ໝໍກວດພົບ ເຫັນເລືອດຄ້າງ ຢູ່ໃນສະໝອງຂອງ ປທນ ອາເຢັນຕິນາ

핀란드 레비에서 열린 알파인 스키 월드컵 경기에서 우승한 노르웨이의 헨리크 크리스토포 선수가 시상대에서 순록과 함께 포즈를 취했다.

ພວກ​ນາຍ​ໝໍ​ອາ​ເຢັນ​ຕິ​ນາ ​ໄດ້​ສັ່ງ​ໃຫ້​ປະທານາ​ທິບໍດີ ທ່ານ​ນາງ Cristina Fernandez de Kirchner ພັກຜ່ອນ​ເປັນ​ເວລາ​ນຶ່ງ​ເດືອນ ຫຼັງຈາກ​ການກວດ​ທາງ​ການແພດ ​ໄດ້ ພົບ​ເຫັນ​ເລືອດ​ຄ້າງຢູ່​ໃນ​ສະໝອງ​ຂອງ​ທ່ານ​ນາງ.

​ໂຄສົກ​ປະທານ​າທິບໍດີ ​ເວົ້າເມື່ອ​ວັນ​ເສົາ​ວາ​ນນີ້​ ວ່າ ​ຜູ້​ນໍາ​ອາ​ເຢັນ​ຕິ​ນາ​ໄດ້​ຮັບ​ບາດ​ເຈັບ​ຢູ່ຫົວ ຈາກ​ອຸບັດ​ຕິ​ເຫດລົ້ມ​ບັ້ນ​ນຶ່ງ ​ເມື່ອ​ວັນ​ທີ 12 ​ເດືອນ​ສິງຫາ ​ແຕ່​ຜົນ​ການກວດ​ໃນ​ເວ ລາ​ນັ້ນ​ ​ບໍ່​ພົບ​ສິ່ງ​ໃດ​ຜິດ​ປົກກະຕິ.

​ແຕ່​ ການກວດ​ພະຍາດເທື່ອ​ໃໝ່ ​ຫລັງ​ຈາ​ກທີ່​ທ່ານ​ນາງ​ຈົ່ມ​ເຈັບ​ຫົວຢູ່ ເລື້ອຍໆ ພົບ​ເຫັນ​ເລືອດ​ຢູ່​ໃນ​ສະໝອງ ທີ່​ຊີ້​ແນ​ະວ່າ ​ເລືອດໄດ້​ກໍ່​ຕົວ​ຂຶ້ນຢ່າງ​ຊ້າໆຢູ່​ໃນເນື້ອ​ເຫຍື່ອ​ຂອງສະໝອງ.

​ໂຄສົກ​ບໍ່​ໄດ້​ເວົ້າເຖິງ​ວ່າ ທ່ານ​ນາງ Fernandez ຈະ​ພະຍາຍາມ​ບໍລິຫານ ປະ​ເທດ​ຕໍ່​ໄປ ຫຼືວ່າ ຈະລາ​ພັກ​ຮັກສາ​ສຸຂະພາບ​ຢ່າງ​ເປັນ​ທາງ​ການ ​ແລະ​ກໍ​ມອບ​ອໍານາດ​ການ​ບໍລິຫານ​ປະ​ເທດ​ ໃຫ້​ແກ່​ຮອງ​ປະທານາທິບໍ​ດີ Amado Boudo.

​ເມື່ອເດືອນ​ມັງກອນ​ປີ 2012 ປະທານາທິບໍດີ Cristina ​ກໍໄດ້ຜ່າຕັດ​ເອົາ​ຕ່ອມ ​ໄທຣອຍ ອອກ ​ແຕ່​ໄດ້​ຖືກ​ແຈ້ງ​ບອກ​ໃນ​ເວລາ​ຕໍ່​ມາ​ວ່າ ນາຍ​ແພດ ວິນິດ​ໄສ​ຜິດວ່າ​ ຕ່ອມ​ໄທຣອຍ ຂອງ​ທ່ານ​ນາງ ເປັນ​ມະ​ເຮັງ.