ປະຊາຊົນ ອາເຈັນຕິນາ ກ່າວອຳລາ ຕໍ່ທ່ານ ມາຣາໂດນາ ທ່າມກາງການປະທະກັນ

ຜູ້ສະໜັບສະໜູນຢືນຢູ່ເທິງຫຼັງຄາຂອງເຮືອນຫຼັງນຶ່ງ ທີ່ຕັ້ງຢູ່ຕາມເສັ້ນທາງຂອງຂະບວນລົດສົ່ງສະການຂອງ ດາລານັກເຕະບານ ທ່ານ ດີເອໂກ ມາຣາໂດນາ ໄປສູ່ສຸສານ ຈາດິນ ເດ ແບລລາວິສຕາ, ນະຄອນຫຼວງ ບູເອນອສ ແອເຣສ. 26 ພະຈິກ, 2020.

ສົບຂອງນັກກິລາເຕະບານຍອດນິຍົມທ່ານ ດີເອໂກ ມາຣາໂດນາ ໄດ້ຖືກຝັງໃນວັນພະຫັດວານນີ້ ໃນພິທີທີ່ຖືກຈັດເປັນການສ່ວນຕົວ, ເຂົ້າຮ່ວມໂດຍຫຼາຍ 20 ກວ່າຄົນ, ເຊິ່ງກົງກັນຂ້າມກັບຕອນ ເຊົ້າຂອງວັນດັ່ງກ່າວຫຼາຍ ເມື່ອຜູ້ສະໜັບສະໜູນທີ່ໂສກເສົ້າເສຍໃຈຫຼາຍສິບພັນຄົນໄດ້ຍ່າງຜ່ານໂລງສົບຂອງລາວ ເພື່ອສະແດງຄວາມເຄົາລົບເໝືອນກັບປະມຸກລັດເປັນເວລາຫຼາຍຊົ່ວໂມງພ້ອມດ້ວຍການກໍ່ຈະລາຈົນຂອງພວກນັກເລງ ອີງຕາມລາຍງານຂອງອົງການຂ່າວເອພີ.

ມີພຽງສະມາຊິກຄອບຄົວ ແລະ ເພື່ອນທີ່ໃກ້ຊິດເທົ່ານັ້ນ ທີ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນສຸສານ ຈາດິນ ແບລລາ ວິສຕາ (Jadin Bella Vista) ສຳລັບພິທີທາງສາສະໜາຄັ້ງສຸດທ້າຍ ແລະ ຝັງສົບທ່ານ ມາຣາໂດນາ ຢູ່ທາງຂ້າງຂຸມຝັງສົບຂອງພໍ່ແມ່ຂອງລາວ, ທ່ານນາງ ດາລມາ ແລະ ທ່ານ ດີເອໂກ.

ຜູ້ສະໜັບສະໜູນຂອງລາວທີ່ໂບກທຸງຊາດ ອາເຈັນຕິນາ ໄປມາໄດ້ເຕົ້າໂຮມກັນຢູ່ຕາມຖະໜົນ ໃນເວລາທີ່ລົດສົ່ງສະການຂອງທ່ານ ມາຣາໂດນາ ໄດ້ຂັບຜ່ານດ້ວຍການຮັກສາຄາມປອດໄພຢ່າງເຄັ່ງຄັດ. ຫຼາຍຄົນໄດ້ພະຍາຍາມທີ່ຈະຈັບລົດດັ່ງກ່າວ ເວລາໃດທີ່ມັນຢຸດຢູ່ໄຟແດງ.

ການເປີດຊົມສົບຢູ່ທຳນຽບປະທານາທິບໍດີ ອາເຈັນຕິນາ ແມ່ນໄດ້ຢຸດກ່ອນ 6 ໂມງແລງ, ເຊິ່ງແມ່ນ 12 ຊົ່ວໂມງຫຼັງຈາກທີ່ມັນໄດ້ເລີ່ມຂຶ້ນ, ໃນຂະນະທີ່ຄອບຄົວຂອງທ່ານ ມາຣາໂດນາ ໄດ້ອວຍພອນ ແລະ ສົບຂອງນັກເຕະບານທີ່ຖືກຍົກຍ້ອງສັນລະເສີນຂອງ ອາເຈັນຕິນາ ໄດ້ຖືກນຳອອກໄປສຳລັບການຝັງ, ເຮັດໃຫ້ຫຼາຍຄົນຜູ້ທີ່ລໍຖ້າສະແດງຄວາມເຄົາລົບຜິດຫວັງ ແລະ ເຮັດໃຫ້ເກີດຄວາມເຄັ່ງຕຶງຄັ້ງໃໝ່ຢູ່ປະຕູທາງເຂົ້າຂອງສຸສານ.

ຜູ້ສະໜັບສະໜູນບາງຄົນໄດ້ຫຸ້ມຕົນເອງດ້ວຍທຸງຊາດ, ຮ້ອງເພງຊາດໃນເວລາ ທີ່ເຂົາເຈົ້າຕັ້ງແຖວທີ່ຍາວກວ່າ 20 ຊ່ວງຕຶກຈາກຈະຕຸລັດ Plaza de Mayo, ບ່ອນທີ່ຊາວ ອາເຈັນຕິນາ ໄດ້ເຕົ້າໂຮມກັນເພື່ອສະເຫຼີມສະຫຼອງໄຊຊະນະເຕະບານໂລກທີ່ນຳພາໂດຍທ່ານ ມາຣາໂດນາ ໃນປີ 1986.

ແຕ່ດ້ວຍເວລາຊົມໂລງສົບຢູ່ທຳນຽບປະທານາທິບໍດີໄດ້ຕັດສັ້ນລົງ, ຕຳຫຼວດໄດ້ ກັນຝູງຄົນອອກໄປ, ເຮັດໃຫ້ຜູ້ສະໜັບສະໜູນທັງຫຼາຍໂມໂຫ ຜູ້ທີ່ໄດ້ແກ່ວງກ້ອນຫີນ ແລະ ວັດຖຸອື່ນໆໃສ່ບັນດາເຈົ້າໜ້າທີ່, ຜູ້ທີ່ຕອບໂຕ້ດ້ວຍລູກປືນຢາງ.

ຝູງຄົນໄດ້ຫຸ້ມຜູ້ຈັດງານ ແລະ ຄວາມຮຸນແຮງໄດ້ກໍ່ໃຫ້ມີຜູ້ບາດເຈັບ ແລະ ຖືກຈັບກຸມ, ເຊິ່ງໄດ້ເຮັດໃຫ້ຄອບຄົວຂອງທ່ານ ມາຣາໂດນາ ຕ້ອງສິ້ນສຸດການຢ້ຽມຢາມຂອງສາທາລະນາ. ໂລງສົບຂອງທ່ານໄດ້ຖືກນຳຂຶ້ນລົດທີ່ຕິດຊື່ຂອງອະດີດນັກເຕະບານດັ່ງກ່າວໃສ່ກະດານເຈ້ຍຢູ່ປ່ອງຢ້ຽມ.

ອ່ານຂ່າວນີ້ເປັນພາສາອັງກິດ