ພົນລະເມືອງສັນຊາດອາເມຣິກັນ 5 ຄົນ ນອນຢູ່ໃນຈຳນວນຜູ້ຊາຍ 8 ຄົນ ທີ່ຖືກຈັບໄປຂັງໃນວັນທ້າຍສັບປະດາຜ່ານມາ ຍ້ອນມີອາວຸດທີ່ຍິງໄດ້ແບບອັດຕະໂນມັດ ແລະອາວຸດປະເພດອື່ນໆນັ້ນ ໄດ້ກັບຄືນມາຍັງສະຫະລັດແລ້ວ.
ພວກເຈົ້າໜ້າທີ່ຂອງສະຫະລັດ ແລະເຮຕີເວົ້າວ່າ ພວກຜູ້ຊາຍດັ່ງກ່າວ ໄດ້ອອກຈາກນະຄອນຫລວງປອກໂອແປຣັງຂອງເຮຕີ ໃນຕອນບ່າຍວັນພຸດວານນີ້ ກ່ອນຈະໄປປາກົດໂຕຢູ່ສານຕາມກຳນົດ.
ຍັງບໍ່ມີໃຜຮູ້ຈະແຈ້ງເທື່ອວ່າ ພວກຜູ້ຊາຍດັ່ງກ່າວຖືກກ່າວຫາໃນຄວາມຜິດຂໍ້ໃດ ຢູ່ໃນສະຫະລັດ ຫລືກໍບໍ່ຮູ້ວ່າເຂົາເຈົ້າຖືກເອົາໄປຂັງໄວ້ຢູ່ໃສ.
ກ່ອນໜ້ານັ້ນ ໃນວັນພຸດວານນີ້ ໜັງສືພິມ Miami Herald ໂດຍອ້າງຄຳເວົ້າຂອງແຫລ່ງຂ່າວທີ່ມາຈາກຕຳຫລວດແຫລ່ງນຶ່ງເວົ້າວ່າ "ພວກເຂົາເຈົ້າໄດ້ອອກໄປແລ້ວ," ຊຶ່ງໝາຍເຖິງຊາວອາເມຣິກັນ 5 ຄົນນັ້ນ. ພວກຜູ້ຊາຍເຫລົ່ານັ້ນ ແມ່ນອະດີດນັກລົບ ໜ່ວຍກ້າຕາຍ ຂອງທະຫານເຮືອ ຫລື Navy SEALS, Christopher Michael Osman, Cristopher Mark McKinley, ອະດີດນັກລົບເກົ່າທະຫານມາຣີນ Kent Leland Krocker ແລະ ຄົນອະເມຣິກັນ ທ້າວ Dustin Porte ແລະທ້າວ Talon Ray Burton.
ຊາວເຊີເບຍສອງຄົນໄດ້ຖືກຈັບຊື່ວ່າ ທ້າວ Vlade Jankvic ແລະ Danilo Bajagic, ຊຶ່ງນຶ່ງໃນນັ້ນຜູ້ນຶ່ງແມ່ນມີສະຖານະເປັນຊາວຕ່າງດ້າວທີ່ສາມາດອາໄສໃນສະຫະລັດຢ່າງຖາວອນ, ອີງຕາມຮູບຢູ່ໃນບັດຂຽວຂອງລາວທີ່ສົ່ງໃຫ້ແກ່ນັກຂ່າວ VOA Creole. ພວກເຂົາເຈົ້າຍັງໄດ້ເດີນທາງໄປຍັງເມືອງມາຍອາມີ ຂອງລັດຟລໍຣິດາ ໂດຍສາຍການບິນ American Airlines. ຊາຍສັນຊາດເຮຕີຄົນນຶ່ງ, ທ້າວ Michael Estera, ທີ່ສະຫະລັດໄດ້ເນລະເທດໄປແລ້ວນັ້ນ ຍັງຢູ່ໃນເຮຕີຢູ່.
ພວກຜູ້ຊາຍເຫລົ່ານັ້ນຖືກພົບວ່າມີປືນຍາວທີ່ຍິງໄດ້ແບບອັດຕະໂນມັດຫລາຍກະບອກ, ປືນສັ້ນ, ເຮືອບິນບໍ່ມີຄົນຂັບ ແລະອຸປະກອນສື່ສານທາງດາວທຽມຢູ່ໃນພາຫະນະຂອງພວກເຂົາທີ່ບໍ່ມີປ້າຍນັ້ນ.
ການຈັບກຸມພວກເຂົາເຈົ້າມີຂຶ້ນຫລັງຈາກມີການເດີນຂະບວນທີ່ມີການກໍ່ຄວາມຮຸນແຮງຂອງຊາວເຮຕີ ທີ່ຮຽກຮ້ອງໃຫ້ປະທານາທິບໍດີ Jovenel Moise ທີ່ປະສົບບັນຫາການເພີ້ມຂຶ້ນຂອງໄພເງິນເຟີ້ ແລະການກ່າວຫາວ່າ ທຳການສໍ້ລາດບັງຫລວງນັ້ນ ລົງຈາກຕຳແໜ່ງ.