ມີການປະທ້ວງ ຕໍ່ແຜນການ ເຈາະຫາບໍ່ນ້ຳມັນ ໃນເຂດຂົ້ວໂລກເໜືອ ທີ່ລັດວໍຊິງຕັນ

ພວກນັກເຄື່ອນໄຫວ ທີ່ປະທ້ວງແຜນການເຈາະຫາບໍ່ນ້ຳມັນ ຂອງບໍລິສັດ Royal Dutch Shell ກະກຽມເຮືອຂອງເຂົາເຈົ້າ ໃນອ່າວ Elliott Bay, ວັນທີ 16 ພຶດສະພາ 2015.

ພວກ​ນັກ​ເຄື່ອນ​ໄຫວ​ຕໍ່ຕ້ານ​ການ​ເຈາະ​ຫາ​ບໍ່​ນ້ຳມັນ​ໃນ​ເຂດ​ຂົ້ວ
​ໂລກ​ເໜືອ​ໄດ້​ພາກັນ​ທຳ​ການ​ປະ​ທ້ວງ​ໂດຍ​ທາງ​ເຮືອ​ ຢູ່ໃນ​ອ່າວ
ນຶ່ງ​ຂອງ​ລັດ​ວໍ​ຊິງ​ຕັນ ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ສະຫະ
ລັດ ​ໃນ​ວັນ​ເສົາ​ວານ​ນີ້.

​ພວກ​ປະ​ທ້ວງ​ພາກັນ ພາຍ​ເຮືອ Kayaks ເຮືອກາ​ໂນ ​ແລະ
​ພວກ​ເຮືອ​ນ້ອຍອື່ນໆ ໄປທົ່ວ​ອ່າວ Elliot ຂອງ​ນະຄອນ
Seattle ທຳ​ການ​ປະ​ທ້ວງ​ແຜນການ ​ຂອງ​ບໍລິສັດ Royal
Dutch Shell ທີ່​ຈະຮື້​ຟື້ນ​ທຳ​ການ​ບຸກ​ເບີກ​ຫາ​ບໍ່​ນ້ຳມັນ​ຄືນ
​ໃນ​ເຂດ​ຂົ້ວ​ໂລກ​ເໜືອ ​ແລະເກັບ​ມ້ຽນຖານ​ເຈາະ​ນ້ຳມັນ​ສອງ
​ແຫ່ງ​ຂອງ​ຕົນ​ໄວ້​ໃນ​ທ່າ​ເຮືອ​ນະຄອນ Seattleນັ້ນ.

ພວກ​ປະ​ທ້ວງ ​ໄດ້​ພາກັນ​ຖື​ປ້າຍ​ແລະ​ຄຳ​ຂວັນ​ຕ່າງໆ​ທີ່​ອ່ານວ່າ “ຄວາມຍຸຕິ​ທຳ​ໃນ​ດິນ​
ຟ້າ​ອາກາດ” ​ແລະ “ຫ້າມ​ເຈາະ​ຂົ້ວ​ໂລກ​ເໜືອ.”

ບໍລິສັດ Royal Dutch Shell ວາງ​ແຜນ​ທີ່​ຈະ​ບຸກ​ເບີກ​ຫາ​ບໍ່​ນ້ຳມັນນອກ​ຝັ່ງ​ທະ​ເລ​ກ້ຳ​ເໜືອ​ຂອງ​ລັດ Alaska.

ນາຍ Eric Day ຈາກ​ຊົນ​ເຜົ່າອິນ​ເດຍ Swinomish​ ໃນ​ລັດ​ວໍ​ຊິງ​ຕັນ ​ໄດ້​ເປັນ​ຄົນ​ໜຶ່ງ​ໃນ​ບັນດາ​ຊົນ​ເຜົ່າ​ພື້ນ​ເມືອງ​ອາ​ເມຣິກັນ ທີ່​ພາກັນພາຍເຮືອກາ​ໂນ ​ຮ່ວມ​ທຳ​ການ​ປະ​ທ້ວງ ຊຶ່ງ​ລາວ​ເວົ້າ​ວ່າ ການ​ເຈາະ​ຫາບໍ່​ນ້ຳມັນ​ໃນ​ເຂດ​ຂົ້ວ​ໂລກ​ເໜືອ​ ຈະ​ນຳ​ຄວາມ​ເສຍ​ຫາຍ​ມາ​ໃຫ້​ແກ່​ປະຊາຊົນ​ທີ່ທຳ​ມາ​ຫາ​ກິນ​ຈາກ​ດິນ​ແດນແຫ່ງ​ນີ້.

ລາວ​ເວົ້າ​ວ່າ “ອັນ​ນີ້​ແມ່ນ​ບ່ອນ​ທຳ​ມາ​ຫາ​ລ້ຽງ​ຊີບ​ຂອງ​ພວກ​ເຮົາ. ພວກ​ເຮົາ​ຈະ​ຕ້ອງ​
ປົກ​ປັກ​ຮັກສາ​ໄວ້ ​ໃຫ້ພວກ​ຈັບ​ປູ ​ໃຫ້ພວກຊາວປະມົງ. ພວກ​ເຮົາ​ຈະ​ຕ້ອງ​ປົກ​ປັກ​
ຮັກສາ​ໄວ້​ໃຫ້ພວກ​ລູກ​ຫລານ​ຂອງ​ພວກ​ເຮົາ.”

Your browser doesn’t support HTML5

Effort To Allow US Oil Exports Sparks Debate