ການແຂ່ງຂັນເຕະບານໂລກ ສອງຄູ່ ໃນວັນອັງຄານວານນີ້ ທີ່
Brazilໄດ້ດຳເນີນໄປຢ່າງຕື່ນເຕັ້ນທີ່ສຸດ ເວລາທີມ Argentina
ແລະທີມBelgium ຊະນະການແຂ່ງຂັນ ໃນເວລາຕໍ່ພິເສດ
ໂດຍຈະໄດ້ເຂົ້າໄປຫລິ້ນໃນຮອບ 8 ທີມ.
ທີມ Argentina ຊະນະທີມ Switzerland ທີ່ເມືອງ Sao Paulo
1 ປະຕູຕໍ່ 0 ຫຼັງຈາກເຕະເຂົ້າປະຕູໃນນາທີ 118.
Switzerland ໄດ້ເຕະລູກໂທດ ແຕ່ໄດ້ຖືກກີດກັນຈາກໜ່ວຍປ້ອງກັນຂອງທີມ Argentina.
ການແຂ່ງຂັນ ເຕະບານໂລກ 1 ກໍລະກົດ
ທີ່ເມືອງ Salvador ທີມ Belgium ແລະທີມສະຫະລັດໄດ້ສະເໝີກັນ 0 ປະຕູຕໍ່ 0 ໃນການແຂ່ງກັນໃນເວລາທຳມະດາ ແຕ່ທີມ Belgiumໄດ້ນຳໜ້າ 2 ປະຕູຕໍ່ 0 ແລະຮັກສາ
ຄະແນນໄວ້ໄດ້ໂດຍຊະນະສະຫະລັດດ້ວຍຄະແນນ 2 ປະຕູຕໍ່ 1 ໃນທີ່ສຸດ ຊຶ່ງເຮັດໃຫ້ສະຫະລັດຕົກຮອບໄປ.
ທ້າວ Kevin De Bruyner ຂອງທີມ Belgium ໄດ້ເຕະເຂົ້າປະຕູໃນນາທີທີສາມຂອງການຫຼິ້ນໃນເວລາຕໍ່ພິເສດ ຫຼັງຈາກໄດ້ຮັບລູກບານຈາກທ້າວ Romelu Kukaku.
ໃນເວລາຕໍ່ມາບໍ່ເທົ່າໃດນາທີ ທ້າວ De Bruyne ຕອບແທນ ໂດຍສົ່ງບານໃຫ້ທ້າວ Kukaku ເຕະເຂົ້າໂກນ ເຮັດໃຫ້ Belgium ນຳໜ້າ 2ປະຕູຕໍ່ 0.
ແຟນ ເຕະບານໂລກ ສະຫະລັດ
ທີມສະຫະລັດ ບໍ່ໄດ້ລົດລະ ທ້າວ Julian Green ກອງໜ້າ ໄດ້ພັງປະຕູ ໃນນາທີ 107 ເຮັດໃຫ້ເກມ ມີຄະແນນ 2 ປະຕູຕໍ່ 1 ແລະຜູ້ກ່ຽວມີອາຍຸພຽງ 19 ປີ ຊຶ່ງເປັນນຶ່ງໃນບັນດານັກຫຼິ້ນໜຸ່ມທີ່ສຸດ ທີ່ສາມາດພັງປະຕູໄດ້ໃນການແຂ່ງຂັນເຕະບານໂລກ. ທີມອາເມຣິກັນ ໄດ້ສືບຕໍ່ກົດດັນ ແລະໄດ້ມີໂອກາດ ຈະທຳຄະແນນໄດ້ຫຼາຍບັ້ນ ໃນນາທີສຸດທ້າຍ ແຕ່ບໍ່ສາມາດບັນລຸເປົ້າໝາຍໄດ້.
ບັດນີ້ ໃນຂັ້ນຕໍ່ໄປ ທີມ Belgium ຈະພົບປະກັບທີມ Argentina ໃນຮອບ 8 ທີມ.
ການແຂ່ງຂັນໃນຮອບ 8 ທີມ ແມ່ນໄດ້ຈັດກັນໄວ້ຮຽບຮ້ອຍແລ້ວ. ໃນວັນສຸກນີ້ ຝຣັ່ງຈະແຂ່ງກັບເຢຍຣະມັນ ທີ່ນະຄອນ Rio de Janeiro ແລະ Colombia ຈະພົບກັນ Bra
zil ທີ່ເມືອງ Fortaleza . ໃນວັນເສົາ Costa Rica ຈະແຂ່ງກັບ Netherlands ທີ່
ເມືອງ Salvador ແລະ Argentina ຈະພົບປະກັບ Belgium ທີ່ນະຄອນ Brasilia.
Your browser doesn’t support HTML5
Experts Divided on Socio-Economic Benefits of World Cup