ທະນາຄານໂລກ ກ່າວວ່າ ເສດຖະກິດ​ເຂດ Gaza ກຳ​ລັງ​ “ຈະລົ້ມ​ລະລາຍ”

ເດັກນ້ອຍຜູ້ຊາຍ ກຳລັງແລ່ນຫຼິ້ນ ທ່າມກາງ ກອງຊາກຫັກພັງ ອາຄານ ຂອງອະດີດເຮືອນຊານຂອງຄອບຄົວເດັກຊາຍ ຊຶ່ງໄດ້ຖືກທຳລາຍ ໃນລະຫວ່າງສົງຄາມ 50 ວັນ ລະຫວ່າງອິສຣາແອລ ແລະ ພວກຫົວຮຸນແຮງຮ່າມັສ ທີ່ໝູ່ບ້ານ Shujaiya ໃນເມືອງເຂດກາຊ້າຕາເວັນອອກ ເມື່ອຍາມລະດູຮ້ອນ ປີ 2014.

ເສດຖະກິດ​ຂອງ​ເຂດ Gaza ກຳ​ລັງ​ “ຈະລົ້ມ​ລະລາຍ” ​ແລະ
ອັດຕາ​ຄົນຫ​ວ່າງ​ງານໃນ​ປັດຈຸບັນ ແມ່ນ​ສູງ​ທີ່ສຸດ​ໃນ​ໂລກ ເນື່ອງ
ຈາກ​ມາດ​ຕະການ​ປິດ​ລ້ອມຕ່າງໆ ລວມທັງສົງຄາມ ​ແລະ ການ​
ປົກຄອງ​ທີ່ຂີ້ຮ້າຍ​ ອີງ​ຕາມ​ບົດ​ລາຍ​ງານ​ສະບັບ​ໃໝ່ ​ຂອງ​
ທະນາຄານ​ໂລກ.

ອົງການ​ໃຫ້ເງິນ​ກູ້​ຢືມຂອງ​ໂລກດັ່ງກ່າວ ເວົ້າ​ວ່າ ອັດຕາຄົນ
ຫວ່າງງານ ​ຂອງ​ເຂດ Gaza ແມ່ນສູງ 44 ​ເປີ​ເຊັນ ແລະກ່າວ
ຕື່ມວ່າ “ສິ່ງທີ່​ໜ້າ​ເປັນ​ຫ່ວງຫຼາຍກວ່ານັ້ນ ກໍແມ່ນອັດຕາ​
ການ​ຫວ່າງ​ງານ​ ຂອງ​ຊາວ​ໜຸ່ມ ຊຶ່ງ​ໄດ້​ຖີບໂຕຂຶ້ນ ເປັນຫຼາຍກວ່າ 60 ​ເປີ​ເຊັນ ໃນ​ຊ່ວງທ້າຍ​ປີ 2014.”

ທ່ານ Steen Lau Jorgensen ຜູ້ອຳນວຍການ ຂອງທະນາຄານ​ໂລກ​ ປະຈຳ​ເຂດຝັ່ງ​
ຕາ​ເວັນ​ຕົກ​ ຂອງ​ແມ່ນ້ຳຈໍ​ແດັນ ຫຼື West Bank ​ແລະ ​ເຂດ Gaza ກ່າວ​ວ່າ “ຕົວ​ເລກ​
ຂອງ ຄົນ​ຫວ່າງ​ງານແລະຄວາມ ທຸກ​ຍາກ ​ໃນ​ເຂດ Gaza ​ແມ່ນ​ໜ້າ​ກັງວົນຫຼາຍ
​ແລະ ພາບ​ພົດ​ຂອງ​ເສດຖະກິດ ​ແມ່ນ​ໜ້າ​ໜັກ​ໃຈ. ປັດຈຸບັນນີ້ ຕະຫລາດ​ຢູ່ໃນເຂດ
Gaza ​ແມ່ນບໍ່​ສາມາດ ສະໜອງ​ວຽກ​ເຮັດ​ງານ​ທຳ ທີ່​ເຮັດ​ໃຫ້​ປະຊາກອນ​ຈຳນວນ​
ຫລວງຫຼາຍ ຕົກ​ຢູ່​ໃນ​ສະພາບ​ໝົດ​ຫວັງ ​ໂດຍ​ສະ​ເພາະ​ຢູ່ໃນ​ກຸ່ມ​ຊາວ​ໜຸ່ມ.”

ໂດຍອ້າງ​ເຖິງ​ຄວາມ​ກັງວົນ​ຕ່າງໆ ທາງ​ດ້ານ​ຄວາມ​ປອດ​ໄພ ອິສຣາ​ແອລ ​ແລະ ອີ​ຈິບ​ໄດ້​
ຈຳກັດ​ຢ່າງເຂັ້ມງວດ ກ່ຽວກັບການ​ເຄື່ອນ​ຍ້າຍ​ຂອງ​ຜູ້ຄົນ ​ແລະສິນຄ້າ​ຕ່າງໆ ທີ່​ເຂົ້າ-ອອກ​
ເຂດ Gaza ນັບ​ຕັ້ງ​ແຕ່​ປີ 2007 ​ເປັນຕົ້ນມາ ຫຼັງຈາກ​ກຸ່ມຫົວ​ຮຸນ​ແຮງ Hamas ​ໄດ້​ເຂົ້າ
ຄວບຄຸມດິນ​ແດນປາ​ແລສ​ໄຕ​ນ໌ດັ່ງກ່າວ.