ປະຊາຊົນຊາວ ອາເມເນຍ ໄດ້ພາກັນປ່ອນບັດຄະແນນສຽງຂອງເຂົາເຈົ້າໃນການ
ເລືອກຕັ້ງສະພາແຫ່ງຊາດກ່ອນກຳນົດໃນວັນອາທິດມື້ນີ້.
ຜູ້ນຳນັກປະຕິຮູບ ທ່ານ ນິໂກລ ປາຊິນຢານ (Nikol Pashinyan) ໄດ້ຊະນະການ
ເລືອກຕັ້ງເຂົ້າກຳອຳນາດໃນເດືອນພຶດສະພາທີ່ຜ່ານມາ ຫຼັງຈາກການປະທ້ວງຕໍ່ຕ້ານ
ລັດຖະບານຫຼາຍອາທິດ ທີ່ໄດ້ບັງຄັບໃຫ້ນາຍົກລັດຖະມົນຕີ ເຊີຈ ຊາກຊຽນ (Serzh
Sargsian) ລາອອກຈາກຕຳແໜ່ງຢ່າງກະທັນຫັນ, ທ່ານຍັງເຄີຍໄດ້ເປັນອະດີດປະ
ທານາທິບໍດີຂອງປະເທດ ອາເມເນຍ ອີກດ້ວຍ.
ແນວໃດກໍຕາມ, ພັກຣີພັບບລີກັນທີ່ປົກຄອງປະເທດຢູ່ຂອງທ່ານ ຊາກຊຽນ, ໄດ້ກີດກັ້ນ
ບໍ່ໃຫ້ທ່ານ ປາຊິນຢານ ລົງແຂ່ງຂັນເອົາຕຳແໜ່ງນາຍົກລັດຖະມົນຕີ, ເຊິ່ງສົ່ງຜົນໃຫ້ມີ
ການປະທ້ວງຫຼາຍຂຶ້ນ. ພັກຣີພັບບລີກັນ ຕໍ່ມາໄດ້ຕັດສິນໃຈສະໜັບສະໜູນທ່ານ
ປາຊິນຢານ ສຳລັບສິ່ງທີ່ເຂົາເຈົ້າໄດ້ກ່າວວ່າ ເປັນສິ່ງທີ່ດີຕໍ່ປະເທດ.
ທ່ານ ປາຊິນຢານ ໄດ້ກາຍເປັນນາຍົກລັດຖະມົນຕີ, ແຕ່ເມື່ອບໍ່ດົນມານີ້ທ່ານໄດ້ອອກ
ຈາກຕຳແໜ່ງ ດັ່ງນັ້ນສະພາແຫ່ງຊາດຈຶ່ງສາມາດຖືກຍຸບສຳລັບການເລືອກຕັ້ງກ່ອນ
ກຳນົດໜ້າ. ແຕ່ທ່ານຍັງຄົງເປັນຜູ້ວ່າການນາຍົກລັດຖະມົນຕີຂອງ ອາເມເນຍ ຢູ່.
ບັນດານັກວິເຄາະຄາດວ່າ ທ່ານຈະໄດ້ກັບເຂົ້າມາດຳລົງຕຳແໜ່ງອີກ, ພ້ອມກັບພັກ
ການເມືອງຂອງທ່ານ ຄວບຄຸມສະພາແຫ່ງຊາດ.
ທ່ານ ປາຊິນຢານ, ເຊິ່ງແມ່ນອະດີດບັນນາທິການໜັງສືພິມ ຜູ້ທີ່ຖືກຈັບເຂົ້າຄຸກສຳລັບ
ການເຄື່ອນໄຫວຂອງທ່ານນັ້ນ, ໄດ້ສັນຍາທີ່ຈະຮັກສາສາຍພົວພັນອັນໃກ້ຊິດກັບ ຣັດ
ເຊຍ ໄວ້ຄືເກົ່າ ແລະ ຕໍ່ສູ້ການສໍ້ລາດບັງຫຼວງ. ທ່ານຍັງໄດ້ສັນຍາທີ່ຈະ “ຂະຫຍາຍ
ການຮ່ວມມືກັບ ສະຫະລັດ ແລະ ສະຫະພາບ ຢູໂຣບ ດ້ວຍ.”