບ​ເຕີ້ສະ ຫະລັດ.

ພວກ​ທະນາຍຄວາມ​ຂອງ​ຈຳ​ເລີຍ​ກ່າວ​ວ່າ ທ້າວ Georgescu ​ໄດ້​ໂທລະສັບ​ໄປ​ຫາ​ອົງການ​ສືບ​ລັບ​ຊີ​ໄອ​ເອ ໃນ​ປີ 2012 ​ເພື່ອ​ແຈ້ງ​ໃຫ້​ຊາບ​ ກ່ຽວ​ກັບ​ແຜນການ​ຂາຍອາ ວຸດດັ່ງກ່າວ. ​ໄອ​ຍະ​ການ​ຖົກ​ຖຽງ​ວ່າທ້າວ Georgescu ​ໃນ​ເວລາ​ຕໍ່​ມາໄດ້​ປ່ຽນ​ໃຈ.

ລັດຖະມົນຕີ​ຊ່ອຍ​ວ່າການ​ ກະຊວງ​ຍຸຕິ​ທຳ​ຂອງ​ສະຫະລັດ ທ່ານ​ Andrea Surratt ກ່າວຕໍ່ຜູ້​ພິພາກສາ​ວ່າ ຈຸດປະສົງ​ຂອງ​ທ້າວ Georgescu ​ແມ່ນ​ເພື່ອຫວັງ​ຢາກ​ໄດ້ ​ກຳ​ໄລ “ຢູ່​ເທິງ​ຫລັງ​ຂອງ​ຊາວ​ອາ​ເມຣິກັນ​ທີ່​ຕາຍ​ໄປ.” ທ່ານກ່າວ​ຕື່ມ​ວ່າ ທ້າວ Georgescu ​ໄດ້​ຮັບ​ການ​ຈູງ​ໃຈ​ຈາກ​ຄວາມ​ໂລບມາກ​ໂລພາ.

ພວກ​ທີ່​ສົມຮູ້​ຮ່ວມ​ຄິດ​ກັບ​ທ້າວ Georgescu ​ໄດ້​ພາກັນ​ຍອມຮັບ​ຜິດ​ໃນ​ຂໍ້​ຫາ​ທີ່​ພົວພັນ ກັບການ​ກໍ່​ການ​ຮ້າຍແລະ​ຕົກລົງ​ທີ່​ຈະ​ໃຫ້ການ​ກ່ຽວ​ກັບ​ທ້າວ Georgescu ພວກ​ເຂົາ​ເຈົ້າຕ່າງ​ກໍ​ໄດ້​ຮັບ​ໂທດ​ຕິດ​ຄຸກ​ຜູ້​ລະ 4 ປີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ