ກອງທັບເຮືອຂອງອາເຈັນຕິນາ ໄດ້ກ່າວເມື່ອຕອນເຊົ້າວັນເສົາມື້ນີ້ ວ່າ ພວກຊອກຄົ້ນຫາ
ໄດ້ພົບເຫັນເຮືອດຳນ້ຳ ທີ່ໄດ້ຫາຍສາບສູນໄປ ເມື່ອນຶ່ງປີກ່ອນ ພ້ອມດ້ວຍທະຫານປະຈຳ
ເຮືອດຳນ້ຳ 44 ຄົນ.
ເຮືອດຳນ້ຳລຳດັ່ງກ່າວ ໄດ້ຖືກກວດພົບ ຈົມຢູ່ໃນທະເລ ທີ່ເລີກ 800 ແມັດ ນອກຝັ່ງ
ຂອງ ແຫຼມວາລເດສ ໃນເຂດປາຕາໂກເນຍ ຂອງອາເຈັນຕິນາ ອີງຕາມຖະແຫລງການ
ສະບັບນຶ່ງ.
ເຮືອດຳນ້ຳ ຂອງກອງທັບເຮືອ ອາເຈັນຕິນາ ທີ່ມີຊື່ວ່າ ARA San Juan ແລະ ລູກເຮືອ ແມ່ນເຫັນໄດ້ວ່າ ກຳລັງຈະແລ່ນອອກຈາກທ່າເຮືອ ໃນນະຄອນ ບູໂນສ ແອເຣສ ຂອງອາເຈັນຕິນາ, ວັນທີ 2 ມິຖຸນາ 2014.
ກອງທັບເຮືອຂອງອາເຈັນຕິນາ ໄດ້ເວົ້າວ່າ ສາມາດ “ລະບຸເຮືອດຳນ້ຳທີ່ເຊື່ອຖືໄດ້”
ໂດຍໃຊ້ເຮືອດຳນ້ຳ ທີ່ຄວບຄຸມຢູ່ເຖິງກຳປັ່ນ ຊື່ວ່າ Ocean Infinity ຂອງອາເມຣິກາ
ຊຶ່ງໄດ້ຖືກວ່າຈ້າງໃຫ້ພະຍາຍາມໃນຄັ້ງຫຼ້າສຸດ ເພື່ອຊອກຫາ ເຮືອດຳນ້ຳທີ່ໄດ້ຫາຍ
ສາບສູນໄປ.
ການປະກາດດັ່ງກ່າວ ໄດ້ມີຂຶ້ນ ສອງວັນຫຼັງຈາກ ບັນດາຄອບຄົວ ຂອງພວກທະຫານ
ເຮືອ ທີ່ຫາຍສາບສູນນັ້ນ ໄດ້ຈັດພິທີທີ່ເປັນຂີດໝາຍ ຄົບຮອບນຶ່ງປີ ນັບຕັ້ງແຕ່ເຮືອ
ດຳນ້ຳ ໄດ້ຫາຍສາບສູນໄປ.
ເຮືອດຳນ້ຳ ຊື່ວ່າ ARA San Juan ໄດ້ຕິດຕໍ່ຄືນມາ ຄັ້ງສຸດທ້າຍ ເມື່ອວັນທີ 15 ເດືອນ
ພະຈິກ ປີ 2017.