ຮອງປະທານາທິບໍດີ ເລືອກເອົາຜູ້ທີ່ຈະປ່ຽນແປງການແຂ່ງຂັນ ສໍາລັບການເລືອກຕັ້ງ ສະຫະລັດ ບໍ?

Your browser doesn’t support HTML5

ວີດີໂອລາຍງານ ການເລືອກເອົາຜູ້ຮ່ວມລົງແຂ່ງຂັນເປັນຮອງປະທານາທິບໍດີສະຫະລັດ.

ບັດ​ນີ້, ໃນ​ຂະ​ນະ​ທີ່ຜູ້ສະຫມັກປະທານາທິບໍດີຂອງພັກເດໂມແຄຣັດ ແລະພັກຣີພັບບລິກັນ ໄດ້ພາກັນເລືອກເອົາຄູ່ຮ່ວມແຂ່ງຂັນຂອງພວກເຂົາເຈົ້າ ແລ້ວ, ຄໍາຖາມກໍມີ​ຢູ່ວ່າ ການເລືອກເຫຼົ່ານັ້ນ ຈະຊ່ວຍເພີ້ມໂອກາດຂອງການ ໂຄສະນາຫາສຽງທີ່ຈະຊະນະການເລືອກຕັ້ງໃນເດືອນພະຈິກ ແທ້ ຫຼື ບໍ? ເວໂຣນິກາ ບາລເດຣາສ ອິເກລຊິອາສ (Veronica Balderas Iglesias) ນັກ​ຂ່າວ ​VOA ​ມອງເບິ່ງ​ປະຫວັດສາດ​ທີ່ກ່ຽວຂ້ອງກັບ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນຮອງ​ປະທານາທິບໍດີ ​ແລະ​ ສິ່ງ​ທີ່ ທ່ານ ທິມ ວາລສ໌ (Tim Walz) ​ແລະ ທ່ານ ເຈດີ ແວັນສ໌ (JD Vance) ນຳ​ມາ​ສູ່ໂອກາດຂອງ​ຕົນຕາມລໍາດັບ.

Your browser doesn’t support HTML5

ຮອງປະທານາທິບໍດີ ເລືອກເອົາຜູ້ທີ່ຈະປ່ຽນແປງການແຂ່ງຂັນ ສໍາລັບການເລືອກຕັ້ງ ສະຫະລັດ ບໍ?

ດ້ວຍຄວາມເຊື່ອໝັ້ນອັນຍິ່ງໃຫຍ່ໃນການຕັດສິນໃຈຂອງທ່ານນາງ, ຮອງປະທາ ນາທິບໍດີ ທ່ານນາງ ຄາມາລາ ແຮຣິສ ໄດ້ນໍາສະເໜີຜູ້ປົກຄອງລັດມິນເນໂຊຕ້າ ທ່ານ ທິມ ວາລສ໌ ເປັນຄູ່ຮ່ວມແຂ່ງຂັນຂອງທ່ານນາງ ໃນມື້ວັນອັງຄານທີ່ຜ່ານ ມາ ຢູ່ລັດເພັນຊີລເວເນຍ.

ທ່ານນາງ ຄາມາລາ ແຮຣິສ, ຜູ້ໄດ້​ຮັ​ບ​ສະເໜີຊື່ລົງແຂ່ງຂັນເອົາຕໍາແໜ່ງປະທາ ນາທິບໍດີ​ຈາກ​ພັກ​ເດ​ໂມ​ແຄ​ຣັດກ່າວວ່າ:

“ໃນລັດຂອງ ທ່ານ ວາລສ໌, ທ່ານເປັນຜູ້ບໍລິຫານທີ່ເປັນແບບຢ່າງ, ແລະດ້ວຍ ປະສົບການຂອງທ່ານ, ຂ້າພະເຈົ້າຂໍບອກພວກທ່ານວ່າ ທ່ານ ທິມ ວາລສ໌ ຈະມີຄວາມພ້ອມໃນມື້ທໍາອິດເລີຍ.”

ຜູ້ທີ່ໄດ້ຮັບການສະເໜີຊື່ລົງແຂ່ງຂັນ​ເອົາຕຳ​ແໜ່ງ​ປະທານາທິບໍດີ​ຈາກພັກຣີພັບ​ບລິ​ກັນ ທ່ານ ດໍໂນລ ທຣໍາ ກໍ​ໄດ້ຍົກ​ຍ້ອງ​ຕໍ່​ປະ​ຫວັດທາງ​ການ​ເມືອງ​ຂອງ​ຄູ່ຮ່ວມແຂ່ງຂັນຂອງທ່ານ, ສະມາຊິກສະພາສູງຈາກລັດໂອໄຮໂອ ທ່ານ ເຈດີ ແວັນສ໌.

ແຕ່​ເມື່ອ​ບໍ່​ດົນ​ມາ​ນີ້ ອະດີດ​ປະທານາທິບໍດີ ​ໄດ້​ມອງຂ້າມ​ຄວາມ​ສຳຄັນ​ຂອງ​ການ​ເລືອກຮອງ​ປະທານາທິບໍດີ.

ທ່ານ ດໍໂນລ ທຣໍາ, ຜູ້ຖືກເລືອກລົງແຂ່ງຂັນເອົາຕໍາແໜ່ງປະທານາທິບໍດີ ຈາກພັກຣີພັບບລິກັນ ກ່າວວ່າ:

“ຂ້າພະເຈົ້າຄິດວ່າ ນີ້ແມ່ນໄດ້​ຮັບ​ການ​ບັນ​ທຶກ​ໄວ້​ເປັນ​ຢ່າງ​ດີ​ໃນ​ປະ​ຫວັດ​ສາດ​ວ່າຮອງ​ປະ​ທາ​ນານ​ທິ​ບໍ​ດີ​ບໍ່​ໄດ້​ມີ​ຜົນ​ກະ​ທົບ​ໃດໆ, ໃນ​ແງ່​ຂອງ​ການ​ເລືອກ​ຕັ້ງ ຂ້າ​ພະ​ເຈົ້າ​ໝາຍ​ເຖິງບໍ່​ໄດ້​ມີ​ຜົນ​ກະ​ທົບ​ເລີຍ ທຸກ​ຢ່າງ​ຂຶ້ນ​ຢູ່​ກັບ​ການ​ເລືອກ​ປະ​ທາ​ນາ​ທິ​ບໍ​ດີ.”

ບັນດານັກວິຊາການອະທິບາຍວ່າ ເນື່ອງຈາກຮອງປະທານາທິບໍດີດໍາເນີນງານ ຢູ່ໃນເງົາຂອງປະທານາທິບໍດີ ສະຫະລັດ, ບົດບາດຂອງພວກເຂົາເຈົ້າມັກຈະ ຖືກເຂົ້າໃຈຜິດ ແລະບໍ່ໄດ້ຮັບການຊື່ນຊົມ.

ແນວໃດກໍຕາມ, ເຂົາ​ເຈົ້າ​ເປັນຜູ້ທໍາອິດໃນລາຍຊື່ຂອງຜູ້ສື​ບ​ທອດຕໍາແໜ່ງຕໍ່ ເມື່ອປະທານາທິບໍດີບໍ່ສາມາດເຮັດໜ້າທີ່ໄດ້ອີກຕໍ່ໄປ ແລະ ເປັນກະແຈສໍາຄັນໃນ​ການ​ຜັກ​ດັນ​ວາ​ລະ​ທາງ​ການ​ເມືອງ​ຂອງ​ພັກ.

ທ່ານ ໂຈລ໌ ໂກລສຕີນ (Joel Goldstein), ນັກ​ວິ​ຊາ​ການ ກ່ຽວ​ກັບ ຮອງປະທານາ​ທິ​ບໍ​ດີ ກ່າວຜ່ານສໄກປ໌ວ່າ:

“ບົດບາດຂອງພວກເຂົາແທ້ໆແມ່ນດໍາເນີນງານໃນຖານະຜູ້ຢູ່ໃຕ້ບັງຄັບບັນຊາ, ເພື່ອຊ່ວຍສົ່ງເສີມ ແລະຕິດຕາມນະໂຍບາຍຂອງປະທານາທິບໍດີ ພ້ອມທັງ ຂະຫຍາຍຄວາມສາມາດຂອງປະທານາທິບໍດີ ເພື່ອປະຕິບັດຫນ້າທີ່ໃນຖານະ ເປັນຜູ້ນໍາຂອງຊາດ ແລະ ສາກົນ.”

ທ່ານ ໂກລສຕີນ ກ່າວວ່າ ໃນຂອບເຂດທີ່ແນ່ນອນ, ການເລືອກຮອງປະທານາ ທິບໍດີ ສາມາດຊຸກຍູ້ການໂຄສະນາຫາສຽງຂອງປະທານາທິບໍດີ.

ທ່ານ ໂຈລ໌ ໂກລສຕີນ (Joel Goldstein), ນັກ​ວິ​ຊາ​ການ ກ່ຽວ​ກັບ ຮອງປະທານາ​ທິ​ບໍ​ດີ ກ່າວຜ່ານສໄກປ໌ວ່າ:

“ການເລືອກ ທ່ານ ອາລ ກໍ (Al Gore) ຂອງ ທ່ານ ບີລ ຄລິນຕັນ (Bill Clinton) ໃນປີ 1992 ເປັນການເລືອກທີ່ດີທີ່ສຸດ. ເປັນການ​ປະ​ສົມ​ປະ​ສານ​ກັນ​ຂອງສອງຄົນໜຸ່ມຈາກ​ພາກ​ໃຕ້ທີ່ມີ​ແນວ​ທາງເປັນກາງ​ ຜູ້ທີ່ເກີດໃນ​ລຸ້ນ​ຄົນ​ລະ​ຫວ່າງ​ປີ 1945 ແລະ 1965 ຫຼື ເອີ້ນ​ວ່າ Boomers. ມັນເປັນການ​ສົ່ງ​ຂ່າວ​ເຖິງ​ການ​ປ່ຽນ​ແປງ​ຂອງ​ລຸ້ນອາຍຸ​ຄົນ​ແທ້ໆ.”

“ການເລືອກທີ່ບໍ່ດີ” ແມ່ນວິທີທີ່ນັກວິເຄາະໄດ້ອະທິບາຍເຖິງການຕັດສິນໃຈຂອງ ສະມາຊິກສະພາສູງຈາກພັກຣີພັບບລີກັນ ທ່ານ ຈອນ ແມັກເຄນ (John McCain) ທີ່ໃຫ້ຜູ້ປົກຄອງລັດ ທ່ານນາງ ຊາຣາ ພາລິນ (Sarah Palin) ມາເປັນຄູ່ຮ່ວມແຂ່ງຂັນຂອງທ່ານໃນປີ 2008.

ທ່ານ ໂຈລ໌ ໂກລສຕີນ (Joel Goldstein), ກ່າວຜ່ານສໄກປ໌ວ່າ:

“ນາງກໍ່ເລີຍກາຍເປັນໃບໜ້າທີ່ຖືກເຍາະເຍີ້ຍໃນລະຫວ່າງການໂຄສະນາຫາສຽງ, ແລະຂ້າພະເຈົ້າຄິດວ່າ ມັນ​ຈົບ​ລົງ​ດ້ວຍ​ການ​ສ້າງຄວາມເສຍຫາຍຕໍ່ການເລືອກ ຕັ້ງຂອງ ທ່ານ ແມັກເຄນ. ມັນບໍ່ແມ່ນເຫດຜົນທີ່ສະມາຊິກສະພາສູງ ທ່ານ ແມັກເຄນ ຜ່າຍ​ແພ້.”

ວົງຈອນການເລືອກຕັ້ງດັ່ງກ່າວນີ້, ຂໍ້ມູນປະຈໍາຕົວຂອງ ທ່ານ ທິມ ວາລສ໌ ແລະ ເປົ້າໝາຍຂອງທ່ານກ່ຽວກັບເສດຖະກິດທີ່ສົ່ງເສີມຄອບຄົວ ແມ່ນສິ່ງທີ່ ການໂຄສະນາຫາສຽງຂອງ ທ່ານນາງ ແຮຣິສ ກໍາລັງຕັ້ງເປົ້າໄວ້.

ທ່ານນາງ ເອລິຊາເບັດ ເຄລເມັນ (Elisabeth Clemens), ນັກສັງຄົມສາດ ທາງດ້ານການເມືອງ ກ່າວຜ່ານສໄກປ໌ວ່າ:

“ມຸມມອງຂອງການສົ່ງເສີມຄອບຄົວນັ້ນ ບໍ່ແມ່ນການຄວບຄຸມກ່ຽວກັບ ການສືບ ພັນ ແຕ່ມັນພົວພັນກັບການສະຫນັບສະຫນູນລະບົບເສດຖະກິດຂອງຄອບຄົວ ເຊັ່ນ ການສຶກສາ, ສາທາລະນະສຸກ, ບ່ອນຢູ່ອາໄສ, ແລະການພັດທະນາວຽກ ເຮັດງານທໍາ.”

ນັກວິເຄາະ ທ່ານ ປີເຕີ ລອດ​ຈ໌ (Peter Loge) ກ່າວວ່າ ທ່ານ ເຈດີ ແວັນສ໌ ຈະຊ່ວຍດ້ານການບັນຍາຍທີ່ກ້າວໜ້າຂອງພັກຣີພັບບລິກັນ.

ນັກວິເຄາະ ທ່ານ ປີເຕີ ລອດ​ຕ໌, ຈາກມະຫາວິທະຍາໄລ George Washington ກ່າວຜ່ານຊູມວ່າ:

“ເລື່ອງ​ເລົ່າ​ທີ່​ພວກ​ເຂົາ​ເລົ່າ​ກໍ​ແມ່ນ, ເຈົ້າຮູ້ບໍ່ ເຄີຍມີອາເມຣິກາ ທີ່​ຖ້າ​ຫາກພວກເຈົ້າເຮັດວຽກໜັກ, ປະຕິບັດຕາມກົດລະບຽບ, ຄອບຄົວຊົນຊັ້ນກາງ ທີ່ເຮັດວຽກໜັກ, ເຈົ້າສາມາດປະສົບຜົນສຳເລັດໄດ້, ແລະນັ້ນ ນັ້ນແມ່ນ ອາເມຣິກາ ທີ່ຕອນນີ້ບໍ່ມີແລ້ວ, ແລະຖ້າພວກເຈົ້າລົງຄະແນນສຽງໃຫ້ແກ່ ພວກເຂົາ, ນັ້ນລະ ອາເມຣິກາ ຈະກັບຄືນມາ.”

ເຖິງແມ່ນຜູ້ລົງແຂ່ງຂັນເປັນຮອງປະທານາທິບໍດີບໍ່ຄ່ອຍຈະສ້າງຄວາມແຕກຕ່າງຢ່າງຫຼວງຫຼາຍໃນການເລືອກຕັ້ງຕ່າງໆກໍ​ຕາມ, ບັນດານັກວິເຄາະກ່າວວ່າ ຜູ້ມີສິດລົງຄະແນນສຽງຂອງສະຫະລັດ ຫຼາຍໆຄົນ ຈະເອົາໃຈໃສ່ຕໍ່ຜູ້​ຖືກເລືອກ ຊິງ​ເອົາ​ຕຳ​ແໜ່ງຮອງປະທານາທິບໍດີນັ້ນຈະ​ຮັບ​ຟັງປະ​ຊາ​ຊົນ​ທີ່​ມາ​ເລືອກ​ຕັ້ງ ແລະ ສົ່ງ​ຕໍ່​ຄວາມ​ເປັນ​ຫ່ວງ​ຂອງ​ເຂົາ​ເຈົ້າ​ໄດ້​ດີ​ຊ່ຳ​ໃດ.

ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ

Now that both the Democratic and Republican presidential candidates have selected their running mates, the question is whether those picks will actually help boost the campaigns’ chances of winning the November election. VOA’s Veronica Balderas Iglesias looks at the historical relevance of vice presidential candidates and what Tim Walz and JD Vance bring to their respective tickets.

With great confidence in her decision, Vice President Kamala Harris introduced Minnesota Governor Tim Walz as her running mate on Tuesday in Pennsylvania.

Kamala Harris, Democratic Presidential Nominee.

“In his state he has been a model chief executive, and with his experience, I’m telling you, Tim Walz will be ready on day one.”

Republican presidential nominee Donald Trump also hails the political record of his running mate, Ohio Senator JD Vance.

But the former president recently downplayed the importance of vice presidential picks.

Donald Trump, Republican Presidential Nominee.

“I think this is well documented historically the vice president, in terms of the election, does not have any impact. I mean, virtually no impact. It's all about the presidential pick.”

Scholars explain that because vice presidents operate in the shadow of the U.S. president, their role is often misunderstood and unappreciated.

They are however, the first in the line of succession when a president can no longer serve and key to advancing their party’s political agenda.

Joel Goldstein, Vice Presidential Scholar, Skype.

“Their role is really to act as a subordinate, to help promote and pursue the president’s policies and to expand the president’s ability to function as a national and international leader.”

To a certain extent, VP picks can boost presidential campaigns, Goldstein says.

Joel Goldstein, Vice Presidential Scholar, Skype.

“Bill Clinton's pick of Al Gore in 1992 was a very good pick. The combination of these two young southern centrist baby boomers really sent a message of generational change.”

A “bad pick” is how the analyst described Republican Senator John McCain’s decision to have Governor Sarah Palin as his running mate in 2008.

Joel Goldstein, Vice Presidential Scholar, Skype.

“She really became a figure who was parodied during the campaign, and I think, ended up hurting the McCain ticket. It wasn't the reason that Senator McCain lost.”

This election cycle, Tim Walz’s credentials and his focus on pro-family economics is what the Harris campaign is betting on.

Elisabeth Clemens, Political Sociologist, Skype.

“A version of being pro-family that is not about the control of reproduction but is about the economic support of families, be that education, health care, housing, job development.”

JD Vance will help advance the Republican narrative, says analyst Peter Loge.

Peter Loge, The George Washington University, Zoom.

“The narrative they’re telling that is, you know, there used to be an America where if you worked hard, played by the rules, middle-class hardworking family, you could succeed – and that that America is now gone and if you vote for them, that America will come back.”

Even if vice presidential candidates rarely make a major difference in elections, analysts say U.S. voters will pay attention to how well the current VP picks listen to the electorate and channel their concerns.