ເຢຍຣະມັນ ຄອງແຊ້ມ World Cup 2014 (ສະໄລດ໌/ວີດີໂອ)

Your browser doesn’t support HTML5

ເບິ່ງວີດີໂອ ລາຍງານ ການແຂ່ງຂັນ ຮອບຊິງຊະນະເລີດເຕະ​ບານ​ໂລກ 2014.

ເຢຍຣະມັນ ​ໄດ້​ເປັນ​ທີ​ມທຳ​ອິດ​ຈາກ​ຢູ​ໂຣບ ທີ່​ໄດ້ຄອງ​ແຊ້ມ
ການແຂ່ງຂັນເຕະ​ບານ​ໂລກ World Cup ທີ່​ຈັດ​ຂຶ້ນໃນ​ທະວີບ
ອາ​ເມຣິກາ ດ້ວຍ​ການ​ເອົາ​ຊະນະ ​ທີ​ມອາ​ເຈັນ​ຕີ​ນາ ໃນຮອບ
​ຊິງ​ຊະນະ​ເລີດ ​ຕອນ​ເພີ້​ມ​ເວລາຕື່ມ 1 ປະຕູ​ຕໍ່ 0 ​ເມື່ອວັນ​ອາທິດ
​ມື້ວານ​ນີ້.

ນັກ​ເຕະ​ທີມ​ເຢຍຣະມັນ Mario Goetze ທີ່​ຖືກ​ຮຽກ​ໂຕ​ເຂົ້າມາ
ຫລິ້ນ​ແທນ ເປັນ​ຄົນຍິງ​ເຂົ້າປະຕູ​ໄດ້ ​ໃນ​ເວລາ​ທີ 113 ນາທີ ​
ນຳ​ເອົາ​ໄຊຊະນະມາ​ໃຫ້​ທີ​ມຂອງ​ລາວ ຢູ່​ທີ່​ສະໜາມກິລາ
Maracana ​ໃນນະຄອນ Rio de Janeiro ຫຼັງຈາກ​ທີ່ທັງ​ສອງ
​ທີ​ມ ບໍ່​ສາມ​າດຍິງ​ປະຕູ​ກັນໄດ້​ ໃນ​ເວລາແຂ່ງຂັນປົກກະຕິ 90 ນາທີ​ນັ້ນ.

ນັກເຕະເຢຍຣະມັນ Mario Goetze (ກາງ) ສະແດງຄວາມດີໃຈ ກັບເພື່ອນນັກເຕະ ຫຼັງຈາກໄດ້ຍິງ ເຂົ້າປະຕູ ຂອງອາເຈັນຕີນາ ໃນເວລາເພີ້ມ 113 ນາທີ ໃນຮອບຊິງຊະນະເລີດ ຂອງການແຂ່ງຂັນເຕະບານໂລກ World Cup 2014.

ທ້າວ Goetze ​ໄດ້​ໃຊ້​ໜ້າ​ເອິກ​ຂອງ​ລາວຮັບ​ບານ ​ທີ່​ຖື​ກສົ່ງ​ມາ
​ຈາກເພື່ອ​ຮ່ວມ​ທີ​ມ Andre Schurrle ຢູ່ປີກ​ຊ້າຍ ​ແລ້ວ​ເຕະ
ດ້ວຍ​ຕີນ​ຊ້າຍ​ ກາຍ​ຜູ້​ຮັກສາ​ປະຕູ​ຂອງ​ອາ​ເຈັນ​ຕີ​ນາ​ ເຂົ້າປະຕູ
​ເບື້ອງ​ມຸມ​ຂວາ.

ທີ​ມຈາກ​ທະວີບອາ​ເມຣິກາ​ໃຕ້ ​ໄດ້​ຮັບ​ໄຊຊະນະ​ ​ໃນ​ການ​ແຂ່ງຂັນ
World Cup 7 ຄັ້ງກ່ອນໆ​ ​ທີ່ຈັດ​ຂຶ້ນ​ໃນທະວີບອາ​ເມຣິກາ.

​ໄຊຊະນະໃນ​ວັນ​ອາທິດ​ວານ​ນີ້ ແມ່ນເປັນຄັ້ງທີ 4 ຂອງ​ເຢຍຣະມັນ
​ທີ່​ໄດ້​ເປັນ​ແຊ້ມ​ປ້ຽນເຕະບານໂລກ ​ແຕ່​ເປັນຄັ້ງທຳ​ອິດໃນ​ຖານະ​ທີ່​
ເປັນປະ​ເທດ​ດຽວ ຄື​ຫຼັງຈາກ​ທີ່​ສອງ​ເຢຍລະ​ມັນ​ໂຮມ​ເຂົ້າກັນ.
​ເຢຍຣະມັນ​ຕາ​ເວັນ​ຕົກ ​ໄດ້​ແຊ້ມ ​ໃນ​ປີ 1954 1974 ​ແລະ 1990.

World Cup Highlights – The Final, Sunday, July 13

​ເຢຍຣະມັນ ​ແລະ ອາ​ເຈັນ​ຕີ​ນາ ​ໄດ້​ພົບ​ກັນ​ມາ​ກ່ອນ​ 2 ຄັ້ງ​ແລ້ວ ​ໃນ​ຮອບ​ຊິງ​ຊະນະ​ເລີດ ຊຶ່ງອາ​ເຈັນ​ຕີ​ນາ ໄດ້​ຊະນະ ​ໃນ​ປີ 1986 ​ແລະ ​ເຢຍຣະມັນ ໄດ້​ຊະນະ ​ໃນ​ປີ 1990.

ການ​ແຂ່ງຂັນຊິງ​ຊະນະ​ເລີດເຕະບານ​ໂລກປີ​ນີ້ ​ແມ່ນ​ເປັນຄັ້ງທີ 3 ລຽນຕິດ ​ທີ່​ຖືກຕັດສິນ​ໂດຍ​ການ​ແຂ່ງຂັນ ໃນ​ເວລາ​ເພີ້​ມ.