APEC ເອົາບາດກ້າວ ໄປສູ່ການສ້າງຕັ້ງ ເຂດການຄ້າເສລີ ທີ່ໃຫຍ່ກ່ວາເກົ່າ

  • Akiko Fujita
    ບົວສະຫວັນ

ບັນດາຜູ້ນຳແລະ ຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດຂອງກຸ່ມ APEC ຖ່າຍຮູບຮ່ວມກັນ ໃນວັນທີ 13 ພະຈິກ 2010 ທີ່ນະຄອນ Yokohama, ຍີ່ປຸ່ນ.

ພວກຜູ້ນໍາຂອງອົງການຮ່ວມມືດ້ານເສດຖະກິດແຫ່ງຂົງເຂດເອເຊຍປາຊີຟິກ ຫລື Asia Pacific Economic Cooperation ທີ່ເອີ້ນຫຍໍ້ວ່າ APEC ນັ້ນ ໄດ້ຕົກລົງກັນທີ່ຈະ ເອົາບາດກ້າວອັນສຳຄັນ ໄປສູ່ການສ້າງເຂດການຄ້າເສລີທີ່ໃຫຍ່ກວ່າເກົ່າ ໃນຂະນະທີ່ ເຮັດວຽກຮ່ວມກັນເພື່ອປັບປຸງເສດຖະກິດຂອງຂົງເຂດ. ຖະແຫລງການຂອງ APEC ໄດ້ ມີຂຶ້ນໃນຕອນທ້າຍຂອງກອງປະຊຸມສຸດຍອດ 2 ວັນຂອງບັນດາຜູ້ນໍາເຫລົ່ານັ້ນ.

ພວກ​ຜູ້​ນໍາ​ອົງການຮ່ວມມື​ດ້ານ​ເສດຖະກິດແຫ່ງຂົງ​ເຂດ​ເອ​ເຊຍປາຊີ​ຟິກ ຫລື APEC ​ໄດ້​ໄປຮ່ວ​ມກອງ​ປະຊຸມ​ສຸດ​ຍອດ ທີ່​ດຳ​ເນີນ​ໄປເປັນ​ເວລາ 2 ວັນ​ນັ້ນ ດ້ວຍຄວາມ​ຫວັງວ່າ​ ຈະ​ຂະ​ຫຍາ​ຍການ​ຄ້າ ​ແລະຊຸກຍູ້ກາ​ນຂະຫຍາຍ​
ໂຕ​ຂອງ​ເສດຖະກິດ. ​ໃນ​ວັນ​ອາທິດ​ແລ້ວນີ້ ພວກຜູ້ນຳດັ່ງ
ກ່າວ​ກໍໄດ້​ເອົາບາດກ້າວອັນ​ສຳຄັນ ​ໂດຍ​ໄດ້​ບັນລຸ​ຂໍ້ຕົກ
ລົງກັນສະບັບ​ນຶ່ງ ທີ່​ຜູກ​ມັດ​ບັນດາ​ປະ​ເທດ​ APEC ໃຫ້
ສ້າງ​ຕັ້ງເຂດ​ການ​ຄ້າເສລີໃນລະດັບ​ພາກພື້ນ​ຂຶ້ນ ທີ່ພົວພັນ
ໝົດທັງ 21 ປະ​ເທດ​ໃນ​ກຸ່ມ​ນັ້ນ.

ນະຄອນ Yokohama ບ່ອນຈັດກອງປະຊຸມສຸດ ຍອດຂອງ APEC ໃນ ວັນທີ 13 ແລະ14 ພະຈິກ 2010.

ຄໍາ​ປະກາດທີ່​ເອີ້ນກັນວ່າ
“Yokohama Vision”
ຫລື ວິໄສ​ທັດໂຢ​ໂກ​ຫາ​ມາ​
ນັ້ນ ບໍ່​ໄດ້​ວາງ​ຕະລາງ​ເວລາ
ລະອຽດ ສຳລັບການຈັດ​ຕັ້ງ​ປະຕິບັດ ຂໍ້​ຕົກລົງ​ດ້ານການຄ້າ
ດັ່ງກ່າວນັ້ນແຕ່​ໄດ້ຮຽກຮ້ອງ​ໃຫ້​ມີການ​ສົນທະນາກັນຕໍ່​ໄປ
ໂດຍຜ່ານ​ການພົບ​ປະ​ກັນ​ໃນ​ກອງ​ປະຊຸມ​ຕ່າງໆ ​ເຊ່ນໃນ
ກອງ​ປະຊຸມອາ​ຊ່ຽນບວກ 3 ຫລື ບວກ 6 ​ເປັນ​ຕົ້ນ.

ສະຫະລັດ​ເຫັນ​ວ່າ ສັນຍາພາຄີ​ຂ້າມ​ປາຊີ​ຟິກ ຫລື TPP ຂອງ​ຕົນ​ນັ້ນ​ ເປັນ​ພາຫະນະ​ທີ່​ສຳຄັນ​ອັນ​ນຶ່ງ ໃນ​ການຊຸກຍູ້​ເປົ້າໝາຍທີ່ໃຫຍ່ຂຶ້ນ ກວ່າ​ເດີມຂອງ APEC ​ນັ້ນ. ສັນຍາ​ການ​ຄ້າຂອງ​ສະຫະລັດ​ກັບ​ບັນດາ​ປະ ເທດ​ແຄມ​ຝັ່ງ​ມະຫາ​ສະມຸດ​ປາຊີ​ຟິກສະບັບ​ນີ້ ​ສະ​ເໜີ​ໃຫ້​ຍົກ​ເລີກອັດຕາ​ພາສີ​ສິນຄ້ານຳ​ເຂົ້າ ​ຈາກປະ​ເທດ​ທີ່​ຈະ​ເລີ​ນ​ແລ້ວ 9 ​ປະ​ເທດ ລວມທັງ ຍີ່ປຸ່ນໍາ. ​ແຕ່​ວ່າ​ ຍີ່ປຸ່ນຊຶ່ງ​ເປັນ
ເຈົ້າພາບ​ຈັດກອງປະຊຸມ​ນີ້ ມີ​ຄວາມ​ລັ່ງ​ເລ​ໃຈ ທີ່​ຈະໃຫ້​ຄຳໝັ້ນສັນຍາຕໍ່​ເລື້ອງນີ້ ​ຍ້ອນ​ເປັນ​
ຫ່ວງວ່າ​ ຈະ​ມີ​ປະຕິ ກິລິຍາທາງ​ການ​ເມືອງຕອບ​ໂຕ້​ກັບ​ມາຢ່າງຮຸນ​ແຮງ ຈາກ​ບັນດາ​ກະ​ເສດ​
ຕະກອນພາຍ​ໃນ​ປະ​ເທດ ​ທີ່ຄັດຄ້ານ​ຕໍ່ການ​ຄ້າ​ເສລີ.

ທ່ານ Naoto Kan ນາຍົກລັດຖະ ມົນຕີຍີ່ປຸ່ນ (ຂວາ) ກຳລັງຕ້ອນຮັບ ທ່ານ Barack Obama ປະທານາ ທິບໍດີສະຫະລັດ ໃນງານສະແດງ ວັດທະນາທຳທີ່ກອງປະຊຸມສຸດຍອດ APEC ທີ່ນະຄອນ Yokohama ວັນທີ 13 ພະຈິກ, 2010.

ໃນ​ໂອກາດ​ກ່າວ​ຕໍ່ກອງ​ປະຊຸມໃຫ້​ສໍາພາດ
ຂ່າວນັ້ນ ທ່ານ Naoto Kan ນາຍົກລັດຖະ
ມົນຕີຍີ່ປຸ່ນ​ ບໍ່ໄດ້ກ່າວ​ສະໜັບສະໜູນ​ແຜນ
ການ​ນີ້​ແຕ່ຢ່າງໃດ.

// ສຽງທ່ານຄານ ເປັນພາສາຍີ່ປຸ່ນ //

ທ່ານ Kan ​ເວົ້າວ່າ TPP ​ໄດ້​ກາຍ​ມາ​ເປັນ
ສັນຍາ​ລັກຂອງ​ການ​ເຕີບ​ໂຕທາງ​ເສດຖະກິດ​
ໃນເກົ້າປະ​ເທດທີ່ກ່ຽວຂ້ອງ​. ເຖິງ​ແມ່ນ​ວ່າ​ຍີ່
ປຸ່ນ ຍັງບໍ່​ໄດ້ລົງ​ນາມ​ໃນ​ສັນຍາສະບັບນີ້​ເທື່ອ​
ກໍ​ຕາມ ​ແຕ່​ພວກ​ເຮົາກໍມີ​ແຜນ​ທີ່​ຈະພົບ​ກັບ
ປະ​ເທດ​ພາຄີ​ເຫລົ່ານີ້ ຢ່າງ​ຕັ້ງໜ້າ ​ເພື່ອ​ຕັດ
ສິນໃຈ​ເລືອກ​ເອົາແນວທາງ​ປະຕິບັດ​ການ
ທີ່​ຖືກຕ້ອງ​ເໝາະ​ສົມ.

ຖະ​ແຫລ​ງການ APEC ຍັງ​ໄດ້​ວາງ​ບາດກ້າວ​
ຕ່າງໆ ສໍາ​ລັບ​ສົ່ງ​ເສີມ ຊຸກ​ຍູ້ບັນດາ​ເສດຖ​ະກິດ​
ໃນ​ຂົງ​ເຂດ. ພວກ​ຜູ້ນຳ​ທັງຫລາຍ ຕ່າງ​ກໍ​ໄດ້​
ເນັ້ນໜັກ​ໃສ່ການ​ຂະຫຍາຍຕົວ​ທາງ​ເສ​ດຖະກິດ
ທີ່ມີ​ຄວາມ​ກໍ້າ​ເກິ່ງກັນ​ແລະມີ​ການຮ່ວມມື​ກັນ​
ຢ່າງເລິກ​ເຊິ່ງກວ່າ​ເກົ່າ ​ແລະພ້ອມ​ດຽວ​ກັນກໍ
ເນັ້ນຢໍ້າໃນ​ເລື້ອງຂອງການ​ຍົກ​ຄ່າ​ແຮງງານ​ພາຍໃນ​ປະ​ເທດ​ຂຶ້ນ ​ແລະເພັ່ງ​ເລັງ​ໃສ່ການຊຸກ ຍູ້​ໃຫ້​ມີຄວາມ​ຕ້ອງການຊົມ​ໃຊ້ສິນ​ຄ້າຢູ່​ພາຍ​ໃນປະ​ເທດ​ ຫລາຍ​ຂຶ້ນ.

ນອກ​ນັ້ນ ພວກປະ​ເທດ​ສະມາຊິກເອ​ເປັກ ຍັງໄດ້​ສະ​ແດງ​ຄວາມ​ໝັ້ນໝາຍ ຕໍ່​ການຕໍ່ຕ້ານກັບ​ລະບົບປົກ​ປ້ອງຕະຫລາດ​ພາຍ​ໃນ ​ແລະຂັດ​ຂືນຕໍ່ການ​ຕັ້ງ​ສິ່ງກີດຂວາງ​ການ​ຄ້າ​ໃໝ່​ແບບ​ໃດ​ກໍ​ຕາມ ​ໃນ​ຕະຫລອດ ​ໄລຍະ 3 ປີຕໍ່ໜ້ານີ້. ​ແລະພວກ​ເຂົາ​ເຈົ້າ​ໃຫ້​ຄຳໝັ້ນສັນຍາ​ວ່າ ຈະ​ສືບ​ຕໍ່ການເຈລະຈາ ຮອບ​ໂດຮາ​ ຂອງອົງການ​ການ​ຄ້າ​ໂລກ ທີ່ແນ​ໃສ່ຊຸກ​ຍູ້ໃຫ້ການ​ຄ້າ​ໂລກ​ມີ​ເພີ້ມຂຶ້ນນັ້ນ ໃຫ້​ສຳ​ເລັດ​ເສັດ​ສິ້ນ​ລົງ​.

ຄວາມມຸ້ງໝັ້ນຕໍ່ການຮ່ວມມື​ທາງ​ການ​ຄ້າ ​ແລະ ​ເສດຖະກິດ ທີ່​ໄດ້​ຟື້ນຟູ​ຄືນ​ມາໃໝ່ນີ້ໄດ້​ຖືກ​
ມອງ​ເຫັນວ່າ​ ເປັນ​ເຫດ​ການ​ຜັນ​ຂະຫຍາຍ​ທີ່​ສໍາຄັນ ຊຶ່ງ​ເຫດຜົນ​ສ່ວນ​ນຶ່ງ ກໍ​ແມ່ນ​ຍ້ອນ​ວ່າ
ພວກ​ປະ​ເທດ APEC ​ລວມກັນ​ແລ້ວ ​ແມ່ນມີ​ຜົນຜະຫລິດທີ່ຫລາຍ​ກວ່າ​ເຄິ່ງນຶ່ງຂອງຜະ
ຫລິດ​ຕະພັນ​ລວມພາຍ​ໃນ ຫລື GDP ທັງໝົດຂອງ​ໂລກ.

ບັນຫາທີ່ຍັງ​ຄົງ​ຄ້າງ ບໍ່ທັນ​ໄດ້​ຖືກ​ແກ້​ໄຂ​ເທື່ອ ​ ກໍ​ຄືນະ​ໂຍບາຍ​ດ້ານ​ ​ເງິນຕາ ​ແລະຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວພັນ​ສອງ​ຝ່າຍລະຫວ່າງປະ​ເທດສະມາ​ຊິກ​ຂອງ​ກຸ່ມ APEC ​ເອງ.

ປະທານາທິບໍດີຣັດເຊຍ ທ່ານ Dmitry Medvedev ໄປເຖິງສະໜາມບິນ Haneda ທີ່ກຸງ Tokyo ໃນ ວັນສຸກທີ 12, 2010 ເພື່ອເຂົ້າຮ່ວມກອງປະຊຸມ ສຸດຍອດ APEC ໃນ Yokohama.

ຍີ່ປຸ່ນ​ໄດ້​ມີ​ການ​ຖົກ​ຖຽງຢ່າງ​ເຜັດ
ຮ້ອນ​ກັບຣັດ​ເຊຍ ​ນັບ​ຕັ້ງ​ແຕ່
ເວລາ​ທີ່ປະທານາທິບໍດີຣັດ​ເຊຍ
ທ່ານ Dmitry Medvedev
ໃນ​ການເຄື່ອນ​ໄຫວ​ທີ່ເປັນ​ການ
ຝ່າຝືນ​ຕໍ່ຄວາມ​ປາດ​ຖະໜາ​ຂອງ
ລັດຖະບານຍີ່ປຸ່ນ​ ໄດ້​ໄປ​ຢ້ຽມ
ຢາມໝູ່ເກາະທີ່ເປັນ​ບັນຫາ​ຂັດ
ແຍ້​ງກັນນັ້ນ.

ສ່ວນສາຍ​ສຳພັນ​ລະຫວ່າງຈີນ
ກັບຍີ່ປຸ່ນ​ ກໍ​ໄດ້​ຕົກ​ວູບລົງ ​ໃນ​
ລະດູ​ໃບໄມ້​ລົ່ນປີນີ້ ລຸນ​ຫລັງ​ທີ່
ກັບຕັນເຮືອຫາ​ປາ​ຂອງ​ຈີນລໍາ
ນຶ່ງໄດ້​ເອົາ​ເຮືອຂອງ​ຕົນ​ ແລ່ນ
ເຂົ້າຕຳເຮືອຍາມຝັ່ງທະ​ເລຂອງ​
ຍີ່ປຸ່ນ ຢູ່ນອກ​ຝັ່ງ​ໝູ່​ເກາະທີ່​ມີ​ການ​ຜິດຖຽງກັນ​ ຊຶ່ງ​ຢູ່​ໃນ​ການຄວບຄຸມ​ຂອງຍີ່ປຸ່ນນັ້ນ.

ທ່ານ ຄານ ​ໄດ້​ພົບ​ກັບ​ພວກ​ຜູ້ນຳຣັດ​ເຊຍ ​ແລະ​ຈີນ​ໃນ​ໄລຍະກອງ​ປະ ຊຸມ​ສຸດ​ຍອດບັ້ນນີ້
ແຕ່​ທ່ານ​ກ່າວ​ວ່າ ການ​ຖົກ​ຖຽງກັນໃນ​ເລື້ອງດິນແດນ ຍັງ​ບໍ່ທັນ​ໄດ້​ຖືກ​ແກ້​ໄຂ​ເທື່ອ.

// ສຽງທ່ານຄານ ເປັນພາສາຍີ່ປຸ່ນ //

ທ່ານຄານ​ເວົ້າວ່າ ເຖິງ​ແມ່ນ​ວ່າ​ພວກ​ເຮົາມີ​ຄວາມ​ຄິດ​ເຫັນແຕກ​ຕ່າງ​ກັນ, ​ແຕ່ຍີ່ປຸ່ນ​ກໍສາມາດ​ປັບປຸງ​ສາຍ​ພົວພັນ​ກັບ​ບັນດາ​ປະ​ເທດ​ເຫລົ່ານີ້​ໄດ້ ​ໂດຍ​ເພັ່ງ​ເລັງ​ໃສ່​ດ້ານທີ່​ພວກ​ເຮົາມີ​ຄວາ​ມ ເຫັນ​ຄືກັນ ​ແລະ ການຮ່ວມມື ທາງ​ດ້ານ​ເສດຖະກິດ​ ແມ່ນ​ດ້ານ​ນຶ່ງ​ທີ່​ສາມາດ​ຊ່ວຍ​ພວກ​ເຮົາຜ່ານ​ຜ່າ ຄວາມ​ເຄັ່ງ​ຕຶງ​ເຫລົ່ານີ້​ໄດ້.

ບັດ​ນີ້ ຈຸດ​ເພັ່ງ​ເລັງແມ່ນ​ຫັນ​ປ່ຽນ​ໄປຍັງສະຫະລັດ ​ທີ່ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ APEC ຄັ້ງຕໍ່​ໄປ ທີ່​ລັດຮາວາຍ ​ໃນ​ປີໜ້າ.